ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສ​ຫລ ແລະ ຈີນ ເລີ້ມ​​ເຈ​ລະ​ຈາ ​ການ​ຄ້າ ແລະ ເສດ​ຖະ​ກິດ ຮອບສອງ


ຮອງ ນຍ ຈີນ ທ່ານ Liu He ທາງກາງ ນຳພາພວກເຈົ້າໜ້າ
ທີ່ຈີນ ເລີ້ມປະຊຸມກັບພວກຜູ້ແທນການຄ້າ ສຫລ ນຳໂດຍທ່ານ Robert Lighthizer ໃນບໍລິເວນທຳນຽບຂາວ ທີ 30 ມັງກອນ 2019.
ຮອງ ນຍ ຈີນ ທ່ານ Liu He ທາງກາງ ນຳພາພວກເຈົ້າໜ້າ ທີ່ຈີນ ເລີ້ມປະຊຸມກັບພວກຜູ້ແທນການຄ້າ ສຫລ ນຳໂດຍທ່ານ Robert Lighthizer ໃນບໍລິເວນທຳນຽບຂາວ ທີ 30 ມັງກອນ 2019.

ພວກນັກເຈລະຈາ ຈາກປະເທດຈີນ ແລະ ສະຫະລັດ ໄດ້ພົບພໍ້ກັນ ຢູ່ນະຄອນ ຫຼວງວໍ
ຊິງຕັນ ໃນວັນພຸດວານນີ້ ເປັນຮອບທີສອງ ຂອງການເຈລະຈາ ທີ່ແນໃສ່ ເພື່ອແກ້ໄຂ
ບັນຫາສົງຄາມການຄ້າທີ່ຍັງຄ້າງຄາຢູ່ ລະຫວ່າງພວກປະເທດມະຫາ ອຳນາດທາງ
ດ້ານເສດຖະກິດດັ່ງກ່າວ.

ທ່ານ ຫຼິວ ເຮ ຮອງນາຍົກລັດຖະມົນຕີ ຂອງຈີນ ກັບຜູ້ແທນການຄ້າຂອງສະ ຫະລັດ
ທ່ານ ຣໍເບີດ ໄລໄທເຊີ ໄດ້ນຳພາຄະນະຜູ້ແທນຂອງພວກເພິ່ນ ໃນ ກອງປະຊຸມສອງ
ວັນ ເພື່ອຫາລືກັນ ກ່ຽວກັບ ຄວາມຈົ່ມວ່າ ທີ່​ມີ​ມາຍາວນານ ຂອງວໍຊິງຕັນ ທີ່ວ່າ ປັກ
ກິ່ງໄດ້ບັງຄັບໃຫ້ບໍລິສັດສະຫະລັດໂອນເທັກໂນໂລຈີ ທີ່ກ້າວໜ້າ ໄປໃຫ້ບໍລິສັດຈີນ ທັງ
ຈຳກັດການເຂົ້າເຖິງຕະຫຼາດອັນກວ້າງໃຫຍ່ ຂອງຈີນນຳ.

ຫາກແຕ່ວ່າ ການຟ້ອງຮ້ອງຂອງໄອຍະການສະຫະລັດໃນວັນຈັນ ຕໍ່ທ່ານນາງ ເໝັງ ວັນ
ຊູ ຫົວໜ້າບໍລິຫານດ້ານການເງິນ ຂອງບໍລິສັດເທັກໂນໂລຈີຍັກໃຫຍ່ ຫົວເຫວີຍຂອງຈີນ ເປັນການຂົ່ມຂູ່ທີ່ຈະສ້າງຄວາມມືດມົນ ໃຫ້ແກ່ກອງປະຊຸມ ຮອບໃໝ່ທີ່ວ່ານີ້. ການຟ້ອງ
ຮ້ອງກ່າວຫາວ່າ ທ່ານນາງເໝັງ ບໍລິສັດຫົວເຫວີຍ ແລະພັນທະມິດ ຂອງບໍລິສັດດັ່ງກ່າວ ທຳການສົມຮູ້ຮ່ວມຄິດເພື່ອລະເມີດການ ລົງໂທດຂອງສະຫະລັດ ຕໍ່ອີຣ່ານ ທັງຕົວະຕົ້ມ
ສະຖາບັນການເງິນຕ່າງໆ ແລະ ລັດຖະບານສະຫະລັດໃນ ກິດຈະການຂອງເຂົາເຈົ້າ.
ຈີນໄດ້ເກີດຄວາມໂມໂຫ ໂທໂສ ຍ້ອນການຈັບກຸມທ່ານນາງເໝັງ ທີ່ນະຄອນ ແວນ ຄູ
ເວີ ໂດຍເຈົ້າໜ້າທີ່ ການາດາໃນວັນທີ 1 ທັນວາ ເພື່ອໃຫ້ສົ່ງ​ໂຕ ມາຍັງສະຫະລັດ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG