ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຈະວາງອອກ ແຜນການ ເພື່ອຕໍ່ສູ້ ກັບກຸ່ມຫົວຮຸນແຮງ ລັດອິສລາມ


Trump to Outline Plan to Deal with Terrorism
please wait

No media source currently available

0:00 0:02:12 0:00

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ມີກຳນົດ ຈະກ່າວ ໃນວັນຈັນມື້ນີ້ ວ່າ ຈະໃຊ້ວິທີໃດເພື່ອຈະຕໍ່ສູ້ກັບ ກຸ່ມກໍ່ການຮ້າຍລັດ ອິສລາມ ບໍ່ເທົ່າໃດມື້ ຫຼັງຈາກທີ່ໄດ້ອ້າງວ່າ ປະທານາທິບໍດີ ບາຣັກ ໂອບາມາ ແລະ ຄູ່ແຂ່ງສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ກໍ່ຕັ້ງກຸ່ມຫົວຮຸນແຮງ ລັດອິສລາມຂຶ້ນມາ.

ທ່ານ Trump ເຈົ້າພໍ່ອະສັງຫາລິມະຊັບ ພວມລົງແຂ່ງເອົາຕຳແໜ່ງ ໂດຍການເລືອກຕັ້ງ ຄັ້ງທຳອິດ ໄດ້ກ່າວເປັນເວລາຫຼາຍເດືອນຜ່ານມາວ່າ ທ່ານຈະເປັນຜູ້ເຂັ້ມແຂງ ຫຼາຍກວ່າ ທ່ານໂອບາມາ ໃນການຕໍ່ຕ້ານພວກ ຈີຮາດ ຢູ່ໃນພາກຕາເວັນອອກກາງ ແຕ່ຍັງບໍ່ໄດ້ ລະບຸອອກມາ ແຜນການອັນເຈາະຈົງ ຂອງການໂຈມຕີກຸ່ມດັ່ງກ່າວນັ້ນ. ທ່ານ Trump ໄດ້ກໍ່ໃຫ້ເກີດ ການຕຳນິຕິຕຽນຮອບໃໝ່ ຂອງການແຂ່ງຂັນເປັນປະທານາທິບໍດີ ເມື່ອ ສັບປະດາແລ້ວນີ້ ໃນເວລາ ທ່ານໄດ້ກ່າວ ແບບຜິດໆ ວ່າ ທ່ານໂອບາມາ ແລະ ທ່ານນາງ ຄລິນຕັນ ໄດ້ກໍ່ ຕັ້ງລັດອິສລາມຂຶ້ນ. ທ່ານ Trump ຫຼັງຈາກທີ່ໄດ້ອ້າງຊ້ຳແລ້ວຊ້ຳອີກ ຕໍ່ຈາກນັ້ນມາ ກໍໄດ້ກ່າວວ່າ ຄຳເຫັນຂອງທ່ານ ໝາຍເຖິງການເວົ້າແບບສຽດສີ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມ ໂຄສະນາຫາສຽງ ຢູ່ທີ່ ມະຫາວິທະຍາໄລ Sacred Heart, ວັນທີ 13 ສິງຫາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມ ໂຄສະນາຫາສຽງ ຢູ່ທີ່ ມະຫາວິທະຍາໄລ Sacred Heart, ວັນທີ 13 ສິງຫາ 2016.

ສະມາຊິກສະພາສູງ ຈາກລັດ Alabama ທ່ານ Jeff Sessions ຊຶ່ງເປັນຜູ້ສະໜັບ ສະໜູນ ທີ່ສຳຄັນທ່ານໜຶ່ງ ຂອງທ່ານ Trump ໄດ້ບອກ ໂທລະພາບ ABC ໃນວັນ ອາທິດວານນີ້ ວ່າ ທ່ານ Trump “ຈະກ່າວຖະແຫລງ ກ່ຽວກັບ ວິທີທີ່ພວກເຮົາ ຈະສ້າງຄວາມເຊື່ອຖືຄືນອີກ ກັບບັນດາພັນທະມິດ ແລະ ເພື່ອນໆ ຂອງພວກເຮົາ ຢູ່ໃນຂົງເຂດດັ່ງກ່າວ ທີ່ຍັງເປັນສັດຕູ ແລະ ຜູ້ທີ່ຕໍ່ຕ້ານການກໍ່ການຮ້າຍ ປະເພດນີ້. ທ່ານ ຈະກ່າວຖະແຫລງກ່ຽວກັບວິທີ ທີ່ຈະແນເປົ້າໝາຍໃສ່ ພວກສັດຕູຂອງທ່ານ ແລະ ທຳງານກັບພວກເພື່ອນໆຂອງທ່ານ ທ່ານຈະບໍ່ກ້າວກ່າຍ ແລະ ກໍ່ໃຫ້ເກີດ ຄວາມວຸ້ນວາຍ ໃນບັນດາປະເທດ ເຊັ່ນ ໂອບາມາ-ຄລິນຕັນ ໄດ້ເຮັດໄປແລ້ວນັ້ນ.”

ຄູ່ລົງແຂ່ງຂັນ ເປັນຮອງປະທານາທິບໍດີ ຂອງທ່ານ Trump ຜູ້ປົກຄອງລັດ Indiana ທ່ານ Mike Pence ກ່າວວ່າ ທ່ານ Trump ຈະສະເໜີແຜນ “ເຈາະຈົງຕ່າງໆອັນ ແທ້ຈິງ” ກ່ຽວກັບ ວິທີທີ່ທ່ານຈະຕໍ່ສູ້ກັບກຸ່ມລັດອິສລາມ.

ຜູ້ສະໜັບສະໜູນ ທ່ານນາງ ຄລິນຕັນ ອະດີລັດຖະມົນຕີປ້ອງກັນປະເທດ ທ່ານ Leon Penetta ກ່າວວ່າ ຜູ້ສະໝັກຈາກພັກຣີພັບບລີກັນ ຕ້ອງໄດ້ເຜີຍແບ ແຜນການເຈາະ ຈົງຂອງທ່ານ ໃຫ້ຊາບ.

ທ່ານ Penetta ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ອັນທີ່ເປັນຄວາມເໝາະສົມ ກໍແມ່ນ ໃຫ້ທ່ານ Donald Trump ແທນທີ່ຈະກ່າວອ້າງທີ່ເປັນຕາໜ່າຍຫຼາຍ ທີ່ວ່າ ໂດຍວິທີ ໃດວິທີໜຶ່ງ ປະທານາທິບໍດີ ໂອບາມາ ແມ່ນພໍ່ຂອງ ລັດອິສລາມ ຊຶ່ງ ເປັນການຂີ້ຕົວະ ທ່ານຄວນສະເໜີ ຍຸດທະສາດອັນໃດທີ່ທ່ານຈັດຕັ້ງປະຕິບັດ ເພື່ອເອົາຊະນະ ລັດອິສລາມໄດ້. ແທນທີ່ ທ່ານກ່າວວ່າ ທ່ານມີແຜນລັບ ແລະ ບໍ່ມີໃຜຮູ້ນຳ ແຜນການອັນນັ້ນ ກ່ຽວກັບຫຍັງແດ່?”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG