ລັດຖະບານກາງສະຫະລັດ ໄດ້ລົ້ມເລີກກົດລະບຽບທີ່ອະນຸຍາດໃຫ້ພວກນັກຮຽນ
ທີ່ປ່ຽນເພດ ໃຫ້ໃຊ້ຫ້ອງນ້ຳແລະຫ້ອງເກັບເຄື່ອງຂອງ ໃຫ້ສອດຄ່ອງກັບເພດຂອງ
ຜູ້ກ່ຽວແທນ ທີ່ຈະເປັນຕາມເພດທີ່ໄດ້ລະບຸໄວ້ໃນເວລາເກີດນັ້ນ.
ກະຊວງຍຸຕິທຳ ແລະກະຊວງສຶກສາ ໄດ້ອອກໜັງສືຮ່ວມສະບັບນຶ່ງ ໃນວັນພຸດວານນີ້
ໄປເຖິງທຸກໂຮງຮຽນໃນທົ່ວປະເທດ ໂດຍກ່າວວ່າ ດຳລັດທີ່ນຳອອກເຜີຍແຜ່ໃນປີກາຍຂອງລັດຖະບານທ່ານ ບາຣັກ ໂອບາມາ ໄດ້ພາໃຫ້ເກີດ “ການຟ້ອງຮ້ອງທີ່ສຳຄັນ”
ໃນເລື່ອງນີ້.
ລະບຽບເຫລົ່ານັ້ນ ແມ່ນອີງຕາມກົດໝາຍ ທີ່ຮູ້ກັນໃນ ຊື່ມາດຕາ 9 ຫຼື Title IX
ທີ່ໂຕ້ແຍ້ງວ່າ ການຫ້າມຕໍ່ການຈຳແນກກີດກັນທາງເພດ ກ່ຽວກັບການສຶກສາແມ່ນ
ຮວມເຖິງ ການລະບຸກ່ຽວກັບຖານະທາງເພດນຳ.
ໃນທາງກັບກັນນັ້ນ ໜັງສືທີ່ອອກໃນວັນພຸດຜ່ານມານີ້ ໄດ້ລະບຸວ່າ ມັນຕ້ອງຂຶ້ນຢູ່ກັບ
ພະແນກການສຶກສາຂອງລັດແລະຂອງທ້ອງຖິ່ນ ທີ່ຈະເຮັດການຕັດສິນໃຈໃນທຳນອງນ໋ີ້
ແລະບໍ່ແມ່ນໜ້າທີ່ຂອງລັດຖະບານກາງ.
“ລັດຖະສະພາ ສະພານິຕິບັນຍັດຂອງລັດ ແລະລັດຖະບານທ້ອງຖິ່ນ ແມ່ນມີບົດບາດ
ທີ່ຈະຮັບຜ່ານນະໂຍບາຍທີ່ເໝາະສົມ ຫຼືກົດໝາຍທີ່ຈະແກ້ໄຂບັນຫານີ້,” ນັ້ນຄືຄຳເວົ້າລັດຖະມົນຕີກະຊວງຍຸຕິທຳ Jeff Sessions.
ທັງທ່ານ Sessions ແລະລັດຖະມົນຕີກະຊວງການສຶກສາ ທ່ານນາງ Betsy DeVos
ໄດ້ກ່າວວ່າ ການປົກປ້ອງຄຸ້ມຄອງ ຕໍ່ຕ້ານ “ການຈຳແນກກີດກັນ - ການຂົ່ມເຫັງ
ແລະການຮາວີລົບກວນ” ແມ່ນຍັງສືບຕໍ່ເປັນເລື່ອງທີ່ສຳຄັນ. ແລະໜັງສືຍັງໄດ້ກ່າວວ່າ
ບັນດາໂຮງຮຽນທັງຫຼາຍ ຕ້ອງຄ້ຳປະກັນວ່າ ພວກນັກຮຽນຮັກຮ່ວມເພດ ພວກທີ່ມີສອງ
ເພດແລະພວກປ່ຽນເພດຫຼື LGBT ສາມາດທີ່ຈະໄດ້ “ຮຽນແລະບຸກບືນພາຍໃຕ້ສະພາບ
ແວດລ້ອມທີ່ປອດໄພ.”
ໃນການໂຕ້ຕອບ ຕໍ່ການຟ້ອງຮ້ອງ ຈາກຫຼາຍໆລັດ ຜູ້ພິພາກສາສານສູງລັດຖະບານກາງ
ໄດ້ໂຈະດຳລັດຂອງທ່ານໂອບາມາ ໄວ້ກ່ອນ. ນອກຈາກໄດ້ຄັດຄ້ານຕໍ່ລະບຽບນີ້
ໃນຂະນະທີ່ລັດຖະບານກາງໄດ້ກ່າວກ່າຍເກີນໄປ ພວກຄັດຄ້ານຍັງກ່າວອີກວ່າ ພວກມັນ
ໄດ້ລະເມີດຄວາມປອດໄພແລະສິດທິຂອງພວກນັກຮຽນຄົນອື່ນໆ.
ພວກທີ່ເປັນປາກສຽງໃຫ້ແກ່ພວກທີ່ປ່ຽນເພດ ໄດ້ສືບຕໍ່ການຕໍ່ສູ້ ແລະໄດ້ອ້າງໃຫ້ເຫັນ
ເຖິງຄວາມສຳຄັນຂອງລະບຽບ ເຖິງແມ່ນວ່າ ຍັງບໍ່ທັນມີການບັງຄັບໃຊ້ເທື່ອ ໃນປະຈຸບັນນີ້
ກໍຕາມ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ