ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ປ. ທຣໍາ ໄດ້ເປັນເຈົ້າພາບ "ສະແດງຜົນງານ ເຮັດຢູ່ໃນອາເມຣິກາ" ທີ່ທຳນຽບຂາວ


ປະທານາທິບໍດີທຣໍາ ລອງໃສ່ໝວກ ສະແຕັດສັນ ໃນລະຫວ່າງ ການວາງສະແດງ "ຜະລິດຕະພັນເຮັດຢູ່ໃນອາເມຣິກາ" ທີ່ທຳນຽບຂາວ ວັນທີ 17 ກໍລະກົດ 2017.

ຜະລິດຕະພັນຂອງທຸກໆລັດຈາກ 50 ລັດ ນັບຕັ້ງ​ແຕ່​ເຂົ້າໜົມອົມ ​ໄປ​ຫາໝໍ້ຕົ້ມອີ່​ປູ ​ໄປ​
ຫາ​ເຫລັກ​ກີບ​ຕີນ​ມ້າ ​ໄປ​ຫາ​ເຄື່ອງນຸ່ງ​ອະວະ​ກາດ ກຳລັງ​ຖືກ​ວາງສະ​ແດງ​ຢູ່​ທຳນຽບຂາວ
​ໃນ​ວັນ​ຈັນແລ້ວນີ້ເປັນຕົ້ນມາ ​ເພື່ອ ‘​ເປັນ​ການສະແດງ​ເຖິງ​ຜະລິດ​ຕະພັນ​ອາ​ເມຣິກາ.”

ທຳນຽບຂາວ​ກ່າວ​ວ່າ ປະທານາທິບໍດີ ​ທຣໍາ ຕ້ອງການ​ສະ​ແດງ​ໃຫ້​ເຫັນວ່າ​ລັດຖະບານ​
ຂອງ​ທ່ານ​ມີ​ຄວາ​ມ​ “​ໝັ້ນ​ໝາຍ ​ເພື່ອ​ຄໍ້າປະກັນວ່າ ມີ​ຜະລິດ​ຕະພັນ ​ຕັ້ງຫຼວງຫຼາຍທີ່​ເຮັດ
​ຢູ່​ໃນ​ອາ​ເມຣິກາ.”

ມີບໍລິສັດ​ຈຳນວນ​ນຶ່ງ ​ໄດ້​ຖືກ​ເຊີນ​ໃຫ້​ມາຕັ້ງ​ສະ​ແດງ​ຜະລິດ​ຕະພັນ​ຂອງເຂົາ​ເຈົ້າ​ຢູ່ໃນ
ທຳນຽບຂາວ ທີ່​ເຂົາ​ເຈົ້າ​ກ່າວວ່າ ​ຕື່ນ​ເຕັ້ນ ​ແລະ​ຮູ້ສຶກເປັນ​ກຽດ​ທີ່​ໄດ້​ບອກ​ໃຫ້​ເຂົ້າ
​ມາຮ່ວມ.

​ເຂົາ​ເຈົ້າ​ຮວມທັງ​ສັນຍາ​ລັກຍີ່​ຫໍ້ອາ​ເມຣິກັນ ​ເຊັນ​ວ່າແຄມ​ເບີລ ຊູບ ​ແລະ​ລ້ອກຮີ​ດ
ມາ​ຕິນ ທີ່​ຈະ​ມີ​ໂຕ​ແບບ​ເຮືອບິນ​ລົບ F-35 ຢູ່​ເດີ່ນ​ຫຍ້າ​ທຳນຽບຂາວ ທີ່​ຈະຄອບງຳບັນ
ດາບ່ອນນ​ຜະລິດ ຜູ້​ທີ່​ເຮັດ​ເຫຼົ້າ​ແວງ ຍູ​ກວດ ເຫລັກ​ເກີບ​ມ້າ ​ແລະ​ອາຫານ​ເກືອສັດ.

ປະທານາທິບໍດີ​ທຣໍາ​ ໄດ້​ປະກາດເອົາ​ສັບ​ປະດາ ວັນ​ທີ 16 ຫາ 22 ​ເປັນ​ອາທິດ “ທີ່​ຜະ
ລິດ​ຢູ່​ໃນ​ອາ​ເມຣິກາ” ສະຫຼອງ “ສີມື ຜູ້​ປະດິດ​ຄິດ​ສ້າງ ​ແລະ​ບັນດາ ຜູ້​ຜະລິດ​ຕ່າງໆ.”

ທ່າ​ນ​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະ​ປ້ອງ​ກັນ​ພວກ​ແຮງ​ງານ​ສະຫະລັດ ​ແລະສົ່ງ​ເສີມ​ອຸດ
ສາຫະກໍາ​ອາ​ເມຣິກັນ ຫຼັງ​ຈາກໄດ້​ຂົ່ມຂູ່​ວ່າຈະ​ວາງ​ມາດ​ຕະການ​ເກັບ​ພາສີ 500 ພັນ
ລ້ານ​ໂດ​ລາ​ໃສ່ສິນຄ້າ​ຈາກ​ຈີນ ຊຶ່ງເປັນການ​ເຄື່ອນໄຫວ​ທີ່​ແນ່ນອນ​ວ່າ​ຈະ​ໄດ້ຮັບການ​ແກ້ແຄ້ນຈາກຈີນ ຕ້ານ​ສິນຄ້າ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG