ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ທຣຳ ຢາກຖອນ ກຳລັງທະຫານ ສຫລ ອອກຈາກຊີເຣຍ ໃຫ້ໄວເທົ່າທີ່ເປັນໄປໄດ້

Syria Trump
please wait
Embed

No media source currently available

0:00 0:01:21 0:00

ທຳນຽບຂາວ ກ່າວວ່າ ທ່ານປະທານາທິບໍດີ ດໍໂນລ ທຣຳ ຍັງຄົງມຸ້ງໝັ້ນ ທີ່ຈະຖອນ
ທະຫານສະຫະລັດ ທີ່ປະຈຳການຢູ່ໃນຊີເຣຍ ອອກ ເຊິ່ງເປັນສັນຍານ ທີ່ມີຂຶ້ນ ຫຼັງຈາກ
ປະທານາທິບໍດີ ຂອງຝຣັ່ງ ທ່ານເອັມແມນູແອລ ມາຄຣົງ ໄດ້ກ່າວວ່າ ທ່ານໄດ້ຊັກຊວນ
ໃຫ້ ທ່ານທຣຳ ຮັກສາກຳລັງທະຫານສະຫະລັດ ໄວ້ໃນຊີເຣຍຕໍ່ໄປ.

ໂຄສົກທຳນຽບຂາວ ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ໄດ້ກ່າວ ໃນຖະແຫລງການ
ເມື່ອຕອນແລງວັນອາທິດວານນີ້ ວ່າ “ພາລະກິດຂອງສະຫະລັດ ບໍ່ໄດ້ມີການປ່ຽນແປງ
--ທ່ານປະທານາທິບໍດີ ໄດ້ກ່າວຢ່າງຊັດແຈ້ງແລ້ວວ່າ ທ່ານຢາກໃຫ້ກຳລັງທະຫານ
ສະຫະລັດ ກັບຄືນປະເທດ ໄວທີ່ສຸດເທົ່າທີ່ເປັນໄປໄດ້.”

ພວກສະໜັບສະໜູນ ລັດຖະບານຊີເຣຍ ພາກັນໂບກທຸກຊາດຂອງ ຊີເຣຍ , ອີຣ່ານ ແລະ ຣັດເຊຍ ໃນຂະນະທີ່ພວກເຂົາ ຮ້ອງໂຮ ຄຳຂວັນ ຕໍ່ຕ້ານ ປະທານາທິບໍດີ ສະຫະລັດ ທ່ານທຣຳ ໃນລະຫວ່າງ ການປະທ້ວງ ຫຼັງຈາກການໂຈມຕີທາງອາກາດຂອງ ສະຫະລັດ ອັງກິດ ແລະ ຝຣັ່ງ.

ທ່ານນາງກ່າວຕື່ມວ່າ ສະຫະລັດ ຢາກຈະ “ທຳລາຍຢ່າງສິ້ນຊາກ” ກຸ່ມຫົວຮຸນແຮງລັດ
ອິສລາມ ແລະ ເຮັດວຽກເພື່ອປ້ອງກັນບໍ່ໃຫ້ມັນກັບຄືນມາອີກ.

ທ່ານມາຄຣົງ ໄດ້ກ່າວເມື່ອຕອນເຊົ້າວັນອາທິດວານນີ້ ຕໍ່ໂທລະພາບ BFM ຂອງຝຣັ່ງ
ວ່າ “ເມື່ອສິບວັນກ່ອນໜ້ານີ້ ປະທານາທິບໍດີ ທຣຳ ໄດ້ກ່າວວ່າ ‘ສະຫະລັດ ຄວນ
ຖອນໂຕ ອອກຈາກຊີເຣຍ’ ພວກເຮົາເຮັດໃຫ້ທ່ານເຊື່ອວ່າ ມັນຈຳເປັນທີ່ຈະຢູ່ຕໍ່ໄປ
ເພື່ອໄລຍະຍາວ.”

US Defends Allied Attack on Syria
please wait

No media source currently available

0:00 0:02:23 0:00

ຄຳເຫັນດັ່ງກ່າວ ມີຂຶ້ນ ສອງວັນ ຫຼັງຈາກທີ່ຝຣັ່ງ ໄດ້ເຂົ້າຮ່ວມກັບ ສະຫະລັດ ແລະອັງກິດ
ໃນການໂຈມຕີທາງອາກາດ ຕໍ່ສະຖານທີ່ຜະລິດອາວຸດເຄມີ.

ທ່ານມາຄຣົງ ຍັງໄດ້ກ່າວອີກວ່າ ທ່ານໄດ້ບອກທ່ານທຣຳ ວ່າ ມັນຈຳເປັນທີ່ຈະຕ້ອງ
ຈຳກັດການໂຈມຕີ ທາງອາກາດ ໃນຊີເຣຍ ໂດຍຕີລາຄາ ວ່າ ທ່ານທຣຳ ຢາກຈະໄປ
ໄກກວ່ານັ້ນ.

“ພວກເຮົາຍັງໄດ້ຊັກຊວນ ທ່ານທຣຳ ວ່າ ພວກເຮົາຕ້ອງຈຳກັດ ການໂຈມຕີທາງ
ອາກາດ ຕໍ່ສະຖານທີ່ຜະລິດອາວຸດເຄມີ ຫຼັງຈາກທີ່ ເລື່ອງຕ່າງໆ ໄດ້ຂະຫຍາຍອອກ
ຫຼາຍເກີນໄປ ໃນການສົນທະນາກັນທາງທວີເຕີ”
ທ່ານມາຄຣົງໄດ້ກ່າວບອກບັນດາ
ນັກຂ່າວ.

ປະທານາທິບໍດີຝຣັ່ງ ທ່ານ ເອັມແມນູແອລ ມາຄຣົງ (ກາງ) ຕັ້ງທ່າຖ່າຍຮູບ ໃນຫ້ອງຖ່າຍທຳ ຂອງໂທລະພາບ BFM ກ່ອນໜ້າການສຳພາດ ກັບນັກຂ່າວ ຊອນ-ຊາກ ໂບຣດີນ (ຂວາ) ແລະ ນັກຂ່າວສືບສວນ ຂອງເວັບໄຊ Mediapart ທ່ານ ແອດວີ ແປລນແນລ (ຊ້າຍ), ຢູ່ທີ່ໂຮງມະຫໍລະສົບ ແຫ່ງຊາດ de Chaillot ຕັ້ງຢູ່ກົງກັນຂ້າມກັບຫໍ Eiffel Tower.

ຜູ້ນຳຂອງຝຣັ່ງ ໄດ້ກ່າວວ່າ ມີຫລັກຖານຢັ້ງຢືນວ່າ ລັດຖະບານຂອງຊີເຣຍ ໄດ້ໃຊ້ແກັສ
ພິດ ໃນເມືອງດູມາ ແລະ ວ່າ ການໂຈມຕີທາງອາກາດດ້ວຍລູກສອນໄຟ ແມ່ນມີຄວາມ
ຈຳເປັນ ເພື່ອຈະໃຫ້ ປະຊາຄົມນານາຊາດ ມີຄວາມເຊື່ອຖື. ທ່ານຍັງໄດ້ກ່າວຕື່ມ ວ່າ
ພັນທະມິດຂອງຊີເຣຍ ກໍຄື ຣັດເຊຍ ແມ່ນໄດ້ສົມຮູ້ຮ່ວມຄິດກະທຳຄວາມຜິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG