ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈະລາຍງານ ສະຫຼຸບ ກ່ຽວກັບ ແຜນການຕໍ່ໄປ ຂອງສະຫະລັດ ໃນ ອັຟການິສຖານ


ປະທານາທິບໍດີ ດໍໂນລ ທຣຳ ຍົກນິ້ວໂປ້ ໃນຂະນະທີ່ທ່ານຍ່າງ
ຂຶ້ນເຮືອບິນ Air Force One ທີ່ຖານທັບອາກາດພາກພື້ນ Hagerstown ໃນເມືອງ Hagerstown, ລັດແມຣີແລນ. 18 ສິງຫາ, 2017,
ປະທານາທິບໍດີ ດໍໂນລ ທຣຳ ຍົກນິ້ວໂປ້ ໃນຂະນະທີ່ທ່ານຍ່າງ ຂຶ້ນເຮືອບິນ Air Force One ທີ່ຖານທັບອາກາດພາກພື້ນ Hagerstown ໃນເມືອງ Hagerstown, ລັດແມຣີແລນ. 18 ສິງຫາ, 2017,

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະກ່າວສະຫຼຸບຫຍໍ້ ກ່ຽວກັບ “ແຜນການ
ຕໍ່ໄປ”
ຂອງ ສະຫະລັດ ໃນ ອັຟການິສຖານ ໃນການກ່າວຄຳປາໄສ ໃນຕອນຄໍ່າວັນຈັນ
ມື້ນີ້.

ທ່ານ ທຣຳ ຈະກ່າວຄຳປາໄສໃນເວລາໜຶ່ງໂມງເຊົ້າ ຕາມເວລາສາກົນ ໃນວັນອັງຄານ
ມື້ອື່ນ ຈາກຖານທັບ Fort Mayer ຕັ້ງຢູ່ບໍ່ໄກຈາກນະຄອນຫຼວງ ວໍຊິງຕັນ, ອີງຕາມການ
ກ່າວຂອງທຳນຽບຂາວໃນຖະແຫຼງການສະບັບໜຶ່ງ.

ໃນວັນອາທິດວານນີ້, ລັດຖະມົນຕີປ້ອງກັນປະເທດທ່ານ James Mattis ກ່າວວ່າ ທ່ານ
ທຣຳ ໄດ້ທຳການຕັດສິນໃຈ ກ່ຽວກັບ ແຜນຍຸດທະສາດໃໝ່ໃນ ອັຟການິສຖານ, ແຕ່ບໍ່
ໄດ້ເປີດເຜີຍລາຍລະອຽດໃດໆ.

ທ່ານ Mattis ກ່າວວ່າ ແຜນຍຸດທະສາດໄດ້ກວມເອົາຫຼາຍກວ່າປະເທດ ອັຟການິສຖານ,
ແຕ່ມັນແມ່ນ “ແຜນຍຸດທະສາດກວມລວມທັງໝົດພາກພື້ນ ເອເຊຍໃຕ້.”

ດ້ວຍສັນຍານທີ່ວ່າ ກອງທັບ ສະຫະລັດ ຄາດວ່າ ການປະຕິບັດພາລະກິດຂອງເຂົາເຈົ້າ
ຈະໄດ້ສືບຕໍ່ໄປນັ້ນ, ຜູ້ບັນຊາການລະດັບສູງສຸດຂອງ ສະຫະລັດ ໃນ ອັຟການິສຖານ
ນາຍພົນ John Nicholson ໃນວັນອາທິດວານນີ້ ໄດ້ຍົກຍ້ອງການສົ່ງກອງກຳລັງປະຕິ
ບັດການພິເສດ ຊຸດໃໝ່ຂອງ ອັຟການິສຖານ, ໂດຍປະກາດວ່າ “ພວກເຮົາຈະຮ່ວມມືກັບ
ພວກເຈົ້າ ແລະ ພວກເຮົາຈະຢູ່ກັບພວກເຈົ້າ.”

ຮອງຜູ້ອຳນວຍການໂຄງການ ເອເຊຍ ຂອງສູນກາງ Wilson ແລະ ຜູ້ຊ່ວຍອາວຸໂສສຳ
ລັບ ເອເຊຍໃຕ້ ທ່ານ Michael Kugelman ໄດ້ກ່າວຕໍ່ວີໂອເອວ່າ ທ່ານບໍ່ຄາດວ່າ ນະ
ໂຍບາຍຂອງທ່ານ ທຣຳ ຈະມີຄວາມແຕກຕ່າງຫຍັງຫຼາຍ ຫຼື ລວມມີແນວຄິດຕ່າງໆເຊັ່ນ
ອາໄສພວກສັນຍາຈ້າງ ແທນທີ່ຈະເປັນກອງກຳລັບ ສະຫະລັດ.

ທ່ານ Kugelman ໄດ້ກ່າວວ່າ “ຂ້າພະເຈົ້າມີຈິນຕະນາການວ່າ ປະທາ ນາທິບໍດີ ຈະປະ
ກາດນະໂຍບາຍ ທີ່ຈະມີຄວາມຄ້າຍຄືຫຼາຍ ກັບສິ່ງທີ່ໄດ້ຖືກໃຊ້ມາ ໂດຍລັດຖະບານຂອງ
ທ່ານ ໂອບາມາ, ເຊິ່ງໃຫ້ຮັກສາການມີໜ້າຂອງກອງທັບ ສະຫະລັດ ຈຳນວນພໍປະມານ
ໄວ້ ໃນ ອັຟການິສຖານ. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຈະຈິນຕະນາການວ່າ ມັນອາດ
ຈະນຳໄປສູ່ການສົ່ງກອງກຳລັງອີກຫຼາຍພັນຄົນເພີ່ມເຕີມ ເພື່ອໄປເສີມການປະຕິບັດພາ
ລະກິດຝຶກຊ້ອມການທະຫານຂອງ ສະຫະລັດ ໃຫ້ກອງກຳລັງຮັກສາຄວາມປອດໄພຂອງ
ອັຟການິສຖານ ໃນປັດຈຸບັນ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump to Detail Changes to Afghan Policy
please wait

No media source currently available

0:00 0:01:45 0:00

XS
SM
MD
LG