ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ປ. ທ​ຣຳ ມີ​ຄວາມ​ເຫັນ ໄປ​ໃນ​ແງ່​ດີ ໃນ​ການ​ເຈ​ລະ​ຈາ ການ​ຄ້າກັບ​ຈີນ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ (ຊ້າຍ) ພົບ​ປະ ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ (ຂວາ) ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 31 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ (ຊ້າຍ) ພົບ​ປະ ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ (ຂວາ) ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 31 ມັງ​ກອນ 2019.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ການເຈ​ລະ​ຈາ​ກັບຈີນ ມີ​ຄວາມ​ກ້າວ​ໜ້າ​ທີ່​ສຳ​ຄັນ ຫລັງ​ຈາກ​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກັນໃນ​ຕົ້ນ​ອາ​ທິດນີ້ ກັບຮອງນາຍົກ​ລັດ​ຖະ​ມົນ​ຕີຈີນ ທ່ານ ຫຼິວ ເຫ.

ທ່ານ​ທ​ຣຳ​ກ່າວ​ວ່າ ການ​ຍຸ​ຕິ​ສົງ​ຄາມ​ການ​ຄ້າ ​ກັບ​ຈີນ ອາດ​ເຮັດ​ໃຫ້​ມີ​ການ​ບັນ​ລຸ “ຂໍ້​ຕົກ​ລົງ​ທີ່​ໃຫຍ່​ທີ່​ສຸດ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ."

ນອກນັ້ນ ທ່ານ​ຍັງ​ກ່າວ​ວ່າ ຈີນ​ໄດ້​ຕົກ​ລົງ ​ທີ່​ຈະ​ເຮັດ​ໃຫ້​ການ​ຜະ​ລິດ ​ຢາ​ແກ້​ປວດ​ຂະ​ໜາດແຮງ ເຟັນ​ຕາ​ນິ​ລ ເປັນ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ ທາງ​ອາ​ຍາ ຊຶ່ງ​ຈະ​ມີ​ຜົນ​ຢ່າງ​ໃຫຍ່ ຕໍ່​ການ​ຫຼັ່ງ​ໄຫຼ​ຂອງ​ຢາ​ດັ່ງ​ກ່າວ ເຂົ້າ​ມາ​ໃນ​ສະ​ຫະ​ລັດ.

Possible Trump-Xi Meeting to Settle Trade War
please wait

No media source currently available

0:00 0:02:37 0:00

ການ​ໃຫ້​ຄວາມ​ເຫັນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາ​ທີ່​ແນ​ໃສ່​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ຄ້າ ລະ​ຫວ່​າງ​ ມະ​ຫາ​ອຳ​ນາດ ທາງ​ດ້ານ​ເສດ​ຖະ​ກິດ​ທັງ​ສອງ. ທ່ານ​ກ່າວ​ຕື່ມ​ວ່າ ໃນ​ໄວໆ​ນີ້ທ່ານ​ອາດ​ຈະ​ທຳ​ການ​ພົບປະ​ກັບ​ເຈ​ລະ​ຈາ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ​ອີກ.

ນັກ​ວິ​ຈານ​ການ​ເມືອງ ແລະ​ຜູ້​ຂຽນ​ປື້ມ ໂປ​ກົງ ເຈັນ ກ່າວ​ຕໍ່​ວີ​ໂອ​ເອ​ວ່​າ "ຈຸດ​ເພັ່ງເລັງ​ໃນ​ການ​ເຈ​ລະ​ຈາ ບໍ່​ແມ່ນ​ຂໍ້​ຕົກ​ລົງ​ການ​ຄ້າ ແຕ່​ແມ່ນເພື່ອຢາກ​ໃຫ້​ທ່ານ​ທ​ຣຳພົບ​ປະ​ກັບ​ທ່ານ​ສີ ຈິ້ນ​ຜິງ ອີກ.”

ທ່ານ​ທ​ຣຳ ​ອາດ​ຈະ​ພົບ​ປະ​ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ເວ​ລາ​ທ່ານ​ວາງ​ແຜນເດີນ​ທາງ​ໄປ​ເອເຊຍ ເພື່ອ​ພົບ​ປະ​ສຸດຍອດ​ຄັ້ງ​ທີ​ສອງ ກັບ​ທ່ານ​ກິມ ຈົງ ອຶນ ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອຊຶ່ງ​ຄາດ​ວ່າ​ຈະ​ມີ​ຂຶ້ນ​ຢູ່​ປະ​ເທດ​ຫວຽດ​ນາມໃນ​ລະ​ຫວ່າງທ້າຍ​ເດືອນນີ້.

ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ມາ​ໂກ ຣູ​ບີ​ໂອ
ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທ່ານ​ມາ​ໂກ ຣູ​ບີ​ໂອ

ສະ​ຫະ​ລັດ​ໄດ້​ຕໍ່​ວ່າ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ທີ່​ວ່າ​ປັກ​ກິ່ງ​ໄດ້​ບັງ​ຄັບ​ໃຫ້​ບໍ​ລິ​ສັດ​ອາ​ເມ​ຣິ​ກັນ​ໂອ​ນ​ເທັກ​ໂນ​ໂລ​ຈີ​ຂອງ​ຕົນ​ໄປ​ໃຫ້​ບໍ​ລິ​ສັດ​ຈີນໃນ​ຂະ​ນະ​ທີ່​ວາງ​ຂໍ້​ຈຳ​ກັດຕໍ່​ການ​ເຂົ້າ​ເຖິງ​ຕະ​ຫຼາດ​ທີ່ກວ້າງ​ໃຫຍ່​ຂອງ​ຕົນ​ນັ້ນ.

ສະ​ມາ​ຊິກ​ສະ​ພາ​ສູງ​ມາ​ໂກ ຣູ​ບີ​ໂອ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ "ມີ​ຄວາມ​ຈຳ​ເປັນ​ໃນ​ການສ້າງ​ຄວາມ​ກ້ຳ​ເກິ່ງ​ຕໍ່​ຄວາມ​ສຳ​ພັນ​ຂອງ​ພວກ​ເຮົາ ແລະ​ມັນ​ຈະ​ບໍ່​ແມ່ນ​ໃນ​ວິ​ທີ ທີ່ພວກ​ເຂົາ​ເຈົ້າ​ ຈະ​ເຮັດ​ຫຍັງ​ ໃນ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ການ​ກໍ​ໄດ້ ແຕ່​ພວກ​ເຂົາ​ໄດ້ຈຳ​ກັດ​ທຸກໆ​ຢ່າງ ​ທີ່​ພວກ​ເຮົາ​ຕ້ອງ​ການ​ຢາກ​ເຮັດ ແລະ​ມັນ​ຈະ​ບໍ່​ແມ່ນ​ໃນ​ວິ​ທີ ທີ່ພວກ​ເຂົາ​ຈະ​ລັກ​ຂະ​ໂມຍ​ເອົາໃນ​ສິ່ງ​ທີ່​ພວກ​ເຮົາ​ປະ​ດິດ​ຄິດ​ສ້າງ ແລະ​ນຳ​ໃຊ້​ເພື່ອໃຫ້​ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ຫຼົ້ມ​ຈົມ.”

ການ​ເຈ​ລະ​ຈາ​ ໄດ້​ເກີດ​ບັນ​ຫາ​ຊັບ​ຊ້ອນ​ຕື່ມ ໂດຍ​ການ​ຟ້ອງ​ຮ້ອງ​ ຂອງ​ສະ​ຫະ​ລັດ​ ໃນ​ມື້​ວັນ​ຈັນ​ຜ່ານມາ ຕໍ່​ທ່ານ​ນາງ​ເໝັງ ຊູ ຫົວ​ໜ້າ​ການ​ເງິນບໍ​ລິ​ສັດ​ເທັກ​ໂນໂລ​ຈີ​ຍັກ​ໃຫຍ່ຫົວ​ເຫວີຍ ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG