ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທ​ຣຳ ຈະ​ສະ​ເໜີ​ຕັດ ​ການ​ຊ່ວຍ​ເຫຼືອ​ ຕ່າງ​ປະ​ເທດ ແລະ ສະ​ຫວັດ​ດີ​ການ​ ສັງ​ຄົມ​ໃນ​ງົບ​ປະ​ມານ


ກັອບ​ປີ​ຂອງ​ງົບ​ປະ​ມານ​ລັດ​ຖະ​ບານ​ກາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ພຶດ​ສະ​ພາ, 2017.
ກັອບ​ປີ​ຂອງ​ງົບ​ປະ​ມານ​ລັດ​ຖະ​ບານ​ກາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ພຶດ​ສະ​ພາ, 2017.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຈະ​ສະ​ເໜີ​ຕັດ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ 21 ເປີ​ເຊັນ ແລະ ຕັດ​ໂຄງ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ ​ໃນ​ການ​ສະ​ເໜີ​ງົບ​ປະ​ມານ​ມູນ​ຄ່າ ສີ່​ພັນ​ແປດ​ຮ້ອຍ​ຕື້​ໂດ​ລາ​ຂອງ​ທ່ານ ​ສຳ​ລັບ​ປີ​ງົບ​ປະ​ມານ 2021 ໃນ​ວັນ​ຈັນ​ມື້ນີ້, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ. ງົບ​ປະ​ມານ​ດັ່ງ​ກ່າວ​ຈະ​ພະ​ຍາ​ຍາມ​ຂະ​ຫຍາຍ​ເງິນ​ທຶນ​ ເພື່ອ​ຕອບ​ໂຕ້​ຕໍ່​ໄພ​ຂົ່ມ​ຂູ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດຈາກ ຈີນ ແລະ ຣັດ​ເຊຍ, ແຕ່​ຍັງ​ຈະ​ຂະ​ຫຍາຍ​ເງິນ​ທຶນ ດ້ວຍ​ການ​ແນ​ເປົ້າ​ໃສ່​ການ​ປະ​ຢັດ​ເງິນ 2 ພັນ​ຕື້​ໂດ​ລາ​ຈາກ​ໂຄ​ງ​ການ​ໃຊ້​ຈ່າຍ​ທີ່​ຈຳ​ເປັນ​ໃນ ສະ​ຫະ​ລັດ. ງົບ​ປະ​ມານ​ດັ່ງ​ກ່າວ​ຄາດ​ວ່າ​ຈະ​ສ້າງ​ລາຍ​ໄດ້​ປະ​ມານ ສາມ​ພັນ​ແປດ​ຮ້ອຍ​ຕື້​ໂດ​ລາ.

ທ່ານ ທ​ຣຳ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ, ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຕັດ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ໃນ​ຂໍ້​ສະ​ເໜີ​ງົບ​ປະ​ມານ​ຂອງ​ທ່ານ​ປີ​ກາຍນີ້ ແຕ່​ໄດ້​ປະ​ເຊີ​ນ​ກັບ​ການ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ລັດ​ຖະ​ສະ​ພາ ແລະ ບໍ່​ໄດ້​ບັ​ນ​ລຸ​ຜົນ.

ແຜນ​ການຫຼ້າ​ສຸດ​ສຳ​ລັບ​ຂໍ້​ສະ​ເໜີ​ການ​ໃຊ້​ຈ່າຍ​ລັດ​ຖະ​ບານ ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ບໍ່​ຖື​ຮັບ​ຜ່ານ​ໂດ​ຍ​ສະ​ພາ​ຕ່ຳ​ທີ່​ຖືກ​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ, ໂດຍ​ສະ​ເພາະ​ໃນ​ປີ​ການ​ເລືອກ​ຕັ້ງ.

ທຳ​ນຽບ​ຂາວ ໄດ້​ສະ​ເໜີ​ຕັດ​ການ​ໃຊ້​ຈ່າຍ ສີ່​ພັນ​ສີ່​ຮ້ອຍ​ຕື​ໂດ​ລາ​ໃນ 10 ຕໍ່​ໜ້າ ທີ່​ລວມ​ມີ 130 ຕື້​ໂດ​ລາ​ຈາກ​ການ​ປ່ຽນ​ແປງ​ຕ່າງໆ ​ຕໍ່​ລາ​ຄາ​ຢາ​ຕາມ​ໃບ​ສັ່ງ​ຂອງ​ປະ​ກັນ​ສຸ​ຂ​ະ​ພາບ​ລາ​ຄາ​ຖືກ, 292 ຕື້​ໂດ​ລາ​ຈາກ​ການ​ຕັດ​ຕ່າງໆ​ໃນ​ໂຄງ​ການ​ສະ​ຫວັດ​ດີ​ການ​ສັງ​ຄົມ, ເຊັ່ນ​ການ​ຮຽກ​ຮ້ອງ​ໃຫ້​ເຮັດ​ວຽກ​ເພື່ອ​ປະ​ກັນ​ສຸ​ຂະ​ພາບ​ລາ​ຄາ​ຖືກ ແລະ ຄູ​ປັອງ ອາ​ຫານ ແລະ 70 ຕື້​ໂດ​ລາ​ຈາກ​ການ​ຕັດ​ຂໍ້​ກຳ​ນົດ​ຄວາມ​ສາ​ມາດ​ສຳ​ລັບ​ເງິນ​ສົງ​ເຄາະ​ຄົນ​ພິ​ການ​ຂອງ​ລັດ​ຖະ​ບານ​ກາງ. ການ​ປ່ຽນ​ແປງ​ດັ່ງ​ກ່າວ​ແມ່ນ​ເບິ່ງ​ຄື​ວ່າ​ຈະ​ສ້າງ​ຄວາມ​ໂມ​ໂຫ​ໃຫ້ແກ່ພັກ​ເດ​ໂມ​ແຄ​ຣັດ.

ລັດ​ຖະ​ບານ ສະ​ຫະ​ລັດ ໄດ້​ສິ້ນ​ສຸດ​ປີ​ງົບ​ປະ​ມານ 2019 ດ້ວຍ​ການ​ຂາດ​ດຸນ​ງົບ​ປະ​ມານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ຮອບ 7 ປີ ໃນ​ຂະ​ນະ​ທີ່​ລາຍ​ໄດ້​ຈາກ​ການ​ເກັບ​ພາ​ສີໄດ້​ຖືກ​ຖ່ວງ​ດຸນ​ໂດຍ​ການ​ໃຊ້​ຈ່າຍ​ທີ່​ສູງ​ຂຶ້ນ ແລະ ການ​ໃຊ້​ໜີ້​ທີ່​ຫຼາຍ​ຂຶ້ນ, ອີງ​ຕາມ​ການ​ກ່າວ​ຂອງ​ກະ​ຊວງ​ການ​ເງິນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG