ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ທຣໍາ ສະເໜີ ທີ່ຈະໂອນລະບົບ ຄວບຄຸມການບິນ ໄປໃຫ້ເອກກະຊົນ


ປະ​ທານາ​ທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ປະກາດຈະປະຕິຮູບ
ໂອນລະບົບ ຄວບຄຸມການບິນ ຢູ່ທີ່ທຳນຽບຂາວ.
ປະ​ທານາ​ທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ປະກາດຈະປະຕິຮູບ ໂອນລະບົບ ຄວບຄຸມການບິນ ຢູ່ທີ່ທຳນຽບຂາວ.

ປະ​ທານາ​ທິບໍດີ​ສະຫະລັດ ທ່ານດໍ​ໂນ​ລ ທຣໍາ ​ໃນ​ວັນ​ຈັນ​ວານ​ນີ້​ ໄດ້​ສະ​ເໜີ​ໃຫ້​ໂອນລະ
ບົບ​ຄວບ​ຄຸ​ມການບິນຂອງ​ປະ​ເທດ ​ໄປ​ໃຫ້ເອກ​ກະ​ຊົນ ​ໂດຍທ່ານ​ກ່າວ​ວ່າ ການ​ປະ
ຕິຣູບນີ້​ແມ່ນມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕັດ​ເວລາ​ການ​ເດີນທາງ ​ແລະ​ຄ່າເຊື້ອ​ໄຟ ​ແລະ​ຫລີ​ກລ່ຽງການຊັກ​ຊ້າ​ທີ່​ລົບ​ກວນພວກ​ເດີນທາງ.

ປະ​ທານາ​ທິບໍດີທຣໍາ ກ່າວວ່າ ​ ​ລະບົບ​ຄວບ​ຄຸມ​ການບິນ ຊຶ່ງບໍລິຫານງານ​ໂດຍ​ອົງການ
ຄຸ້ມຄອງການບິນພົນລະ​ເຮືອນ​ລັດຖະບານ​ກາງ ຫຼື FAA “​ໄດ້ຄ້າງ​ຄາ​ຢ່າງ​ເຈັບ​ປວດ​ທີ່​
ຜ່ານມາ” ທີ່​ໄດ້​ອອກ​ແບບ​ເມື່ອ​ຫລາຍ​ທົດ​ສະ​ວັດ​ກ່ອນ ທ່ານ​ກ່າວ​ວ່າ ສຳລັບ​ປະ​ເທດ​ທີ່​
ມີ​ຜູ້​ໂດຍສານ 180,000 ຄົນ​ໃນ​ແຕ່ລະ​ປີ ​ບໍ່ແມ່ນ​ມີ​ຜູ້ເດີນທາງເກືອບ​ນຶ່ງພັນ​ລ້ານ​ທີ່ມີ​ໃນ​ປັດຈຸບັນນີ້.

ປະທານາທິບໍດີ ທຣຳ ກ່າວ​ວ່າ “ຫ້ອງການຄຸ້ມຄອງ​ການບິນ​ລັດຖະບານ​ກາງ FAA ​ໄດ້​ພະຍາຍາມປັບປຸງ​ລະບົບ​ຄວບ​ຄຸມການບິນຂອງ​ປະ​ເທດ​ເຮົາ​ມາ​ເປັນ​ເວລາ​ຫລາຍ​ປີ ​
ແຕ່​ຫລັງ​ຈາກ​ການ​ໃຊ້​ຈ່າຍເງິນ​ເກັບພາສີຫລາຍ​ໆ​ພັນ​ລ້ານ​ໂດ​ລາ ​ແລະ​ຫລາຍໆ​ປິ​ຂອງ
​ການ​ຊັກ​ຊ້າ ພວກ​ເຮົາ​ຍັງ​ຕິດ​ຄ້າງ​ຢູ່​ສະໄໝເກົ່າ ​ເພພັງ ​ເກົ່າ​ແກ່ ​ເປັນ​ລະບົບ​ທີ່​ຂີ້ຮ້າຍ​ທີ່​
ບໍ່​ເຮັດ​ວຽກ. ​ແຕ່ນອກ​ເໜືອ​ໄປ​ກວ່າ​ນັ້ນ ​ແມ່ນດີ​ພໍສົມ​ຄວນ.”

ປະທານາທິບໍດີ​ທຣໍາ ກ່າວ​ວ່າ ການ​ບິນ​ທີ່​ບໍ່​ເຮັດ​ວຽກ​ໄດ້​ເຕັມ​ເມັດ​ເຕັມ​ໜ່ວຍ ​ເຮັດ​ໃຫ້​
ປະ​ເທດ​ເສຍ​ເງິນ​ຫລາຍ​ເຖິງ 25 ພັນ​ລ້ານ​ຕໍ່​ປີ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະ ສະພາ​ກໍ່​ຕັ້ງ
​ບໍລິສັດເອກ​ກະ​ຊົນ ທີ່​ບໍ່​ຫວັງຜົນ​ກຳ​ໄລ​ເພື່ອບໍລິຫານ​ລະບົບນີ້. ​ແນວ​ຄິດ​ການ​ສ້າງ​ເອກ​
ກະ​ຊົນ​ຄວບ​ຄຸມ​ການບິນ​ຂອງ​ສະຫະລັດ ທີ່​ຜ່ານ​ມາ​ໄດ້​ປະສົບ​ກັບ​ການ​ຕ້ານ​ຢັນ​ຈາກ​
ບັນດາ​ຊະ​ມາ​ຊິກ​ສະພາ​ຈຳນວນ​ນຶ່ງ ຫລືຄ້າງ​ຄາ​ຫລາຍ​ກວ່າ​ບັ​ນຫາ​ຕ່າງໆທີ່ີ​ເກີດ​ຂຶ້ນ​ມາ​
ກ່ອນ.

ປະທານາທິບໍດີ​ທຣໍາກ່າວ​ວ່າ “ພາຍ​ໃຕ້​ແຜ​ນການ​ໃໝ່​ຂອງ​ທ່ານ ຫ້ອງ​ການ​ປົກ​ຄອງ​
ຄວບ​ຄຸມ​ການບິນ ຈະ​ເຈາະຈົງ​ໃສ່​ອັນ​ທີ່​ຈະເຮັດໃຫ້ດີ​ທີ່​ສຸດ: ຄວາມ​ປອດ​ໄພ​. ​ເອກ​ກະ​
ລັກທີ່​ບໍ່​ສ້າງ​ຜົນ​ກຳ​ໄ​ລ​ອີກ​ຕ່າງຫາກຈະ​ໃຫ້ການ​ເບິ່ງ​ແຍງເພື່ອ​ຄໍ້າ​ປະ​ກັນ ​ເສັ້ນ​ທາງ​ໃຫ້
​ພຽງພໍ ບໍລິການກົງ​ເວລາ ​ແລະ​ຫລຸດ​ຜ່ອນ​ການ​ລໍຖ້າລ້າ​ຊ້າ​ອັນ​ຍາວ​ນານ.” ປະທານາ
ທິບໍດີ​ທຣໍາ ຍັງ​ກ່າ​ວອີກ​ວ່າ “​ແຜນ​ຂອງ​ພວກ​ເຮົາ​ຈະ​ນຳພາໄປ​ຫາ​ບ່ອນ​ທີ່​ທ່ານ​ຕ້ອງ
ການບໍ່​ແພງ​. ​ແລະ​ແມ່ນ​ແລ້ວ ​ເປັນ​ເທື່ອ​ທຳ​ອິດ​ໃນ​ເວລາ​ອັນດົນ​ນານ ຕົງ​ເວລາ. ພ​ວກ​
ເຮົາ​ຈະ​ເລີ່​ມການປ່ຽນ​ແປງ​ເດີນທາງ​ເຮືອບິນ​ໂດຍ​ການ​ທົດ​ແທນ​ລະບົບ​ທີ່​ຫລ້າຫລັງ​
ຂອງ​ການຄວບ​ຄຸມ​ການບິນ. ​ມັນ​ເຖິງ​ເວລາ​ ແລ່້ວ.”

ສາຍການບິນອາເມຣິກັນ Boeing 767 ລໍຖ້າຈະບິນຂຶ້ນ ທີ່ສະໜາມບິນສາກົນ ນະຄອນ Los Angeles.
ສາຍການບິນອາເມຣິກັນ Boeing 767 ລໍຖ້າຈະບິນຂຶ້ນ ທີ່ສະໜາມບິນສາກົນ ນະຄອນ Los Angeles.

ການ​ປະກາດ​ຂອງ​ປະທານາທິບໍດີ​ທຣໍາ ​ໄດ້​ມີ​ຂຶ້ນ​ໃນ​ມື້​ທຳ​ອິດ​ອັນ​ທີ່​ທຳນຽບຂາວ​ກ່າວ
​ວ່າ ຈະ​ເປັນ​ເຫດການຕໍ່​ເນື່ອງ​ກັ​ນ​ໃນ​ບໍ່​ເ​ທົ່າ​ໃດ​ມື້​ຂ້າງ​ໜ້າ​ນີ້​ ຮ້ອງ​ໃຫ້​ມີ​ຄວາມ​ສົນ​ໃຈ​
ຕໍ່​ແນ​ວຄິດ​ຂອງ​ທ່ານ​ເພື່ອ​ປັບປຸງ​ໂຄງຮ່າງ​ຂອງ​ປະ​ເທດ.

ຕໍ່​ມາ​ໃນ​ອາທິດ ປະທານາທິບໍດີ​ທຣໍາ ​ມີ​ນັດ​ໝາຍ​ທີ່​ຈະ​ເດີນທາງ​ໄປ​ພາກກາງ ທາງ​ທິດ
ຕາ​ເວັນຕົກຂອງ​ລັດ Ohio ​ເພື່ອ​ສົນທະນາ​ປັບປຸງ​ຄູ​ຕ້ານ​ນໍ້າ ​ເຂື່ອນ​ຕ່າງໆ ​ແລະຮັກ
ສາ​ໄວ້​ເປັນ​ກະ​ແຈ​ໄປ​ສູ່​ການ​ຂົນ​ສົ່ງ​ກະ​ເສດ​ຕະກຳ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG