ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ຈະປະເຊີນໜ້າກັບຄະນະລູກຂຸນທີ່ແຕກຕ່າງກັນ ໃນການຟ້ອງຮ້ອງຂອງລັດຖະບານກາງ ສອງສະບັບ


ແຟ້ມ - ສື່ມວນຊົນ ລໍຖ້າຢູ່ນອກສານຂອງສະຫະລັດ ໃນເມືອງ Fort Pierce, ລັດຟລໍຣີດາ, ວັນທີ 18 ມິຖຸນາ 2023. ຜູ້ພິພາກສາປະຈຳເຂດຂອງສະຫະລັດ ທ່ານອາຍ​ລີນ ແຄນ​ນັນ (Aileen Cannon) ໄດ້ລະບຸວ່າ ຄະດີເອກະສານລັບ ຕໍ່ກັບ ອະດີດປະທານາທິບໍດີໂດນັລ ທຣໍາ ຈະຖືກຈັດຂຶ້ນຢູ່ທີນີ້
ແຟ້ມ - ສື່ມວນຊົນ ລໍຖ້າຢູ່ນອກສານຂອງສະຫະລັດ ໃນເມືອງ Fort Pierce, ລັດຟລໍຣີດາ, ວັນທີ 18 ມິຖຸນາ 2023. ຜູ້ພິພາກສາປະຈຳເຂດຂອງສະຫະລັດ ທ່ານອາຍ​ລີນ ແຄນ​ນັນ (Aileen Cannon) ໄດ້ລະບຸວ່າ ຄະດີເອກະສານລັບ ຕໍ່ກັບ ອະດີດປະທານາທິບໍດີໂດນັລ ທຣໍາ ຈະຖືກຈັດຂຶ້ນຢູ່ທີນີ້

ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຈະປະເຊີນໜ້າກັບບັນດາ ຄະນະຕຸລາການ ແລະຜູ້ພິພາກສາທີ່ແຕກຕ່າງກັນເຖິງ 2 ກຸ່ມ ທີ່ມີທັດສະນະທີ່ແຕກຕ່າງກັນ ເມື່ອທ່ານເຂົ້າຮັບການພິຈາລະນາຄະດີໃນນະ​ຄອນຫຼວງ ວໍຊິງຕັນ ໂດຍຖືກກ່າວຫາວ່າວາງແຜນຢ່າງຜິດກົດໝາຍ ເພື່ອຢຸດຕິຄວາມພ່າຍແພ້ໃນ ການເລືອກຕັ້ງປີ 2020 ຂອງທ່ານ ແລະໃນລັດຟລໍຣິດາ ໃນຂໍ້ຫາພະຍາຍາມ ເກັບມ້ຽນເອກະສານລັບດ້ານຄວາມໝັ້ນຄົງແຫ່ງຊາດ ຫຼາຍສະບັບ.

ທ່ານທຣໍາ (Trump) ໄດ້ຖືກກ່າວຫາໂດຍ ທີ່ປຶກສາພິເສດຂອງກະຊວງຍຸຕິທໍາ ທ່ານ ແຈັກ ສມິທ (Jack Smith) ໃນວັນອັງຄານທີ່​ຜ່ານ​ມາ ໃນຄະດີຢູ່ທີ່ ວໍຊິງຕັນ, ແລະ ທ່ານ ທຣໍາ ມີກໍານົດທີ່ຈະຂຶ້ນສານຄັ້ງທໍາອິດໃນຕອນບ່າຍວັນ ພະຫັດມື້ນີ້.

ຄະນະຕຸລາການຂອງລັດຖະບານກາງ ໄດ້ຍື່ນຄຳຮ້ອງຟ້ອງ 4 ສະບັບທີ່ກ່າວຫາ ວ່າ ທ່ານທຣຳ ໄດ້ສົມຮູ້ຮ່ວມຄິດໃນການຫຼອກລວງສະຫະລັດເພື່ອໃຫ້ຢູ່ໃນອຳນາດ ເຖິງແມ່ນທ່ານຮູ້ວ່າ ທ່ານໄດ້ຜ່າຍແພ້ໃນການເລືອກຕັ້ງໃຫມ່ໃຫ້ທ່ານ ໂຈ ໄບເດັນ (Joe Biden) ຈາກພັກເດໂມແຄຣັດ ແລະ ຈາກນັ້ນກໍໄດ້ຊ່ວຍປຸກລະດົມໃຫ້ເກີດການກໍ່ຄວາມວຸ້ນວາຍໃນວັນທີ 6 ມັງກອນ 2021 ໂດຍພວກ​ຜູ້​ສະໜັບສະໜຸນ​ທ່ານ ທຣຳ ທີ່ຫໍ​ລັດຖະສະພາ​ສະຫະລັດ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ສະກັດ​ກັ້ນ​ບັນດາ​ສະມາຊິກ​ສະພາ​ຈາກ​ການ​ຢັ້ງຢືນ​ຜົນ​ການ​ເລືອກ​ຕັ້ງ.

ຄະນະ​ຕຸລາການ​ບໍ່​ຈຳ​ເປັນ​ຕ້ອງ​ຕັດສິນ​ຄະດີ​ທາງ​ອາຍາ​ ຕາມ​ວິທີ​ທີ່ພວກ​ເຂົາ​ເຈົ້າ​ລົງ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ, ​ແຕ່​ເມື່ອ​ຄະດີ​ດັ່ງກ່າວ​ເຂົ້າສູ່ການພິຈາລະນາຄະດີ - ​ແລະນັ້ນ​ອາດ​ຈະ​ເປັນ​ເວລາ​ຫຼາຍ​ເດືອນນັບຈາກນີ້ - ທ່ານທຣຳ ຈະ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄະນະລູກຂຸນ, ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ໃນ​ວໍ​ຊິງ​ຕັນ​ທັງ​ໝົດ, ເຊິ່ງ​ແມ່ນ​ນະ​ຄອນຫຼວງ​ຂອງ​ປະ​ເທດ, ທີ່ໄດ້ລົງຄະແນນສຽງຄັດຄ້ານທ່ານດ້ວຍ ຄະແນນສຽງ 92% ຕໍ່ 5% ໃນການເລືອກຕັ້ງປີ 2020.

XS
SM
MD
LG