ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ພິ​ຈາ​ລະ​ນາ ​ນຳ​ໃຊ້ດຳ​ລັດ ສະ​ບັບ​ໃໝ່ ຂະ​ນະ​ທີ່ ພວກ​ຄົນ​ເຂົ້າ​ເມືອງ ມຸ່ງ​ໜ້າສູ່​ຊາຍ​ແດນ ສ​ຫລ


ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ອັນ​ເປັນ​ສ່ວນ​ນຶ່ງ ຂອງ​ຂະ​ບວນ​ຄາ​ຣາ​ວານ ພວມ​ມຸ່ງ​ໜ້າ ສູ່​ຊາຍ​ແດນ ສະ​ຫະ​ລັດ.
ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ອັນ​ເປັນ​ສ່ວນ​ນຶ່ງ ຂອງ​ຂະ​ບວນ​ຄາ​ຣາ​ວານ ພວມ​ມຸ່ງ​ໜ້າ ສູ່​ຊາຍ​ແດນ ສະ​ຫະ​ລັດ.

ມີ​ລາຍ​ງານ​ວ່າ ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກຳ​ລັງ​ພິ​ຈາ​ລະ​ນາ​ດຳ​ລັດ​ສະ​ບັບ​ໃໝ່ ທີ່​ແນ​ໃສ່​ເພື່ອ​ສະ​ກັດ​ກັ້ນ​ບໍ່​ໃຫ້​ພວກ​ຂໍ​ລີ້​ໄພ ແລະ​ພວກ​ຄົນເຂົ້າ​ເມືອງ ຂ້າມ​ຊາຍ​ແດນ​ເມັກ​ຊິ​ໂກ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ຂະ​ບວນຄົນ​ເຂົ້າ​ເມືອງ​ຈາກອ​າ​ເມ​ຣິ​ກາ​ກາງ ພວມ​ມຸ່ງ​ໜ້າ​ສູ່​ພາກ​ເໜືອ​ເມັກ​ຊິ​ໂກ.

ລາຍ​ງານ​ຂ່າວ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ທີ່​ບໍ່​ໄດ້​ລະ​ບຸ​ຊື່ ທີ່​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ພວມ​ຊັ່ງ​ຊາ​ເບິ່ງ​ຂອບ​ເຂດ​ຂອງ​ດຳ​ລັດ​ແລະ​ການ​ເອົາ​ມາດ​ຕະ​ການທາງ​ດ້ານ​ກົດ​ໝາຍ ບົນ​ພື້ນ​ຖານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເພື່ອ​ຈຳກັດ​ຂອບ​ເຂດ​ຄວາມ​ສາ​ມາດ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ​ທີ່​ຈະ​ຂໍ​ລີ້​ໄພ.

ເຖິງ​ແມ່ນ​ມີ​ລາຍ​ງານ​ວ່າ ຍັງ​ບໍ່​ທັນ​ມີ​ການ​ຕັດ​ສິນ​ໃຈ ​ກ່ຽວ​ກັບ​ເລື້ອງນີ້​ເທື່ອກໍ​ຕາມ ແຕ່​ພວກ​ທະ​ນາຍ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ເຄື່ອນໄຫວ​ດັ່ງ​ກ່າວນີ້ ຈະ​ຖືກ​ທ້າ​ທາຍ​ຢ່າງວ່ອງ​ໄວ​ຢູ່​ໃນ​ສານ.

ລາຍ​ງານ​ຂ່າວ​ບາງ​ກະ​ແສ​ສະ​ເໜີ​ແນະ​ວ່າ ການ​ອັດ​ຊາຍ​ແດນ​ທັງ​ໝົດ​ແມ່ນ​ກຳ​ລັງ​ມີ​ການ​ພິ​ຈາ​ລະ​ນາ​ກັນ​ຢູ່ ແຕ່​ພວກ​ນັກ​ວິ​ເຄາະ​ຖື​ວ່າ​ການ​ເຄື່ອນ​ໄຫວ​ໃນ​ທຳ​ນອງນີ້ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ຍາກ​ທາງ​ການ​ເມືອງ ຍ້ອນ​ວ່າມີ​ການ​ຄ້າ​ຂາຍ​ຂ້າມ​ຊາຍແດນ​ລະ​ຫວ່າງສະ​ຫະ​ລັດ​ແລະ​ເມັກ​ຊິ​ໂກ ​ໃນ​ມູນ​ຄ່າ​ຫຼຼາຍ​ພັນ​ລ້ານ​ໂດ​ລາ.

ແຕ່​ແທນ​ທີ່​ຈະ​ເຮັດ​ຈັ່ງ​ຊັ້ນ ລັດ​ຖະ​ບານ​ຈຶ່ງ​ມີ​ທ່າ​ທາງວ່າ ຈະ​ແນ​ໃສ່​ການ​ເອົາ​ມາດ​ຕະ​ການ​ໃນ​ຂອບ​ເຂດ​ທີ່​ຫລຸດ​ລົງ​ມາ ​ໂດຍ​ສະ​ເພາະ​ແມ່ນເພັ່ງ​ເລັງ​ໃສ່​ພວກ​ຂໍ​ລີ້​ໄພທີ່​ເດີນ​ທາງ​ມາ​ເຖິງ​ສະ​ຫະ​ລັດ ໂດຍ​ບໍ່​ໄດ້​ຜ່ານ​ການ​ຂ້າມ​ຊາຍ​ແດນ​ແບບ​ປົກ​ກະ​ຕິ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ ທ່ານ​ນາງ​ເຄີ​ສ​ເຈັນ ນິ​ລ​ເຊັນກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່ລັດ​ຄາ​ລີ​ຟໍ​ເນຍ​ໃນ​ວັນ​ສຸກວານນີ້​ວ່າ “ທຸກ​ຢ່າງ​ແມ່ນ​ຮວມ​ຢູ່​ໃນ​ນັ້ນ” ​ຂະ​ນະ​ທີ່​ລັດ​ຖະ​ບານ​ພວມ​ພິ​ຈາ​ລະ​ນາ​ການ​ເອົາ​ມາດ​ຕະ​ການ​ໃໝ່​ເພື່ອ​ຍຸ​ຕິ​ພວກ​ຄົນ​ເຂົ້າເມືອງ​ຜິດ​ກົດ​ໝາຍ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ມີ​ຂຶ້ນ​ໃນ​ວັນ​ສຸກວານນີ້ ​ໃນຂະ​ນະ​ທີ່​ເມັກ​ຊິ​ໂກ​ ໄດ້​ເພີ້ມ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຍຸ​ຕິຂະ​ບວນ​ຄາ​ຣາ​ວານ ບໍ່​ໃຫ້​ມາ​ເຖິງ​ສະ​ຫະ​ລັດ ໂດຍ​ສະເໜີ​ອອກບັດ​ປະ​ຈຳ​ຕົວ​ຊົ່ວ​ຄາວ​ແລະ​ການ​ອະ​ນຸ​ຍາດ​ເຮັດ​ວຽກ​ໃຫ້​ແກ່​ພວກ​ຄົນ​ເຂົ້າ​ເມືອງ ທີ່​ໄປ​ຈົດ​ທະ​ບຽນ​ຂໍ​ລີ້​ໄພ​ຢູ່​ເມັກ​ຊິ​ໂກ. ປະ​ທາ​ນາ​ທິ​ບໍ​ດີ​ເມັກ​ຊິ​ໂກ ທ່ານ​ເອັນຣິກ​ເກ ເປ​ຍາ ນິ​ເອ​ໂຕ ກ່າວ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ເຫຼົ່າ​ນີ້ ຕ້ອງ​ພາ​ກັນ​ຢຸດ​ຢູ່​ທີ່ລັດ​ຊີ​ອາ​ປາ​ສ ແລະ​ອົກ​ຊາ​ກາ​ນາ ໃນ​ພາກ​ໃຕ້​ຂອງ​ປະ​ເທດ ຈຶ່ງ​ມີ​ສິດ​ໄດ້​ຮັບ​ໜັງສື​ດັ່ງ​ກ່າວ.

ທ່ານ​ເລ​ອອນ ແຟ​ຣັ​ສໂກ ອະ​ດີດ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ ແລະ​ທະ​ນາຍ​ຄວາມ​ຄົນ​ເຂົ້າ​ເມືອງ ກ່າວ​ວ່າ ການ​ເອົາ​ມາດ​ຕະ​ການ​ໃດໆ​ກໍ​ຕາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີທີ່​ແນ​ໃສ່ເພື່ອ​ຈະ​ຫຼຸດ​ຈຳ​ນວນ​ຂອງ​ພວກ​ທີ່​ສາ​ມາດ​ເດີນ​ທາງ​ມາ​ເຖິງ​ສະ​ຫະ​ລັດ​ຈາກ ການ​ຂໍ​ລີ້​ໄພ​ນັ້ນ ຈະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຕໍ່​ສູ້​ທາງ​ກົດ​ໝາຍ ເຖິງ​ແມ່ນ​ວ່າ​ຈະ​ອາ​ໄສ​ຄຳ​ສັ່ງ​ຫ້າມ​ເດີນ​ທາງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ເຫັນ​ພ້ອມ​ນຳ​ໂດຍ​ສານ​ສູງ​ສຸດ​ຂອງ​ສະ​ຫະ​ລັດ.

ທ່ານ​ແຟ​ຣັ​ສ​ໂກ ກ່າວ​ວ່າ ຜູ້​ໃດ​ກໍ​ຕາມ ​ທີ່​ມາ​ເຖິງ​ດິນ​ແດນ​ຂອງ​ສະ​ຫະ​ລັດ​ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຫຼື​ບໍ່​ກໍ​ຕາມ ແມ່ນ​ມີ​ສິດ ​ທີ່​ຈະ​ຂໍ​ລີ້​ໄພ​ໄດ້. ຄຳ​ສັ່ງ​ຫ້າມ​ໃນການ​ເດີນ​ທາງນັ້ນ ແມ່ນ​ໃຊ້​ການ​ບໍ່​ໄດ້ ມັນ​ບໍ່​ສາ​ມາດ​ນຳ​ໃຊ້​ກັບ​ທ່ານ​ອີກ​ຕໍ່​ໄປ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG