ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ບອກ ​ພວກອົບ​ພະ​ຍົບ ທີ່​ເດີນ​ທາງ ເປັນ​ຂະ​ບວນ ທີ່​ມຸ້ງ ເຂົ້າ​ມາ ສ​ຫລ ໃຫ້​​ກັບ ຄືນ ​ບ້ານ

Kiyevda bir necha ko'p qavatli uylar Rossiya hujumiga duchor bo'ldi 
Kiyevda bir necha ko'p qavatli uylar Rossiya hujumiga duchor bo'ldi 

ໃນ​ຂະ​ນະ​ທີ່​ຂະ​ບວນພວກຄົນອົບ​ພະ​ຍົບຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ ກຳ​ລັງ​ມຸ້ງ​ໜ້າ​ໄປ
​ສູ່​ຊາຍ​ແດນ ​ທາງພາກ​ເໜືອ​ຂອງ​ເມັກ​ຊິ​ໂກຢູ່​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ
ທ​ຣຳ ໄດ້ໃຫ້​ສັນ​ຍາ​ນາມ​ແກ່​ຄວາ​ມ​ຫວັງ​ຂອງ​ພວກ​ເຂົາ​ເຈົ້າທີ່​ຈະ​ເຂົ້າ​ມາ​ໃນ​ສະ​ຫະ​ລັດ
​ນັ້ນວ່າ “ເປັນເຫດສຸກເ​ສີນ​ຂອງ​ປະ​ເທດ.”

ກຳ​ລັງ​ຮັກ​ສາ​ດິນ​ແດນ​ຫລາຍກວ່າ 2,000 ຄົນ ​ໄດ້​ຖືກສົ່ງໄປ​ປະ​ຈຳ​ຢູ່​ເຂດ​ດັ່ງ​ກ່າວ. ແຕ່​ວ່າ
ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ດໍ​ໂນ​ລ ທ​ຣຳໄດ້​ເຕືອນ​ວ່າ ທ່ານ​ຈະ​ສົ່ງ​ກຳ​ລັງທະ​ຫານ​ໄປ​ປະ​ຈຳ
​ຢູ່​ຊາຍ​ແດນ​ເພື່ອ​ປ້ອງ​ກັນບໍ່​ໃຫ້​ຄາ​ຣາ​ວານ​ຂອງ​ຄົນ​ດັ່ງ​ກ່າວເຂົ້າ​ມາ​ສະ​ຫະ​ລັດ. ທ່ານ​ຂຽນ
​ລົງ​ໃນ​ທວີດ​ເຕີ​ວ່າ "ຂ້າ​ພະ​ເຈົ້າ​ຈະ​ເອົາ​ທະ​ຫານ ​ໄປຮັບ​ມື​ກັບ​ເຫດ​ສຸກ​ເສີນ​ຂອງ​ຊາດ​ອັນ​ນີ້​
ໄວ້. ພວກ​ເຂົາ​ຈະ​ຖືກ​ຢຸດ​ບໍ່​ໃຫ້​ເຂົ້າ​ມາ!," ທ່ານ​ທ​ຣຳຍັງ​ເຫັນ​ດີ​ກັບ​ເຈົ້າ​ໜ້າ​ທີ່​ຕຳ​ຫລວດ
​ລາດ​ຕະ​ເວນ​ຊາຍ​ແດນ​ທີ່​ເປັນ​ສະ​ມາ​ຊິກ​ກຳ​ມະ​ບານທີ່​ເວົ້າ​ວ່າ ຕ້ອງ​ຕຳ​ໜິພວກ​ສັງ​ກັດ​ພັກ​
ເດ​ໂມ​ແຄ​ຣັດ ທີ່​ເຮັດ​ໃຫ້​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ດັ່ງ​ກ່າວ ພາ​ກັນຫາ​ທາງມາ​ຫລົບ​ໄພ ​ຢູ່​
ໃນ​ສະ​ຫະ​ລັດ.

ທ່ານ​ທ​ຣຳ ໄດ້​ຕ້ອງ​ຕິຮອນ​ດູ​ຣາ​ສ, ແອ​ລ ຊາ​ລ​ວາ​ດໍ ແລະ​ກົວ​ເຕ​ມາ​ລາ ທີ່ບໍ່​ໄດ້ຍຸ​ຕິ​
ພົນ​ລະ​ເມືອງ​ຂອງຕົນ ບໍ່​ໃຫ້​ເດີນ​ທາງອອກ​ຈາກ​ປະ​ເທດ ມາ​ຍັງ​ສະ​ຫະ​ລັດ. ທ່ານ​ເວົ້າ
ໃນ​ວັນ​ຈັນ​ຜ່ານ​ມາ​ວ່າ ທ່ານ​ຈະ​ເລີ້ມ​ຕັດ​ເງິນ​ຊ່ວຍ​ເຫລືອ​ຕ່າງ​ປະ​ເທດ​ທີ່​ສົ່ງ​ໃຫ້​ແກ່
​ປະ​ເທດ​ເຫລົ່າ​ນັ້ນ ແລະ​ໃນ​ອາ​ທິດ​ຜ່ານ​ມານີ້ ໄດ້ນາບ​ຂູ່​ວ່າ ຈະ​ໃຊ້​ທະ​ຫານ​ໄປ​ປິດ
​ຊາຍ​ແດນ​ໄວ້.

ເດັກ​ຊາຍອົບ​ພະ​ຍົບຊາວຮອນ​ດູ​ຣາ​ສ​ແບກ​ຖົງ​ເຄື່ອງ​ຂອງໄປ​ນຳ​ຂະ​ບວນ​ຄາ​ຣາ​ວານ ໄປ​ຕາມ​ເສັ້ນ​ທາງເຊື່ອມ​ຕໍ່​ເມືອງ Ciudad Hidalgo ໄປ​ຫາ​ເມືອງ Tapachula ໃນ​ລັດ​ ເຈຍປາ ​ຂອງ​ເມັກ​ຊິ​ໂກ ເພື່ອ​ມຸ້ງ​ໜ້າ​ມາ ສະ​ຫະ​ລັດ ໃນວັນ​ທີ 25 ຕຸ​ລາ, 2018

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຍັງ​ໄດ້​ສົ່ງ​ຂໍ້​ຄວາມແບບ​ກະ​ທັດ​ລັດລົງໃນ​ທວີດ​ເຕີ​ໃນ​ວັນ​ພະ​ຫັດ
​ວານນີ້ເຖິງ​ພວກ​ຢູ່​ໃນ​ຂະ​ບວນ​ຄາ​ຣາ​ວານ​ວ່າ "ເຖິງພວກ​ຢູ່​ໃນ​ຂະ​ບວນ​ຄາ​ຣາ​ວານ, ຈົ່ງ
​ຫັນ​ຫລັງ​ກັບ​ດຽວນີ້". ທ່ານ​ຂຽນ​ຕື່ມ​ອີກວ່າ "ພວກ​ເຮົາ​ຈະ​ບໍ່​ອະນຸ ຍາດ​ໃຫ້​ຄົນ​ເຂົ້າ​ມາ​ໃນ
​ສະ​ຫະ​ລັດ​ຢ່າງ​ຜິດ​ກົດ​ໝາຍ. ກັບ​ໄປ​ປະ​ເທດ​ຂອງ​ພວກ​ເຈົ້າ ແລະ​ຖ້າ​ຫາກ​ພວກ​ເຈົ້າ​
ຢາກ​ມາ ໃຫ້​ພາ​ກັນ​ຂໍເປັນ​ພົນລະ​ເມືອງສະ​ຫະ​ລັດ ຄື​ກັນ​ກັບຄົນ​ອື່ນໆ ຫລາຍ​ລ້ານ​ຄົນ
​ກຳ​ລັງ​ເຮັດ​ຢູ່."

ພວກ​ອົບ​ພະ​ຍົບຮອນ​ດູ​ຣາ​ສ ຍ່າງ​ມຸ້ງ​ໜ້າ​ມາ​ຍັງ ສ​ຫລ ໃນ​ຂະ​ນະ​ທີ່​ຍ່າງ​ຜ່ານເມືອງ Zacapa, 70 ໄມ​ລ໌ ຫ່າງ​ຈາກພາກ​ເໜືອ ຂອງ​ນະ​ຄອນ​ຫລວງກົວ​ເຕ​ມາ​ລາ ໃນ​ວັນ​ທີ 24 ຕຸ​ລາ 2018
ພວກ​ອົບ​ພະ​ຍົບຮອນ​ດູ​ຣາ​ສ ຍ່າງ​ມຸ້ງ​ໜ້າ​ມາ​ຍັງ ສ​ຫລ ໃນ​ຂະ​ນະ​ທີ່​ຍ່າງ​ຜ່ານເມືອງ Zacapa, 70 ໄມ​ລ໌ ຫ່າງ​ຈາກພາກ​ເໜືອ ຂອງ​ນະ​ຄອນ​ຫລວງກົວ​ເຕ​ມາ​ລາ ໃນ​ວັນ​ທີ 24 ຕຸ​ລາ 2018

​ພວກ​ຍົກ​ຍ້າຍ​ຖິ່ນ​ຖານ​ດຽວນີ້​ກຳ​ລັງ​ເດີນ​ທາງ​ຜ່ານ​ລັດເຈ​ຍ​ປາ (Chiapas) ຂອງ​ເມັກ
​ຊິ​ໂກ, ຊຶ່ງ​ເປັນ​ລັດ​ທີ່​ມີ​ປະ​ຊາ​ຊົນ​ທຸກ​ຍາກ​ທີ່​ສຸດ ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ດ​ຣ. ເຮ​ຊຸ​ສ ມີ​ຣາ​ເວ​ເຕ (Jesus Miravete) ໄດ້​ປິ່ນ​ປົວ​ຫລາຍກວ່າ 120 ຄົນ ພາຍ​ໃນ 4
ຊົ່ວ​ໂມງ​ໃນ​ວັນ​ພະ​ຫັດ​ວານນີ້. ມີ​ຫລາຍ​ຄົນ​ໃນ​ນັ້ນ ຕີນ​ໂພງ​ຍ້ອນ​ໃສ່​ເກີບ​ປ​ລາ​ສ​ຕິກ​ ຍ່າງ​
ຢູ່​ເທິງທາງ​ດ່ວນ​ທີ່​ຊຸ່ມ. "ຂ້າ​ພະ​ເຈົ້າ​ຮູ້ສຶກອີ່​ຕົນ​ຫລາຍ ກ່ອນ​ອື່ນ​ໝົດ ທີ່​ເຫັນເດັກ​ນ້ອຍ ​ມີ
​ອາ​ການ​ຂາດ​ນ້ຳ​ ຈຳ​ນວນ​ຫລວງ​ຫລາຍ.” ນັ້ນ​ຄື​ຄຳ​ເວົ້າ​ຂອງ ດ​ຣ. ມີ​ຣາເວ​ເຕ.

​ຂະ​ບວນພວກຄົນອົບ​ພະ​ຍົບຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ ທີ່​ມຸ້ງ​ໜ້າມາ​ຍັງ ສ​ຫລ ພາ​ກັນ ຍ່າງ​ຕາມ​ທາງ​ດ່ວນ ຢູ່​ໃກ້ ຊາຍ​ແດນ​ຂອງ​ກົວ​ເຕ​ມາ​ລາ ກັບ​ເມກ​ຊິ​ໂກ ໃນ​ວັນ​ທີ 21 ຕຸ​ລາ, 2018
​ຂະ​ບວນພວກຄົນອົບ​ພະ​ຍົບຈາກ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ ທີ່​ມຸ້ງ​ໜ້າມາ​ຍັງ ສ​ຫລ ພາ​ກັນ ຍ່າງ​ຕາມ​ທາງ​ດ່ວນ ຢູ່​ໃກ້ ຊາຍ​ແດນ​ຂອງ​ກົວ​ເຕ​ມາ​ລາ ກັບ​ເມກ​ຊິ​ໂກ ໃນ​ວັນ​ທີ 21 ຕຸ​ລາ, 2018

​ອ່ານ​ຂ​່າວນີ້​ເພີ້ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG