ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣໍາ ຈະຖອນໂຕອອກຈາກ ຂໍ້ຕົກລົງດິນຟ້າອາກາດປາຣີ


Trump to Pull US Out of Paris Climate Accord
please wait

No media source currently available

0:00 0:02:18 0:00

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ປະກາດ​ວ່າ ທ່ານ​ຈະ​ຖອນ​ສະຫະລັດ ອອກ​ຈາກຂໍ້​
ຕົກລົງສາກົນ ທີ່​ມີ​ຄວາມ​ສຳຄັນ​ປະຫວັດສາດ ທີ່​ໄດ້​ໝາຍ​ໝັ້ນ​ໃຫ້​ເກືອບ​ທຸກໆ​ປະ​ເທດ
​ເອົາ​ມາດ​ຕະການເພື່ອ​ຫລຸດຜ່ອນ ສະພາບ​ອາກາດ​ຮ້ອນເອົ້າຂອງ​ໂລກ. ນັກ​ຂ່າວ
ວີ​ໂອ​ເອ Peter Heinlein ລາຍ​ງານ​ວ່າການ​ຕັດສິນ​ໃຈ ໄດ້​ສ້າງຄວາມຜິດ​ຫວັງ ໃຫ້​
ແກ່​ ບັນດາ​ນັກ​ປົກ​ປ້ອງສິ່ງ​ແວດ​ລ້ອມ ພັນທະ​ມິດ​ຕ່າງປະ​ເທດ ​ແລະ​ພວກ​ຜູ້ນຳ​ທຸລະ
​ກິດ ທີ່​ມີ​ອິດ​ທິພົນ ​ຈຳນວນ​ນຶ່ງ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳເອົາ​ລາຍ​ລະອຽດມາ
ສະ​ເໜີ​ທ່ານ.

please wait

No media source currently available

0:00 0:03:50 0:00
ລິງໂດຍກົງ

ສີ່​ເດືອນ​ຫຼັງ​ຈາກ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ແລ້ວ ​ທ່ານດໍ​ໂນ​ລ ທຣໍາ​ໄດ້ກໍ
ປະຕິບັດ​ຕາມ ຄຳ​ໝັ້ນ​ສັນ​ຍາ​ທີ່​ທ່ານ​ໄດ້​ໃຫ້​ໄວ້​ ໃນ​ລະຫວ່າງ ​ການ​ໂຄ ສະນາຫາ​ສຽງ​.
ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກ່າວ​ວ່າ “ສະຫະລັດ​ຈະ​ຖອນ​ອອກ​ຈາກ ຂໍ້​ຕົກລົງ​ດິນ​
ຟ້າອາກາດ​ປາຣີ.”

ທ່ານໂຕ້​ຖຽງ​ວ່າ ຂໍ້​ຕົກລົງ​ປາຣີ ​ໄດ້​ຜູກ​ມັດສະຫະລັດ ດ້ວຍລະບຽບການທີ່​ຫຍຸ້ງຍາກ​
ທີ່​ຈະ​ຂັດ​ຂວາງ​ຕໍ່​ການ​ເຕີບ​ໂຕ​ຂອງເສດຖະກິດ.

ບັນດາ​ນັກ​ເຄື່ອ​ນ​ໄຫວ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ລັດຖະບານ ທ່ານ
Obama ຕ່າງ​ກໍ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ ທີ່ໄດ້​ເຫັນການ​ເຮັດ​ວຽກ​ໜັກ ​ມາ​ເປັນ​ເວ
ລາຫຼາຍປີ ເພື່ອ​ນຳ​ເອົາ​ສະຫະລັດ ​ເຂົ້າ​ສູ່ຂໍ້​ຕົກລົງ​ດິນ​ຟ້າ​ອາກາດຂອງ ໂລກ ຕ້ອງ​ຖືກ​
ຍົກ​ເລີກໄປ​ນັ້ນ.

ທ່ານ Andrew Light ​ເຈົ້າ​ໜ້າ​ທີ່​ລັດຖະບານທ່ານ Obama ກ່າວ​ວ່າ “ສະຫະລັດ​
ໄດ້​ເປັນ​ຜູ້ເຈລະຈາ​ທີ່​ເຂັ້ມ​ແຂງແລະ​ກ້າວໜ້າ​ທີ່​ສຸດ ຕໍ່ສິ່ງ​ທີ່ສ້າງ​ຄວາມ​ກໍ້າ​ເກິ່ງ​ແບບ
​ເປັນ​ທຳກ່ຽວ​ກັບ​ເລື່ອງ​ນີ້ ຖ້າຫາກ​ບັນດານັກ​ເຈລະຈາ​ສະຫະລັດ ບໍ່ໄດ້​ເຂົ້າ ຮ່ວມ​
ໃນ
ໂຕະ​ເຈລະຈາ ທ່າ​ນຈະ​ສູນ​ເສຍ​ນຶ່ງ​ໃນ​ຄວາມ​ເຂັ້ມ​ແຂງ​ສຸດ​ແລະ​ຫາງສຽງ​ຊັກ​
ຊວນ​ເພື່ອ​ເຮັດ​ໃຫ້ເປັນ​ທີ່​ແນ່ນອນວ່າປາຣີ​ເປັນ​ເພິ່ງ​ພໍ​ໃຈ​ກັບ​ຄໍາໝັ້ນ​ສັນຍານັ້ນ.

ເປັນ​ທີ່​ແປກໃຈໄປ​ກວ່າ​ນັ້ນ ກໍ​ຄື​ບັນດາຫົວໜ້າ​ທຸລະ​ກິດທີ່​ມີ​ຊື່​ສຽງ​ຂອງອາ​ເມຣິກັນ
ບາງ​ຄົນ ໄດ້​ລົງ​ໂຄສະນາ​ເຕັມ​ໜ້​າ ​ໃນໜັງສື​ພິມທີ່​ສຳຄັນໆ​ຫລາຍ​ສະບັບ ບໍ່​ເຫັນ​ພ້ອມ
ກັ​ບການກ່າວ​ອ້າງ​ຂອງປະ​ທາ​ນາ​ທິບໍດີ​ທຣໍາ ທີ່ວ່າ ຂໍ້​ຕົກ​ລົງ​ນີ້ຈະ​ເຮັດ​ໃຫ້ ​ສູນເສ​ຍວຽກ
ການ ​ແລະບໍ່ມີ​ການ​ແຂ່ງຂັນກັນ.

ທ່ານ Amit Rosen ທີ່​ສະ​ຖາ​ບັນ​ແສງຕາ​ເວັນ ຢູ່​ມະຫາວິທະຍາ​ໄລ George
Washington ກ່າວ​ວ່າ “ບັນດາ​ບໍລິສັດ ​ທີ່ໄດ້​ກຳ​ໄລ​ຫລາຍ​ທີ່​ສຸດ​ໃນ​ໂລກ ​ກໍ​ໄດ້ແກ່
ບໍລິສັດ​ຂອງ​ສະຫະລັດ ​ເຂົາ​ເຈົ້າ​ຍັງ​ເປັນ​ບໍລິສັດ​ທີ່​ສະຫລຽວສະຫລາດ ​ທີ່​ກ່າວ​ວ່າ
“​ເຮຂ້ອ​ຍ​ແມ່ນບໍລິສັດ Apple, Google, Microsoft, Ford ຫຼືໃດ​ກໍ​ຕາມ ​ທີ່ເຂົາ​
ເຈົ້າ​ພວມ​ລົງທຶນ​ຢ່າງໃຫຍ່ຫລວງ ​ໃນ​ພະລັງງານ​ທີ່​ສະອາດ ​ເພາະວ່າ​ເຂົາ​ເຈົ້າ​ບໍ່​
ຢາກຖືກ​ປ່ອຍ​ໃຫ້​ຢູ່ລາກ​ຫລັງ."

​ສະມາ​ຊິກຫລາຍ​ຄົນ ທີ່ຢູ່​ວົງ​ໃນຂອງປະທານາທິບໍດີ​ທຣໍາ ຮວມທັງ​ລູກ​ສາວຂອງ
ທ່ານ ທ່ານ​ນາງ Ivanka ລູກ​ເຂີຍ ທ່ານ Jared Kushner ​ແລະ ​ບັນດາລັດມົນຕີ​ຄົນ
ສຳຄັນ ​ມີ​ລາຍ​ງານວ່າ ​ໄດ້​ໂຕ້ຖຽງ​ກັນ​ຢ່າງ​ແຮງ​ຕໍ່​ການ​ຖອນໂຕອອກ​ຈາກ​ຂໍ້​ຕົກລົງນີ້.
​ແຕ່​ວ່າ​ໃນທີ່​ສຸດແລ້ວ ບັນດາ​ຜູ້​ສະໜັບສະໜູນ​ກ່າວ​ວ່າ ມັນ​ໄດ້​ມາ​ສຸດ​ຢູ່​ບັນຫາ​ນຶ່ງ
ນັ້ນກໍ​ຄື ​ເສດຖະກິດ.

ທ່ານ Brett Schaffer ຈາກມູນ​ນິທິ​ມໍລະດົກ ກ່າວ​ວ່າ “ທ່ານ​ຄິດ​ວ່າ​ ກົດລະບຽບ
​ແລະ​ດິນ​ຟ້າ​ອາກາດ ​ແລະ​ນະ​ໂຍບາຍ​ພະລັງງານ​ ຂອງ​ລັດຖະບານ​ຊຸດ​ກ່ອນ​ ໄດ້​
ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່ເສດຖະກິດ​ສະຫະລັດ ​ແລະ​ກໍ​ໄດ້​ສ້າງ​ຄວາມ​ເສຍ
ຫາຍ​ໃຫ້​ແກ່​ປະຊາຊົນ ເປັນ​ອຸບປະສັກ​ຂັດຂວາງ​ຕໍ່​ການເຕີບ​ໂຕ​ຂອງ ວຽກ​ການ​
ແລະມັນ​ບໍ່​ໄດ້ນອນຢູ່​ໃນ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ.”

ໃນ​ຂະນະ​ທີ່​ປະທານາທິບໍດີ​ທຣໍາ ກ່າວ​ວ່າ ທ່ານ​ຈະເປີດ​ການ​ເຈລະຈາ ​ເພື່ອກັບ
ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ປາຣີ ພາຍ​ໃຕ້​ເງື່ອນ​ໄຂ​ໃ​ໝ່ ​ແຕ່ການ​ຕັດສິນ​ໃຈ​ຂອງ​ທ່ານແມ່ນ
ຄາດ​ກັນວ່າ​ ຈະ​ມີຜົນ​ກະທົບ​ທີ່ຕິດຕາມ​ມາຢ່າງ​ໃຫຍ່​ຫລວງ. ນຶ່ງ​ໃນ​ປະ​ຕິ​ກິ ລິຍາທີ່ມີ

ຂຶ້ນ​ໃນທັນ​ທີ ແມ່ນມາ​ຈາກນັກ​ລົງ​ທຶ​ມະຫາ​ເສດ​ຖີ Elon Musk ຜູ້​ກໍ່​ຕັ້ງ​ບໍລິສັດ
Space X ​ທີ່​ໄດ້​ລາ​ອອກ​ຈາກ​ຄະນະທີ່ປຶກສາຂອງທຳນຽບຂາວ ຊຶ່ງ​ປະ
ກອບ​ດ້ວຍ​ສາມ​ຄົນ ທີ່​ທ່ານ​ໄດ້ຖືກ​ແຕ່ງ​ຕັ້ງ​ໂດ​ຍປະທານາທິບໍດີ​ທຣໍາ.

XS
SM
MD
LG