ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ປົດ ທ່ານ ທີລເລີສັນ ແລ້ວເລືອກເອົາ ຫົວໜ້າ ອົງການ CIA ທ່ານ ພອມເປໂອ ຂຶ້ນແທນ


ພາບລວມ ສະແດງໃຫ້ເຫັນ ລັດຖະມົນຕີວ່າການຕ່າງປະເທດ ທ່ານເຣັກສ໌ ທີລເລີສັນ (Rex Tillerson) (ຊ້າຍ), ແລະ ຜູ້ອຳນວຍການ ອົງການສືບລັບ CIA ທ່ານໄມ ພອມເປໂອ (Mike Pompeo).
ພາບລວມ ສະແດງໃຫ້ເຫັນ ລັດຖະມົນຕີວ່າການຕ່າງປະເທດ ທ່ານເຣັກສ໌ ທີລເລີສັນ (Rex Tillerson) (ຊ້າຍ), ແລະ ຜູ້ອຳນວຍການ ອົງການສືບລັບ CIA ທ່ານໄມ ພອມເປໂອ (Mike Pompeo).

ປະທານາທິບໍດີ ດໍໂນລ ທຣຳ ໄດ້ປົດ ລັດຖະມົນຕີວ່າການຕ່າງປະເທດ ທ່ານ ເຣັກສ໌
ທີລເລີສັນ ອອກຈາກຕຳແໜ່ງ ແລະ ໄດ້ເລືອກເອົາຜູ້ອຳນວຍການ ອົງ ການສືບລັບ
CIA ທ່ານ ໄມ ພອມເປໂອ ເຂົ້າຮັບຕຳແໜ່ງແທນ.

ທ່ານ ທຣຳ ຍັງໄດ້ສະເໜີຊື່ ທ່ານນາງ ຈີນາ ແຮສແປລ ຮອງຜູ້ອຳນວຍການ ຄົນ
ປັດຈຸບັນ ຢູ່ທີ່ອົງການສືບລັບ CIA ໃຫ້ຮັບໜ້າທີ່ແທນ ທ່ານ ພອມເປໂອ.

ບໍ່ເທົ່າໃດຊົ່ວໂມງຕໍ່ຈາກນັ້ນ ທ່ານ ທີລເລີສັນ ໄດ້ປາກົດໂຕ ຢູ່ທີ່ກະຊວງການຕ່າງ
ປະເທດ ແລະໄດ້ກ່າວວ່າ “ຈະເລີ້ມມີຜົນບັງຄັບໃຊ້ ໃນຕອນແລງຂອງມື້ນີ້” ທ່ານ
ກຳລັງມອບໝາຍອຳນາດທັງໝົດໃຫ້ແກ່ ຮອງລັດຖະມົນຕີວ່າການຕ່າງປະເທດ ທ່ານ
ຈອນ ໂຊລລີວັນ. ທ່ານ ທີລເລີສັນ ໄດ້ກ່າວອີກວ່າ ທ່ານ ຈະລົງຈາກຕຳແໜ່ງຢ່າງເປັນ
ທາງ ໃນທ້າຍເດືອນນີ້ ແລະ ໄດ້ເນັ້ນຢ້ຳເຖິງຄວາມສຳ ຄັນຂອງໄລຍະຂ້າມຜ່ານທີ່ຮຽບ
ຮ້ອຍ ສຳລັບຜູ້ເຂົ້າມາຮັບໜ້າທີ່ແທນ.

Analysts See Tillerson's Replacement As More Hawkish, Closer to Trump
please wait

No media source currently available

0:00 0:02:42 0:00

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ໃນຕອນເຊົ້າວັນອັງຄານວານນີ້ວ່າ ທ່ານ ແລະ ທ່ານ
ທີລເລີສັນ “ໄດ້ໂອ້ລົມກັນ ກ່ຽວກັບເລື່ອງນີ້ ເປັນເວລາດົນນານແລ້ວ” ແລະພວກເພິ່ນ
“ກໍຍັງຄົງເປັນເພື່ອນທີ່ດີຢູ່” ແຕ່ພວກເພິ່ນມີທັດສະນະ ທີ່ແຕກຕ່າງກັນ ແລະ ມີຄວາມຄິດ
ທີ່ຕ່າງກັນດ້ວຍ.

ຂໍ້ຄວາມໃນທວີດເຕີ ຂອງປະທານາທິບໍດີ ທຣຳ

ຄວາມແຕກຕ່າງກັນຂອງທ່ານ ທຣຳ ກັບທ່ານ ທີລເລີສັນ ໄດ້ປາກົດວ່າ ເກີດມາຈາກ
ການປະກາດ ຂອງການອອກຈາກຕຳແໜ່ງນັ້ນ ໃນດ້ານຂອງການປະສານງານກັນ
ລະຫວ່າງ ກະຊວງການຕ່າງປະເທດ ແລະທຳນຽບຂາວ ໂດຍທີ່ທຳນຽບຂາວ ແຈ້ງເລື່ອງ
ລາວອອກມາ ທີ່ກົງກັນຂ້າມ ກ່ຽວກັບວ່າ ເວລາໃດທີ່ທ່ານລັດຖະມົນຕີ ໄດ້ຖືກປົດ.

ເຈົ້າໜ້າທີ່ອາວຸໂສ ຂອງຄະນະລັດຖະບານ ທ່ານນຶ່ງ ບອກລາຍການຂ່າວຂອງວີໂອເອ
ວ່າ “ມັນບໍ່ແມ່ນຄວາມຈິງ” ທີ່ວ່າ ທ່ານ ທີລເລີສັນ ໄດ້ຮັບຮູ້ເຖິງການປົດທ່ານອອກ ໂດຍ
ຜ່ານທວີດເຕີ ເຊິ່ງເຈົ້າໜ້າທີ່ທ່ານນີ້ຢືນຢັດວ່າ ທ່ານລັດຖະ ມົນຕີວ່າການຕ່າງປະເທດ
ໃນຂະນະຢູ່ທີ່ອາຟຣິການັ້ນ ໄດ້ຖືກແຈ້ງໃຫ້ຊາບໂດຍ ຫົວໜ້າທີ່ປຶກສາຂອງທຳນຽບຂາວ
ທ່ານ ຈອນ ແຄລລີ ເມື່ອວັນສຸກທີ່ຜ່ານມານີ້ ວ່າ ທ່ານຈະຖືກປົດ ອອກຈາກຕຳແໜ່ງ
ໃນຄະນະລັດຖະບານ ທີ່ທ່ານດຳລົງມາໄດ້ 14 ເດືອນແລ້ວນັນ.

ທ່ານ ແຄລລີ “ຕິດຕາມເລື່ອງນີ້ຕື່ມອີກ” ດ້ວຍການໂທລະສັບໄປອີກເທື່ອນຶ່ງໃນ ວັນເສົາ
ແລ້ວ ອີງຕາມເຈົ້າໜ້າທີ່ ທີ່ຂໍສະຫງວນຊື່ທ່ານນີ້.

ທ່ານ ທີລເລີສັນ ໄດ້ຕັດເວລາການເດີນທາງໄປຢ້ຽມຢາມ 5 ປະເທດໃຫ້ສັ້ນລົງ ນຶ່ງວັນ
ແລະ ບັນດານັກຂ່າວ ຜູ້ທີ່ໄດ້ເດີນທາງໄປກັບທ່ານ ຢູ່ເທິງເຮືອບິນຂອງທ່ານນັ້ນ ກ່າວວ່າ
ທ່ານລັດຖະມົນຕີໄດ້ເວົ້າວ່າ ຈະສືບຕໍ່ເຮັດວຽກດ້ານການທູດ ໂດຍທີ່ບໍ່ໄດ້ໃຫ້ຂໍ້ສັງເກດ
ເລີຍວ່າ ທ່ານໄດ້ຖືກປົດອອກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG