ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ຈະສະເໜີ ການຄວບຄຸມ ການ ສັນຈອນ ທາງອາກາດ ສະຫະລັດ ໃຫ້ເປັນ ຂອງເອກະຊົນ


ເຈົ້າໜ້າທີ່ເຮັດວຽກຢູ່ຫໍຄວບຄຸມການສັນຈອນທາງກາດຢູ່ສະໜາມບິນສາກົນ Newark Liberty ໃນເມືອງ Newark, ລັດ ນິວເຈີຊີ.
ເຈົ້າໜ້າທີ່ເຮັດວຽກຢູ່ຫໍຄວບຄຸມການສັນຈອນທາງກາດຢູ່ສະໜາມບິນສາກົນ Newark Liberty ໃນເມືອງ Newark, ລັດ ນິວເຈີຊີ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີກຳນົດທີ່ຈະສະເໜີລະບົບການຄວບ ຄຸມການສັນຈອນທາງອາກາດຂອງປະເທດ ໃຫ້ເປັນພາກສ່ວນເອກະຊົນ, ຊຶ່ງເປັນພາກ ສ່ວນໜຶ່ງຂອງງານໃນສັບປະດາທີ່ເພັ່ງເລັງໃສ່ໂຄງລ່າງພື້ນຖານ.

ການຄວບຄຸມການສັນຈອນທາງອາກາດປັດຈຸບັນນີ້ ຕົກຢູ່ພາຍໃຕ້ການປະຕິບັດການ
ຂອງອົງການການບິນລັດຖະບານກາງ. ທ່ານ Gary Cohn ຫົວໜ້າຜູ້ຊີ້ນຳດ້ານເສດຖະ
ກິດຂອງທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ກ່ຽວກັບ ການປະກາດໃນວັນຈັນມື້ນີ້ວ່າ ການປ່ຽນແປງນີ້ ຈະຊ່ວຍຫຼຸດຜ່ອນເວລາເດີນທາງ ແລະ ຄ່າໃຊ້ຈ່າຍນໍ້າມັນເຊື້ອໄຟ.

ໃນໜຶ່ງສັບປະດາຂ້າງໜ້າ, ທ່ານ ທຣຳ ມີແຜນວ່າຈະເດີນທາງໄປລັດ Ohio ເພື່ອປຶກສາ
ຫາລື ກ່ຽວກັບ ການປັບປຸງລະບົບປ້ອງກັນຕາຝັ່ງເຈື່ອນ, ເຂື່ອນ ແລະ ປະຕູນໍ້າ ທີ່ເປັນ
ກຸນແຈສຳຄັນຕໍ່ການຜະລິດກະສິກຳ.

ນອກນັ້ນ ທ່ານຍັງມີແຜນວ່າ ຈະພົບປະກັບກຸ່ມຂອງບັນດາຜູ້ປົກຄອງລັດ ແລະ ເຈົ້າ
ເມືອງ ເພື່ອປຶກສາຫາລື ກ່ຽວກັບ ແຜນການຂອງພວກເພິ່ນ, ແລະ ທ່ານປະທານາທິບໍດີ
ຍັງມີກຳນົດທີ່ຈະໄປຢ້ຽມຢາມກະຊວງຄົມມະນາຄົມໃນວັນສຸກນີ້ ເພື່ອເວົ້າລົມ ກ່ຽວກັບ ການປະຕິຮູບກົດລະບຽບທີ່ກ່ຽວຂ້ອງກັບຖະໜົນ ແລະ ລາງລົດໄຟ.

ທ່ານ Cohn ກ່າວວ່າ “ມັນບໍ່ສຳຄັນວ່າເຈົ້າແມ່ນໃຜ, ບໍ່ວ່າເຈົ້າຈະເປັນຊາວນາຢູ່ພາກ ຕາເວັນຕົກ, ຫຼື ຜູ້ເປັນແມ່ຂັບລົດພາລູກໄປ ແລະ ກັບຈາກໂຮງຮຽນ, ຫຼື ກຳມະກອນ
ຫຼື ນັກຮຽນມະຫາວິທະນາໄລທີ່ເດີນທາງໄປ ແລະ ກັບຈາກໂຮງຮຽນ, ເຈົ້າກໍຈະໄດ້
ຮັບຜົນກະທົບຈາກໂຄ່ງລ່າງພື້ນຖານ”
ນີ້ທັງນັ້ນ.

ໃນລະຫວ່າງການໂຄສະນາຫາສຽງເປັນປະທານາທິບໍດີ ທ່ານ ທຣຳ ໄດ້ຮຽກຮ້ອງໃຫ້ ມີໂຄງການມູນຄ່າ 1 ພັນຕື້ໂດລາ ເພື່ອສ້ອມແປງໂຄງລ່າງພື້ນຖານຂອງປະເທດ. ຂໍ້ ສະເໜີງົບປະມານຂອງທ່ານ ທີ່ໄດ້ປະກາດໃນເດືອນທີ່ຜ່ານມາ ລວມມີ 200 ຕື້ໂດລາ ສຳລັບໂຄງລ່າງພື້ນຖານ ທີ່ລັດຖະບານຫວັງວ່າຈະນຳໄປສູ່ການລົງທຶນອື່ນໆ. ທຳນຽບ
ຂາວ ຍັງໄດ້ປຶກສາຫາລືການກະຕຸ້ນໃຫ້ລັດຖະບານທ້ອງຖິ່ນຂາຍໂຄງລ່າງພື້ນຖານທີ່ມີ ຢູ່ໃຫ້ບໍລິສັດເອກະຊົນ.

ສະມາຊິກສະພາສູງພັກເດໂມແຄຣັດຕົວແທນລັດ ຮາວາຍ, ທ່ານ Brian Schatz
ກ່າວວ່າ ວິທີການດັ່ງກ່າວ “ແທ້ຈິງແລ້ວ, ແມ່ນກົງກັນຂ້າມ ກັບແຜນການໂຄງລ່າງ
ພື້ນຖານ.”
ແລະ ມັນ “ຈະບໍ່ມີໂອກາດປະສົບຄວາມສຳເລັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG