ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ຈະສະເໜີຊື່ ຜູ້ພິພາກສາ ສານສູງສຸດ ໃນວັນເສົານີ້


ປະຊາຊົນເຕົ້າໂຮມກັນ ເພື່ອໄວ້ອາໄລການເສຍຊີວິດຂອງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ຢູ່ສານສູງສຸດ ສະຫະລັດ. ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.
ປະຊາຊົນເຕົ້າໂຮມກັນ ເພື່ອໄວ້ອາໄລການເສຍຊີວິດຂອງຜູ້ພິພາກສາສານສູງສຸດ ທ່ານນາງ ຣູດທ໌ ເບເດີ ກິນສເບີກ ຢູ່ສານສູງສຸດ ສະຫະລັດ. ນະຄອນຫຼວງ ວໍຊິງຕັນ. 20 ກັນຍາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າທ່ານມີແຜນທີ່ຈະປະກາດຜູ້ຖືກສະເໜີຊື່ຂອງທ່ານ ສຳລັບຕຳແໜ່ງຫວ່າງໃນສານສູງສຸດ ຍ້ອນການເສຍຊີວິດຂອງຜູ້ພິພາກສາທ່ານນາງ ຣູດທ໌ ເບເດີ ກິນສເບີກ ໃນວັນເສົາຈະມາ ເຖິງນີ້.

ທ່ານ ທຣຳ ໄດ້ກ່າວໃນທວິດເຕີເມື່ອວັນອັງຄານວານນີ້ວ່າ ທ່ານຈະທຳການປະກາດຢູ່ທຳນຽບຂາວ. ກ່ອນໜ້ານີ້ທ່ານໄດ້ກ່າວວ່າຕົວເລືອກຂອງທ່ານຈະເປັນແມ່ຍິງຫົວອະນຸລັກນິຍົມນຶ່ງໃນຫ້າຄົນທີ່ທ່ານກຳລັງພິຈາລະນາຢູ່. ທ່ານໄດ້ພົບກັບນຶ່ງໃນຜູ້ອາດຖືກສະເໜີຊື່, ເຊິ່ງແມ່ນຜູ້ພິພາກສາສານອຸທອນ ທ່ານນາງ ເອມີ ໂຄນີ ບາເຣັດ.

ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ເຊິ່ງແມ່ນຜູ້ທ້າຊິງຂອງທ່ານ ທຣຳ ໃນການເລືອກຕັ້ງທີ່ຈະຈັດຂຶ້ນໃນອີກຫົກອາທິດນັ້ນ, ໄດ້ຮຽກຮ້ອງໃຫ້ປະທານາທິບໍດີຄົນຕໍ່ໄປ, ຜູ້ໃດກໍຕາມທີ່ໄດ້ຊະນະການເລືອກຕັ້ງ ເປັນຜູ້ເລືອກຜູ້ຖືກສະເໜີຊື່ສຳລັບສານສູງສຸດ ຫຼັງຈາກພິທີສາບານຕົວຂອງລາວໃນເດືອນມັງກອນ ສຳລັບການດຳລົງຕຳແໜ່ງໃໝ່ໃນທຳນຽບຂາວ.

ແຕ່ພັກຣີພັບບລີກັນແມ່ນກຳລັງພະຍາຍາມຖືຄວາມໄດ້ປຽບຂອງການມີສຽງສ່ວນຫຼາຍໃນສະພາສູງຂອງເຂົາເຈົ້າເຊິ່ງມີ 53 ຕໍ່ 47 ສຽງໃນປັດຈຸບັນ ເພື່ອອຽງຄວາມດຸ່ນດ່ຽງໃນສານໄປທາງຂວາ, ຈາກຄວາມໄດ້ປຽບຂອງຈຳນວນຜູ້ພິພາກສາໃນປັດຈຸບັນ 5 ຕໍ່ 4 ຄົນໄປເປັນ 6 ຕໍ່ 3 ຄົນ ດ້ວຍການຮັບຮອງເອົາຜູ້ ຖືກສະເໜີຊື່ຄົນທີສາມຂອງທ່ານ ທຣຳ ໃນສານສູງສຸດຂອງປະເທດ. ກ່ອນໜ້າ ນີ້ທ່ານປະທານາທິບໍດີໄດ້ຊະນະການຢືນຢັນຜູ້ພິພາກສາ ນຽລ ກໍຊັຈ໌ ແລະ ເບຣັດ ຄາວານໍ ໂດຍສະ ພາສູງ.

ຜູ້ຖືກສະເໜີຊື່ຂອງທ່ານ ທຣຳ ຈະໄດ້ຮັບຄະແນນສຽງການຢືນຢັນກ່ອນທ້າຍປີນີ້, ອີງຕາມການກ່າວຂອງຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ ແມັກ-ຄອນແນລ ໃນວັນອັງຄານວານນີ້.

ທ່ານ ແມັກຄອນແນລ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ກ່ຽວກັບ ຂະບວນການດັ່ງກ່າວ ລຸນຫຼັງການປະກາດຜູ້ຖືກສະເໜີຊື່ຂອງທ່ານ ທຣຳ ວ່າ “ບາດກ້າວຕໍ່ໄປຈະເປັນປະທານຄະ ນະກຳມະການຕຸລາການ ທ່ານ ລິນຊີ ແກຣມ ວາງວິທີການທີ່ຈະຮັບມືກັບບັນຫານີ້ໃນຄະນະກຳມະ ການ. ແລະ ເວລາທີ່ການສະເໜີຊື່ອອກມາຈາກຄະນະກຳມະການ, ຂ້າພະເຈົ້າຈະຕັດສິນໃຈ ກ່ຽວ ກັບເວລາ ແລະ ວິທີທີ່ຈະດຳເນີນການ.”

ສະມາຊິກສະພາສູງພັກຣີພັບບລີກັນຫຼາຍພຽງພໍແມ່ນໄດ້ໃຫ້ສັນຍານ ກ່ຽວກັບ ຄວາມຍິນດີຂອງເຂົາເຈົ້າທີ່ຈະລົງຄະແນນສຽງສຳລັບຜູ້ຖືກສະເໜີຊື່ຂອງທ່ານ ທຣຳ, ເຖິງແມ່ນຈະມີການຕຳໜິວິ ຈານຈາກພັກເດໂມແຄຣັດວ່າ ການລົງຄະແນນສຽງຢືນຢັນ ໃກ້ກັບວັນເລືອກຕັ້ງແມ່ນບໍ່ຊື່ສັດກໍ ຕາມ.

ໃນປິ 2016, ທ່ານ ແມັກຄອນແນລ ບໍ່ໄດ້ນຳເອົາຜູ້ຖືກສະເໜີຊື່ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ, ທ່ານ ເມີຣິກ ກາແລນ ມາລົງຄະແນນສຽງ, ໂດຍເວົ້າວ່າປະຊາຊົນ ອາເມຣິກັນ ຄວນເປັນຜູ້ເວົ້າກ່ອນໝູ່ໃນການເລືອກຕັ້ງປະທານາທິບໍດີທີ່ຈະຈັດຂຶ້ນເກືອບ 9 ເດືອນຕໍ່ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG