ໃນວັນອັງຄານວານນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດາ
ຜູ້ນຳຂອງປະເທດໃນເຂດທະເລບາລຕິກ ທີ່ມີຄວາມກັງວົນ ກ່ຽວກັບການຮຸກຮານຂອງ
ຣັດເຊຍນັ້ນ ວ່າ “ບໍ່ມີຜູ້ໃດ ທີ່ແຂງຂັນ ຕໍ່ຣັດເຊຍ” ຫຼາຍກວ່າທ່ານ ເທົ່າທີ່ຜ່ານມາ ແຕ່ວ່າ
ມັນ “ຈະເປັນສິ່ງທີ່ດີ” ຖ້າຫາກວ່າ ສະຫະລັດກັບຣັດເຊຍ ເຂົ້າກັນໄດ້.
“ພວກເຮົາຫາກໍຮັບຜ່ານ ງົບປະມານດ້ານການທະຫານ 700 ຕື້ໂດລາ. ປີໜ້າ 716
ຕື້ໂດລາ ອັນເປັນການຮັບຜ່ານ ທີ່ໃຫຍ່ທີ່ສຸດທີ່ບໍ່ເຄີຍມີມາກ່ອນ. ພວກເຮົາຈະມີ
ກອງທັບທີ່ເຂັ້ມແຂງຂຶ້ນກວ່າເກົ່າ ທີ່ພວກເຮົາບໍ່ເຄີຍມີມາກ່ອນ ໂດຍຫ່າງໄກຫຼາຍ
ອັນນັ້ນ ກໍບໍ່ເປັນສິ່ງທີ່ດີເລີຍ ສຳລັບຣັດເຊຍ” ທ່ານທຣຳ ໄດ້ກ່າວຕໍ່ປະທານາທິບໍດີ
ຂອງ ແອັສໂທເນຍ ລັດເວຍ ແລະລີທົວເນຍ ຢູ່ທີ່ກອງປະຊຸມຖະແຫລງຂ່າວຮ່ວມ
ຫຼັງຈາກທີ່ໄດ້ເຂົ້າປະຊຸມແບບປິດລັບ ທີ່ຫ້ອງການໂອໂວລ ຂອງທຳນຽບຂາວ ແລະ
ຫ້ອງຄະນະລັດຖະບານ ເຊິ່ງເປັນການເຮັດວຽກ ແລະຮັບປະທານອາຫານທ່ຽງໄປ
ພ້ອມໆກັນ.
ທ່ານທຣຳ ໄດ້ກ່າວຕື່ມວ່າ ເມື່ອບໍ່ດົນມານີ້ ທ່ານໄດ້ຂັບໄລ່ນັກການທູດຂອງຣັດເຊຍ
60 ຄົນ ອອກຈາກປະເທດ ເຊິ່ງເປັນຕົວເລກຂອງນັກການທູດຣັດເຊຍ ທີ່ຖືກຂັບໄລ່
ອອກຈາກປະເທດ ສູງກວ່າເຢຍຣະມັນ ແລະ ຝຣັ່ງ.
ເມື່ອສັບປະດາແລ້ວນີ້ ສະຫະລັດ ແລະ ຫຼາຍກວ່າ 20 ປະເທດ ລວມທັງ 3 ປະເທດ ໃນ
ເຂດທະເລບາລຕິກ ພ້ອມກັນຂັບໄລ່ນັກການທູດຣັດເຊຍ 150 ຄົນ ອອກຈາກປະເທດ
ໃນການສະແດງອອກ ຂອງຄວາມສາມັກຄີເປັນນ້ຳນຶ່ງໃຈດຽວ ກ່ຽວກັບ ການວາງສານ
ພິດໃສ່ອະດີດສາຍລັບຂອງຣັດເຊຍ ຢູ່ໃນປະເທດອັງກິດ. ຣັດເຊຍໄດ້ຕອບໂຕ້ ດ້ວຍການ
ຂັບໄລ່ນັກການທູດຕ່າງປະເທດ 150 ຄົນ ລວມທັງ ນັກການທູດ ສະຫະລັດ 60 ຄົນ
ອອກຈາກປະເທດ ນຳດ້ວຍ.
ທ່ານທຣຳ ໄດ້ໃຫ້ຂໍ້ສັງເກດວ່າ “ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າ ອາດຈະມີສາຍ ສຳພັນ
ທີ່ດີຫຼາຍ ກັບຣັດເຊຍ ແລະ ກັບປະທານາທິບໍດີ ປູຕິນ ແລະຖ້າຂ້າພະ ເຈົ້າມີ ອັນນັ້ນ
ຈະເປັນສິ່ງທີ່ດີຫຼາຍ. ແລະ ຍັງຈະມີສິ່ງທີ່ເປັນໄປໄດ້ສູງ ທີ່ວ່າ ອັນນັ້ນ ອາດຈະບໍ່ເກີດ
ຂຶ້ນ. ໃຜຈະຮູ້?”
ຢູ່ທີ່ກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດ ແລະປະເທດໃນເຂດທະເລບາລຕິກ
ທ່ານທຣຳ ແລະ ປະທານາທິບໍດີ ເຄີສຕີ ຄາລຈູເລດ ຂອງແອັສໂທເນຍ ປະທານາທິບໍດີ
ແຣມອນສ໌ ເວີໂຈນິສ ຂອງລັດເວຍ ແລະ ປະທານາທິ ບໍດີ ດາໄລ ກຣີບາວສໄກຕ໌ ຂອງ
ລີທົວເນຍ ໄດ້ສະເຫຼີມສະຫຼອງ ວັນຄົບຮອບ 100 ປີ ໃນການປະກາດເອກກະລາດ ຂອງ
ບັນດາປະເທດໃນເຂດທະເລບາລຕິກ ແລະ ໄດ້ປຶກສາຫາລື ກ່ຽວກັບ ວິທີທາງເພື່ອເສີມ
ຂະຫຍາຍ ການເປັນພາຄີໃນດ້ານຄວາມໝັ້ນຄົງ ທຸລະກິດ ການຄ້າ ພະລັງງານ ການຕໍ່
ຕ້ານລັດທິກໍ່ການຮ້າຍ ແລະ ການຮ່ວມມືໃນດ້ານວັດທະນະທຳ.
ຄວາມໝັ້ນໝາຍຂອງທ່ານທຣຳ ຕໍ່ພັນທະມິດໃນອົງການສົນທິສັນຍາແອັດແລນຕິກ
ເໜືອ ຫຼື ເນໂຕ້ (NATO) ໄດ້ເປັນນຶ່ງໃນຈຸດສຸມຂອງກອງປະຊຸມສຸດຍອດ. ທ່ານໄດ້
ຕິຕຽນ ບັນດາສະມາຊິກອົງການ NATO ຊໍ້າແລ້ວຊໍ້າອີກ ທີ່ບໍ່ອອກເງິນສ່ວນແບ່ງຂອງ
ເຂົາເຈົ້າ ສຳລັບກຸ່ມພັນທະມິດດັ່ງກ່າວ ແລະໄດ້ “ລະເມີດ” ຢູ່ເລື້ອຍມາ.