ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣຳ ຈະສະແດງ ໃຫ້ເຫັນວ່າ ສະ​ຫະ​ລັດ ເປັນທາງເລືອກ ແທນລະບອບຜະເດັດການ ໃນການກ່າວຄຳປາໄສ ຕໍ່ ສປຊ


​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ວັນ​ທີ 23 ກັນ​ຍາ 2019.
​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ວັນ​ທີ 23 ກັນ​ຍາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຄັດຄ້ານມາຍາວນານ ຕໍ່ໂລ ກາພິວັດ
ແລະໄດ້ຕ້ອງຕິລະບົບຫຼາຍກ້ຳຫຼາຍຝ່າຍ ທີ່ເປັນພື້ນຖານຂອງອົງການ ສະຫະປະຊາດ
ນັ້ນ. ເຖິງຢ່າງໃດກໍຕາມ ໃນຖານະເປັນຜູ້ນຳຂອງປະເທດທີ່ເປັນ ເຈົ້າພາບສຳ​ລັບ
ອົງການຈັດຕັ້ງຂອງໂລກດັ່ງກ່າວ ທ່ານທຣຳ ມີພັນທະທີ່ຈະຕ້ອງເຂົ້າຮ່ວມ ແລະກ່າວ
ຄຳປາໄສ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນແຕ່ລະປີ ຊຶ່ງທ່ານຈະ
ປະຕິບັດເປັນປີທີສາມ ໃນວັນອັງຄານມື້ນີ້.

ທ່ານທຣຳ ໄດ້ກ່າວກ່ອນໜ້າການກ່າວຄຳປາໄສຂອງທ່ານ ວ່າ ທ່ານຈະເວົ້າກ່ຽວ ກັບ
ອີຣ່ານ ອັນເປັນຫົວຂໍ້ທີ່ໄດ້ຮັບຄວາມສົນໃຈເປັນຢ່າງສູງ ຈາກບັນດາຜູ້ນຳທັງຫຼາຍ ທີ່
ໄດ້ມາເຕົ້າໂຮມກັນ ຢູ່ນະຄອນນິວຢອກ ທ່າມກາງຄວາມເຄັ່ງຕຶງທີ່ເພີ້ມສູງຂຶ້ນ ລະຫວ່າງ
ກຸ່ມປະເທດຕາເວັນຕົກ ແລະສາທາລະນະລັດ ອິສລາມ.

ທ່ານທຣຳ ໄດ້ກ່າວວ່າ “ໃຫ້ຂ້າພະເຈົ້າ ເວົ້າແນວນີ້ສະ ຫຼາຍສິ່ງຫຼາຍຢ່າງແມ່ນ ກຳລັງ
ເກີດຂຶ້ນ ໃນເລື້ອງຂອງອີຣ່ານ ມີຫຼາຍສິ່ງກວ່ານັ້ນ ທີ່ທ່ານຈະຕ້ອງ​ໄດ້ຮູ້. ຫຼາຍກວ່າທີ່
ສື່ມວນຊົນຮູ້ຈັກ.”

ໃນຖະແຫລງການຮ່ວມ ທີ່ໄດ້ນຳອອກ​ເຜີຍ​ແຜ່ ໃນວັນຈັນວານນີ້ ອັງກິດ ຝຣັ່ງ ແລະ
ເຢຍຣະມັນ ໄດ້ປະກາດວ່າ ອີຣ່ານ ແມ່ນເປັນຜູ້ຮັບຜິດຊອບ ສຳລັບການໂຈມຕີເມື່ອ
ບໍ່ດົນມານີ້ ຕໍ່ໂຮງກັ່ນນ້ຳມັນຂອງຊາອຸດີ. ບັນດາປະເທດດັ່ງກ່າວ ຮ່ວມກັບ ສະຫະລັດ
ກໍໄດ້ຈັດຕັ້ງ ມາດຕະການລົງໂທດຊຸດໃໝ່ ຕໍ່ອີຣ່ານ ໃນການຕອບໂຕ້ສຳລັບການໂຈມ
ຕີນັ້ນ.

ສ່ວນອີຣ່ານ ໄດ້ປະຕິເສດຕໍ່ການຮັບຜິດຊອບໃດໆ ແລະໃນວັນຈັນວານນີ້ ລັດຖະມົນຕີ
ວ່າການຕ່າງປະເທດຂອງອີຣ່ານ ທ່ານຈາວາດ ຊາຣີຟ ກໍໄດ້ຮຽກຮ້ອງ ຕໍ່ບັນດາປະເທດ
ໃນຢູໂຣບທີ່ໄດ້ລົງນາມໃນສັນຍາ ປີ 2015 ວ່າດ້ວຍໂຄງການ ນິວເຄລຍຂອງອີຣ່ານ
ໃຫ້ເດີນໜ້າໄປຕາມ “ເສັ້ນທາງທີ່​ເປັນອິດສະຫລະ” ໂດຍບໍ່ມີສະຫະລັດ ແລະຊ່ອຍ
ອີຣ່ານ ຫຼີກລ່ຽງມາດຕະການລົງໂທດຂອງສະຫະລັດ.

ບັນດາເຈົ້າໜ້າທີ່ສະຫະລັດ ແລະອີຣ່ານ ໄດ້ກ່າວໄປວ່າ ຜູ້ນຳທັງສອງ ຈະບໍ່ພົບປະກັນ
ໃນສັບປະດານີ້ ໃນລະຫວ່າງກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ສະຫະປະຊາຊາດ ແຕ່ບັນດາ
ນັກການທູດບາງສ່ວນ ແມ່ນຍັງມີຄວາມຫວັງວ່າ ອາດຈະມີການພົບພໍ້ກັນ ເພື່ອພະຍາ
ຍາມ ຜ່ອນຄາຍຄວາມເຄັ່ງຕຶງ ທ່າມກາງການເວົ້າຈາ ໃນເລື້ອງສົງຄາມ.

ໃນລະຫວ່າງ ການກ່າວຄຳປາໄສນັ້ນ ຄາດກັນວ່າ ປະທານາທິບໍດີ ສະຫະລັດ ຈະ
“ຢືນຢັນ​ເຖິງການ​ເປັນ​ຜູ້ນຳຂອງອາເມຣິກາ” ແລະ “ເນັ້ນຢໍ້າວ່າ ອາເມຣິກາ ເປັນທາງ
ເລືອກທີ່ດີກວ່າ ລະບອບຜະເດັດການ” ອີງຕາມເຈົ້າໜ້າທີ່ອາວຸໂສທ່ານນຶ່ງ ໃນຄະນະ
ລັດຖະບານ.

ໃນລະຫວ່າງ ການກ່າວຄຳປາໄສ ຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ເມື່ອ
ປີກາຍນີ້ ທ່ານທຣຳ ໄດ້ເຮັດໃຫ້ມີສຽງຫົວຂຶ້ນ ເມື່ອທ່ານໄດ້​ເວົ້າໂອ້ອວດວ່າ ລັດຖະບານ
ຂອງທ່ານ “ໄດ້ຮັບຜົນສຳເລັດເປັນສ່ວນໃຫຍ່ ຫຼາຍກວ່າ ລັດຖະບານຊຸດໃດໆ ໃນປະ
ຫວັດສາດ ຂອງປະເທດພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG