ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ຈະ​ນຳ​ເອົາ​ເລື້ອງ ການ​ຊື້​ລະ​ບົບ​ປ້ອງ​ກັນ​ອາ​ກາດ ຂອງ​ຣັດ​ເຊຍ ຂຶ້ນ​ມາ ປະ​ເຊີນ​ໜ້າກັບ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ


​ປະ​ທາ​ນາ​ທິ​ບໍ​ດີ​ຂອ​ງ​ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ໃນ​ລະ​ຫວ່າງ ງານ​ລ້ຽງ ເນື່ອງ​ໃນ​ວັນ​ປະ​ກາດ​ເປັນ​ສາ​ທາ​ລະ​ນະ​ລັດ ຫຼື Republic Day, ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ, ​ວັນ​ທີ 29 ຕຸ​ລາ 2019.
​ປະ​ທາ​ນາ​ທິ​ບໍ​ດີ​ຂອ​ງ​ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ກ່າວ​ໃນ​ລະ​ຫວ່າງ ງານ​ລ້ຽງ ເນື່ອງ​ໃນ​ວັນ​ປະ​ກາດ​ເປັນ​ສາ​ທາ​ລະ​ນະ​ລັດ ຫຼື Republic Day, ໃນ​ນະ​ຄອນຫຼວງ ອັງ​ກາ​ຣາ, ເທີ​ກີ, ​ວັນ​ທີ 29 ຕຸ​ລາ 2019.

ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ທ​ຣຳ ຈະ​ນຳ​ເອົາ​ເລື້ອງກ່ຽວ​ກັບການ​ຕັດ​ສິນ​ໃຈ ​ຂອງ​ຜູ້​ນຳ​ເທີ​ກີ ທີ່​ຊື້​ເອົາ​ລະ​ບົບ​ປ້ອງ​ກັນ​ອາ​ກາດ​ຂອງ​ຣັດ​ເຊຍ ຂຶ້ນ​ມາ​ປະ​ເຊີນ​ໜ້າ​ກັບ​ຜູ້​ກ່ຽວ ໃນ​ເວ​ລາ ທີ່​ທັງ​ສອງ​ທ່ານ​ຈະ​ພົບ​ປະ​ກັນ ໃນ​ວັນ​ພຸດ​ຈະ​ມາ​ເຖິງນີ້ ຢູ່​ທີ່​ທຳ​ນຽບ​ຂາວ.

ທ່ານ​ໂຣ​ເບີດ ໂອບ​ຣາຍ​ແອນ ກ່າວ​ຕໍ່​ລາຍ​ການ​ “Face the Nation” ຂອງ​ໂທ​ລະ​ພາບ CBS ວ່າ ສະ​ຫະ​ລັດ ແມ່ນ “ບໍ່​ເພິ່ງ​ພໍ​ໃຈ​ແທ້ໆ” ກ່ຽວ​ກັບ​ການ​ຊື້​ລະ​ບົບ​ປ້ອງ​ກັນ​ອາ​ກາດ S-400 ຂອງ​ຣັດ​ເຊຍ.

ທ່ານ​ໂອບ​ຣາຍ​ແອນ ກ່າວ​ວ່າ ຖ້າ​ອົງ​ການ​ເນ​ໂຕ້​ທີ່​ເປັນ​ພັນ​ທະ​ມິດ​ຂອງ​ຕົນ ບໍ່​ເທົາ​ລະ​ບົບ​ປ້ອງ​ກັນ​ອາ​ກາດນັ້ນ ອອກ​ໄປ ເປັນ​ໄປ​ໄດ້​ສູງວ່າ ເທີ​ກີ ຈະ​ປະ​ເຊີນ​ກັບ​ມາດ​ຕະ​ການ​ລົງ​ໂທດຫຼາຍ​ຢ່າງ ຂອງ​ສ​ະ​ຫະ​ລັດ.

ທ່ານ​ກ່າວ​ອີກວ່າ ອັນ​ນັ້ນ​ເປັນ​ຂ່າວ​ສານ​ຂອງ​ທ່ານ​ທ​ຣຳ ທີ່​ຈະ​ສົ່ງ​ໄປ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ຂອ​ງ​ເທີ​ກີ ທ່ານ​ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ.

ສະ​ຫະ​ລັດ ກ່າວ​ວ່າ ລະ​ບົບ​ປ້ອງ​ກັນ​ອາ​ກາດ S-400 ແມ່ນບໍ່​ເຂົ້າ​ກັນ​ກັບ ກຳ​ລັງ​ຂອງ​ອົງ​ການ​ເນ​ໂຕ້ ຊຶ່ງ​ມັນ​ອາດ​ຈະ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ຂອງ​ໂຄງ​ການ​ເຮືອ​ບິນ​ລົບ​ອາຍ​ພົ່ນ F-35 ຕົກ​ຕ່ຳ​ລົງ ແລະ​ຊ່ອຍ​ໃນ​ດ້ານ​ຄວາມ​ຫຼັບ​ແກ່​ຣັດ​ເຊຍ. ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ໄດ້​ຖອນ​ເທີ​ກີ ອອກ​ຈາກ​ໂຄງ​ການ ເຮືອ​ບິນ​ລົບອາຍ​ພົ່ນ F-35 ໃນ​ເດືອນ​ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ທ່ານ​ທ​ຣຳ ແມ່ນ​ມີ​ກຳ​ນົດ​ຈະ​ພົບ​ປະ ກັບ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ້ ທ່ານ​ເຈັນ ສ​ໂຕ​ລ​ເຕັນ​ເບີກ ໃນ​ວັນ​ພະ​ຫັດ​ຈະ​ມາ​ເຖິງນີ້.

President Donald Trump's national security adviser says Trump will confront Turkey's leader about his decision to buy a Russian air defense system when they meet Wednesday at the White House.

Robert O'Brien tells CBS' "Face the Nation" that the U.S. is "very upset" about Turkey's purchase of the Russian S-400 system.

O'Brien says if the NATO ally doesn't get rid of that system, Turkey will likely face U.S. sanctions. He says that's a message Trump will deliver to Turkey's president, Recep Tayyip Erdogan.

The U.S. says the S-400 is not compatible with NATO forces, could compromise the F-35 fighter jet program and aid Russian intelligence. The Trump administration removed Turkey from the F-35 program in July.

Trump is to meet with NATO Secretary-General Jens Stoltenberg on Thursday.

XS
SM
MD
LG