ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣຳ ຈະ​ປະກາດວ່າ ສຫລ ຈະຖອນຕົວ ຈາກຂໍ້ຕົກລົງ ນິວ​ເຄລຍ ກັບອີຣ່ານ ຫຼືບໍ່


ທ່ານຣູດີ ຈູລີອານີ ທະນາຍຄວາມປະທານາທິບໍດີ​ ສະຫະລັດ ທ່ານ​ດໍ​ໂນລ ທຣຳ, ທຳທ່າວ່າ ກຳລັງຈີກຂໍ້ຕົກລົງ​ນິວ​ເຄລຍ ໃນຂະນະທີ່ທ່ານ ກ່າວຕໍ່ກອງປະຊຸມ ອິດສະຫຼະພາບ ໃນດ້ານ ສິດທິມະນຸດ ແລະປະຊາທິປະໄຕ ຢູ່ອີຣ່ານ ທີ່ໂຮງແຮງ ແກຣນໄຮຢັດ, ວັນທີ 5 ພຶດສະພາ 2018, ທີ່ວໍຊີງຕັນ.
ທ່ານຣູດີ ຈູລີອານີ ທະນາຍຄວາມປະທານາທິບໍດີ​ ສະຫະລັດ ທ່ານ​ດໍ​ໂນລ ທຣຳ, ທຳທ່າວ່າ ກຳລັງຈີກຂໍ້ຕົກລົງ​ນິວ​ເຄລຍ ໃນຂະນະທີ່ທ່ານ ກ່າວຕໍ່ກອງປະຊຸມ ອິດສະຫຼະພາບ ໃນດ້ານ ສິດທິມະນຸດ ແລະປະຊາທິປະໄຕ ຢູ່ອີຣ່ານ ທີ່ໂຮງແຮງ ແກຣນໄຮຢັດ, ວັນທີ 5 ພຶດສະພາ 2018, ທີ່ວໍຊີງຕັນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນລ ທຣຳ ມີ​ໝາຍ​ກຳໜົດ ​ທີ່​ຈະ​ປະກາດ​ໃນ​ວັນ
ອັງຄານ​ມື້​ນີ້ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ວ່າ ​ຈະ​ປະຕິບັດຕາມ​ຂໍ້​ຕົກລົງໂຄງ
ການ​ນິວ​ເຄລຍ ທີ່ສະຫະລັດ ​ອີຣ່ານ ​ແລະ​ກຸ່ມ​ປະ​ເທດ​ທີ່​ມະຫາອຳນາດຂອງໂລກ
ເມື່ອ 3 ປີ​ກ່ອນ​ນັ້ນຫຼືບໍ່.

ປະທານາທິບໍດີ ​ໄດ້​ໃຫ້​ໂອກາດ ໄປຈົ​ນຮອດ​ວັນ​ເສົາ​ທີ່​ຈະ​ມາ​ເຖິງ​ນີ້ ທີ່ຈະ​ຕັດສິນ​ໃຈ
​ກ່ຽວ​ກັບ​ວ່າ ຕົນ​ຈະ​ສືບ​ຕໍ່​ຍົກ​ເວັ້ນການ​ລົງ​ໂທດ​ຂອງ​ສະຫະລັດ ທີ່​ແນ​ເປົ້າ​ໝາຍ​ໃສ່​
ພວກບໍ​ລິ​ສັດນ້ຳມັນ ​ແລະ​ທະນາຄານ​ກາງ​ຂອງ​ອີຣ່ານ. ​ມາດ​ຕະການເຫລົ່ານັ້ນ
ແມ່ນຮວມ​ທັງການລົງໂທດໂດຍ​ສະຫະພາບ​ຢູ​ໂຣບ ​ແລະ​ປະ​ເທດ​ອື່ນໆ ຊຶ່ງ​ຕົ້ນຕໍ​ນັ້ນ ​
ແມ່ນເພື່ອ​ກົດ​ດັນ​ ​ໃຫ້ອີຣ່ານ​ຍົກເລີກ​ໂຄງການ ​ທີ່​ຖືກ​ກ່າວ​ຫາ​ວ່າ ຢາກ​ສ້າງ​ອາວຸດ​
ນິວ​ເຄລຍນັ້ນ.

ອີຣ່ານ ​ໄດ້​ຢືນຢັນ​ວ່າ ໂຄງການ​ນິວ​ເຄລຍຂອງ​ຕົນ ​ແມ່ນ​ມີຈຸດປະສົງ ໃນທາງ​ສັນຕິ ​
ແລະ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ​ກັບ​ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ແລະ​ເຢຍ
ຣະມັນ ທີ່​ໄດ້​ຕົກລົງຈຳກັດ​ກິດຈະ​ກຳ​ນິວ​ເຄລຍຕ່າງໆທີ່​ຢ້ານ​ກົວ​ ​ເພື່ອແລກປ່ຽນກັບ
ການ​ລົງ​ໂທດ ທີ່​ມີຜົນກະທົບຢ່າງ​ຮ້າຍ​ແຮງ​ຕໍ່ເສດຖ​ະກິດ​ຂອງ​ປະ​ເທດ.

ທ່ານ​ທຣຳ ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ​ທວິດ​ເຕີ​ວ່າ ການ​ປະກາດ​ຂອງ​ທ່ານ ຈະ​ມີ​ຂຶ້ນໃນ
ເວລາ 18 ​ໂມ​ງ​ ຕາມ​ເວລາມາດຕະຖານສາກົນ ​ໃນ​ວັນ​ອັງຄານ​ມື້​ນີ້.

ເຊີນຊົມ: ​ການ​ຕັດສິນ​ໃຈ​ຂອງ​ທ່ານ​ດໍ​ໂນລ ທຣຳ

Trump To Announce Iran Nuclear Deal Decision Tuesday
please wait

No media source currently available

0:00 0:02:54 0:00

​ທ່ານ​ແມ່ນ​ໄດ້​ຕຳ​ໜິຕິຕຽນ​ຂໍ້​ຕົກລົງ​ນີ້ ​ແລະ​ໄດ້​ກ່າວໃນ​ວັນ​ຈັນ​ວານ​ນີ້​ວ່າ “​ມັນ​ແມ່ນ​
ການ​ຕົກ​ລົງ​ທີ່​ຂີ້ຮ້າຍ​ຫຼາຍ.”
​ໃນ​ການ​ຕິຕຽນ​ອັນ​ສຳຄັນ​ນີ້​ ກໍ​ແມ່ນການ​ຂາດ​ການ​
ກວດກາ​ແລະ​ເວົ້າ​ເຖິງ​ກິດຈະກຳ​ຂອງ​ໂຄງການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ​ແລະ​ຄວາມ​
ຈິງ​ທີ່​ທາງ​ອີຣ່ານ ມີໜ້າ​ທີ່​ຮັບ ຜິດຊອບ ເຊັ່ນ​ການຈຳກັດ​ໃນ​ການ​ກັ່ນ​ທາດຢູ​ເຣນຽມ
ທີ່ໝົດອາຍຸຫຼັງ​ຈາກຫຼາຍໆ​ປີ​ແລ້ວ​ນັ້ນ.

ອີຣ່ານ ໄດ້ສືບຕໍ່ຢືນຢັນມາດົນນານແລ້ວວ່າ ຕົນມີສິດທິກ່ຽວກັບໂຄງການ​ລູກ​ສອນ​
ໄຟຂີ​ປະ​ນາ​ວຸດ ​ເພື່ອ​ປ້ອງ​ກັນ​ຕົນ​ເອງ. ກ່ອນ​ໜ້າການ​ປະກາດ​ຂອງ​ທ່ານ​ທຣຳ, ປະທາ
​ນາທິບໍດີ ​ອີ ຣ່ານ ທ່ານ​ຮັສຊານ ຣູຮາ​ນີ ​ໄດ້​ກ່າ​ວວ່າ ອີຣ່ານຍັງ​ຈະ​ສືບ​ຕໍ່​ເປັນ​ພາຄີ
ໃນຂໍ້ຕົກລົງນິວ​ເຄລຍ ຖ້າ​ຫາກ​ວ່າ ປະເທດທີ່ລົງນາມ​ທັງຫຼາຍ ​ຍັງ​ສືບຕໍ່ຢືນຢັດໃນ
ທ່າທີຂອງ​ຕົນຕໍ່​ຕົກລົງ​ນັ້ນ.

ເນື້ອໄນຂອງ​ຂໍ້​ຕົກລົງ, ທີ່​ຮູ້​ກັນ​ກ່ອນ​ໜ້າ​ນີ້​ວ່າ ​ແຜນການປະຕິບັດງານຮ່ວມຮອບດ້ານ
​ທີ່ໄດ້​ກ່າວຢູ່ໃນ​ຫຼາຍ​ໆພາກສ່ວນ​ວ່າ ​ອີຣ່ານ​ຈະ​ຖື​ວ່າ ການລົງໂທດ​ຄືນ​ນັ້ນ “ເປັນ​ການຢຸດເຊົາຕໍ່ພັນທະຂອງຕົນ” ໂດຍ​ທັງ​ໝົດ ຫລືສ່ວນໃດສ່ວນນຶ່ງຂອງ​ຂໍ້​ຕົກລົງ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG