ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

​ປ. ທ​ຣຳ ສະ​ເໜີ ທ​່ານ ​ວິ​ລ​ລຽມ ບາ​ຣ​ຣ ໃຫ້ເປັນ​ ລັດ​ຖະ​ມົນ​ ກະ​ຊວງ​ຍຸ​ຕິ​ທຳ


ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຈະ​ສະ​ໜີ​ ທ​່ານ ​ວິ​ລ​ລຽມ ບາ​ຣ​ຣ ເປັນ​ລັດ​ຖະ​ມົນ​ຕີວ່າການ ກະ​ຊວງ​ຍຸ​ຕິ​ທຳ.
ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຈະ​ສະ​ໜີ​ ທ​່ານ ​ວິ​ລ​ລຽມ ບາ​ຣ​ຣ ເປັນ​ລັດ​ຖະ​ມົນ​ຕີວ່າການ ກະ​ຊວງ​ຍຸ​ຕິ​ທຳ.

ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທີ່​ຮູ້ຈັກກັນ​ດີ​ວ່າ​ ໃຫ້ການສະ​ໜັບ​ສະ​ໜູນ ​ຕໍ່ອຳ​ນາດ
ຂອງປະ​ທາ​ນາ​ທິ​ບໍ​ດີ ຢ່າງກວ້າງຂວາງ ນັ້ນ ແມ່ນເປັນຜູ້ທີ່ປະ​ທາ​ນາ​ທິບໍ​ດີ​ດໍ​ໂນ​ລ ທ​ຣຳ
​ເລືອກເອົາ​ເພື່ອໃຫ້​ບໍ​ລິ​ຫານ ​ກະ​ຊວງ​ຍຸ​ຕິ​ທຳ​ ສະ​ຫະ​ລັດ​ອີກເທື່ອ​ນຶ່ງ.

ປະ​ທ​າ​ນາ​ທິບໍດີ​ ທ​ຣຳ ກ່າວ​ໃນ​ວັນ​ສຸກວານ​ນີ້​ວ່າ ທ່ານ​ ວິ​ລ​ລຽມ ບາ​ຣ​ຣ ຜູ້​ທີ່​ເຄີຍ​ເປັນ​ລັດ
​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ໃນລະ​ຫວ່າງ​ລັດ​ຖະ​ບານ​ຂອງ​ມື້​ລາງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​
ຈອ​ຣ໌​ຈ ເອ​ຈ ດັບ​ເບິນ​ຢູ ບຸ​ຊ ເປັນ​ຜູ້​ທີ່​ທ່ານ​ເລືອກ​ເອົາ ຊຶ່ງທ່ານໄດ້ອະ​ທິ​ບາຍ​ວ່າ​ ທ່ານ
​ເປັນ “ຜູ້​ຊາຍ​ທີ່​ດີ ເປັນຄົນ​ທີ່​ດີເລີດ ເປັນຄົນ​ທີ່​ສະ​ຫຼຽວ​ສະ​ຫຼາດ.”

ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ຕໍ່​ບັ​ນ​ດາ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ວ່າ ທ່ານ​ບາ​ຣ​ຣ ອາ​ຍຸ 68 ປີ ສັງ
​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ອະ​ນຸ​ລັກ​ນິ​ຍົມ ແລະ​ທະ​ນາຍ​ຄວາມ​ບໍ​ລິ​ສັດ “ໄດ້​ເປັນ​ຜູ້​ທີ່​ຂ້າ​ພະ​
ເຈົ້າ​ເລືອກ​ເອົາ​ຄົນ​ແລກຈາກ​ມືື້​ທຳ​ອິດ. ທີ່​ນັບ​ຖື​ໂດຍ​ບັນ​ດາ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບິ​ກັນ
ແລະ​ນັບ​ຖື​ໂດຍ​ສະ​ມ​າ​ຊິກ​ພັກ​ເດ​ໂມ​ແຄ​ຣັດ.”

ລັດ​ຖະ​ມົນ​ຕີຊົ່ວ​ຄາວ​ ທ່ານແມ​ຕ​ທິວ​ ວິດ​ເທັກ​ເກີ (ຂວາ) ແລະທີ່​ປຶກ​ສາ​ຂັ້​ນສູງ ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ຄືທ່ານທ່ານ​ຈາ​ແຣດ ກູ​ສ​ເນີ ທີ່​ສະ​ໜາມ​ບິນກອງ​ທັບ​ອາ​ກາດ ແອ​ລດ​ຣູ ທີ່​ລັດ​ແມ​ຣີ​ແລນ.
ລັດ​ຖະ​ມົນ​ຕີຊົ່ວ​ຄາວ​ ທ່ານແມ​ຕ​ທິວ​ ວິດ​ເທັກ​ເກີ (ຂວາ) ແລະທີ່​ປຶກ​ສາ​ຂັ້​ນສູງ ຂອງ​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ຄືທ່ານທ່ານ​ຈາ​ແຣດ ກູ​ສ​ເນີ ທີ່​ສະ​ໜາມ​ບິນກອງ​ທັບ​ອາ​ກາດ ແອ​ລດ​ຣູ ທີ່​ລັດ​ແມ​ຣີ​ແລນ.


ຕໍ່​ມາ​ໃນ​ວັນ​ນັ້ນ​ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຢູ່ທີ່ເມືອງ ​ແຄ​ນ
ຊັ​ສ ທ່ານ​ທ​ຣຳ​ກ່າວ​ວ່າ ລະ​ຫວ່າງ​ໜ້າ​ທີ່​ການ​ຂອງ​ທ່ານ​ບາ​ຣ​ຣ ທີ່​ບໍ​ລິ​ຫານ​ກະ​ຊວງ​ຍຸ​ຕິ​
ທຳ ທ່ານ “ໄດ້​ສະ​ແດງ​ບໍ່​ມີ​ການ​ຍົກ​ເວັ້ນ​ຕໍ່​ລະ​ບຽບ​ກົດ​ໝາຍ.”

Trump Announces Nominees for UN, Attorney General
please wait

No media source currently available

0:00 0:01:45 0:00

ທ່ານ​ບາ​ຣ​ຣ​ ຈະ​ທົດ​ແທນ​ໜ້າ​ທີ່​ລັດ​ຖະ​ມົນ​ຕີຊົ່ວ​ຄາວ​ຂອງ​ທ່ານແມ​ຕ​ທິວ​ ວິດ​ເທັກ​ເກີ ຜູ້
​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ເພື່ອ​ນຳ​ພາ​ກະ​ຊວງ​ຍຸ​ຕິ​ທຳ​ໃນ​ເດືອນ​ແລ້ວ​ນີ້ ຫຼັງ​
ຈາກ​ທ່ານ​ທ​ຣຳ​ໄດ້​ປົ​ດ​ທ່ານ​ແຈັ​ຟ ແຊັ​ສ​ສັນ ອ​ອກ​ຈາກ​ຕຳ​ແໜ່ງ ອະ​ດີດ​ສະ​ມາ​ຊິກ​ສະ​
ພາ​ສູງ ແລະ​ແມ່ນ​ຄົນນຶ່ງ​ຂອງບັນ​ດາຜູ້​ສະ​ໜັບ​ສະ​ໜູນ​ທ່ານ​ ທ​ຣຳ​ໃນ​ຂັ້ນ​ຕົ້ນ ຂອງ​ການ
​ເລືອກ​ຕັ້ງ​ປີ 2016. ແຕ່​ທ່ານ​ທ​ຣຳ​ໄດ້​ມີ​ຄວາມ​ຂົມ​ຂື່ນ​ກ່ຽວ​ກັບ​ທ່ານ​ແຊັ​ສ​ສັນ ຕິ​ຕຽນ​ທ່າ​ນ​
ຊ້ຳ​ແລ້ວ​ຊ້ຳ​ອີກທີ່ຖອນ​ຕົນ​ເອງອອກ​ຈາກ​ການ​ສືບ​ສວນ​ເຂົ້າ​ສູ່​ການ​ແຊກ​ແຊງ​ຂອງ​ຣັດ
​ເຊຍ ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016 ທີ່​ກະ​ຊວງ​ຍຸ​ຕິ​ທຳ​ດູ​ແລ.

ອ່ານ​ຂ່າວ​ນີ​້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG