ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ມີຄວາມຫວັງ ໄປໃນແງ່ດີ ທີ່ຈະບັນລຸ ຂໍ້ຕົກລົງ ທີ່ໃຫຍ່ທີ່ສຸດ ທີ່ບໍ່ເຄີຍມີມາກ່ອນ ກັບ ຈີນ


ຮອງ ນາຍົກລັດຖະມົນຕີ ຈີນ ທ່ານ ຫຼິວ ເຮ (ກາງ) ນຳພາພວກເຈົ້າໜ້າທີ່ ຈີນ ເລີ້ມປະຊຸມກັບພວກຜູ້ແທນການຄ້າ ສຫລ ນຳໂດຍທ່ານ ໂຣເບີດ ໄລໄຕເຊີຣ ໃນຫ້ອງການທູດ ຂອງທຳນຽບຂາວ ທີ 30 ມັງກອນ 2019.
ຮອງ ນາຍົກລັດຖະມົນຕີ ຈີນ ທ່ານ ຫຼິວ ເຮ (ກາງ) ນຳພາພວກເຈົ້າໜ້າທີ່ ຈີນ ເລີ້ມປະຊຸມກັບພວກຜູ້ແທນການຄ້າ ສຫລ ນຳໂດຍທ່ານ ໂຣເບີດ ໄລໄຕເຊີຣ ໃນຫ້ອງການທູດ ຂອງທຳນຽບຂາວ ທີ 30 ມັງກອນ 2019.

ໃນລະຫວ່າງ ການພົບປະທີ່ຫ້ອງການໂອໂວລ ຫຼື ຮູບຊົງໄຂ່ ຢູ່ທີ່ທຳນຽບຂາວ ກັບຮອງ
ນາຍົກ​ລັດ​ຖະ​ມົນ​ຕີຈີນ ທ່ານ ຫຼິວ ເຮ ໃນວັນພະຫັດວານນີ້ ປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ສະແດງຄວາມຫວັງໃນແງ່ດີ ກ່ຽວກັບ ການຕ່າວປີ້ນໃນການປະ
ເຊີນໜ້າກັນກັບຈີນ ທີ່ກຳລັງທະວີຂຶ້ນນັບມື້ ໂດຍກ່າວວ່າ ຖ້າຫາກສະຫລຸບລົງດ້ວຍດີ
ມັນກໍຈະເປັນ “ຂໍ້ຕົກລົງທີ່ໃຫຍ່ສຸດທີ່ບໍ່ເຄີຍໄດ້ເຮັດມາກ່ອນ.”

ທ່ານປະທານາທິບໍດີ ທຣຳ ໄດ້ກ່າວຕໍ່ໄປວ່າ “ພວກເຮົາເຮັດໄດ້ດີແທ້ໆເລີຍ” ໃນການ
ເຈລະຈາ ມາເຖິງປັດຈຸບັນນີ້.

ຜູ້ແປພາສາຄົນນຶ່ງ ອ່ານໜັງສືສະບັບນຶ່ງ ຈາກປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ໃຫ້
ທ່ານທຣຳ ຟັງ ຊຶ່ງມັນໄດ້ກ່າວວ່າ ສາຍສຳພັນແມ່ນ “ຢູ່ໃນຂັ້ນທີ່ ສຳຄັນຢ່າງຍິ່ງ” ລະ
ຫວ່າງ ສອງມະຫາອຳນາດ ໃນດ້ານເສດຖະກິດ.

ທ່ານ ສີ ໄດ້ກ່າວໃນໜັງສືສະບັບນີ້ ວ່າ “ຂ້າພະເຈົ້າ ຫວັງວ່າ ທັງສອງຝ່າຍ ຂອງພວກ
ເຮົາ ຈະສືບຕໍ່ປະຕິບັດ ດ້ວຍຈິດວິນຍານຂອງຄວາມນັບຖື ຊຶ່ງກັນແລະກັນ. ໂດຍມີ
ຂໍ້ຕົກລົງ ທີ່ຈະສົ່ງສັນຍານ ໃນແງ່ບວກ ເຖິງປະຊາຊົນ ທັງສອງປະເທດຂອງພວກເຮົາ
ແລະປະຊາຄົມນາໆຊາດ ໃນວົງກວ້າງ.”

ໜັງສືສະບັບດັ່ງກ່າວ ຍັງໄດ້ໃຫ້ຂໍ້ສັງເກດ ໃນການຕຽມການ ທີ່ຈີນໄດ້ເຮັດລົງໄປ ໃນດ້ານ
ກະສິກຳ ນັບຕັ້ງແຕ່ການໂອ້ລົມກັນຜ່ານທາງໂທລະສັບ ຄັ້ງຫຼ້າສຸດ ລະຫວ່າງ ທ່ານ ທຣຳ
ແລະທ່ານ ສີ.

ທ່ານ ທຣຳ ໄດ້ກ່າວອ້າງອອກມາວ່າ “ອັນນັ້ນ ເປັນໜັງສືທີ່ປະທັບໃຈ. ພວກເຮົາຂໍຂອບ
ໃຈນຳ.”

ໃນການໂອ້ລົມກັນ ຢູ່ທີ່ຫ້ອງການໂອໂວລ ກັບບັນດານັກຂ່າວ ເມື່ອຕອນເຊົ້າ ວັນພະຫັດ
ວານນີ້ ທ່ານ ທຣຳ ໄດ້ກ່າວວ່າ ຈີນ ໄດ້ເປີດຕະຫຼາດຂອງພວກເຂົາເຈົ້າ ໃຫ້ແກ່ການບໍລິ
ການ ດ້ານການເງິນຕ່າງໆ ແລະ ໃນພາກສ່ວນອື່ນໆ ນຳດ້ວຍ ແຕ່ທ່ານກໍໄດ້ເຕືອນວ່າ
“ພວກເຮົາຈະບໍ່ມີ​ການ​ຕົກລົງກັນ ຖ້າພວກ ເຮົາບໍ່ເປີດຕະຫຼາດໃຫ້ແກ່ພວກກະສິກອນ
ແລະ ພວກຜູ້ຜະລິດສິນຄ້າ.”

ຄຳເຫັນດັ່ງກ່າວ ໄດ້ສະທ້ອນເຖິງຂໍ້ຄວາມໃນທວີດເຕີ ຂອງທ່ານ ທຣຳ ທີ່ໄດ້ຂຽນລົງເມື່ອ
ຕອນເຊົ້າໃນມື້ດຽວກັນ ທີ່ວ່າ ໂດຍປາດສະຈາກ ການເປີດຕະຫຼາດຕື່ມອີກແລ້ວ “ຂໍ້ຕົກລົງ
ກໍຈະບໍ່ເປັນ​ທີ່ຮັບເອົາໄດ້.”

Possible Trump-Xi Meeting to Settle Trade War
please wait

No media source currently available

0:00 0:02:37 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG