ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ທ່ານຈະເປີດເຜີຍ ເອກະສານລັບ ກ່ຽວກັບ ການລອບສັງຫານທ່ານ ຈອນ ເອັຟ ເຄັນເນດີ


ປະທານາທິບໍດີ ເຄັນເນດີ, ທ່ານນາງ ແຈັກກີ ເຄັນເນດີ ແລະ ຄອບຄົວ ຄັອນນາລີ ຂີ່ລົດລີມູຊີນ ປະທານາທິບໍດີ ພຽງບໍ່ເທົ່າ
ໃດວິນາທີ ກ່ອນການລອບສັງຫານ.
ປະທານາທິບໍດີ ເຄັນເນດີ, ທ່ານນາງ ແຈັກກີ ເຄັນເນດີ ແລະ ຄອບຄົວ ຄັອນນາລີ ຂີ່ລົດລີມູຊີນ ປະທານາທິບໍດີ ພຽງບໍ່ເທົ່າ ໃດວິນາທີ ກ່ອນການລອບສັງຫານ.

ໃນຂໍ້ຄວາມທີ່ເຮັດໃຫ້ປະຫຼາດໃຈທີ່ຂຽນລົງໃນຕອນເຊົ້າວັນເສົາວານນີ້, ປະທານາທິບໍ
ດີ ດໍໂນລ ທຣຳ ໄດ້ປະກາດວ່າ ທ່ານຈະອະນຸຍາດໃຫ້ ເປີດເຜີຍແຟ້ມຂໍ້ມູນລັບຫຼາຍພັນ
ສະບັບ ກ່ຽວກັບ ການຄາດຕະກຳອະ ດີດປະທານາທິບໍດີ ຈອນ ເອັຟ ເຄັນເນດີ ເມື່ອ
54 ປີກ່ອນ.

ແນວໃດກໍຕາມ, ທ່ານ ທຣຳ ໄດ້ເຮັດໃຫ້ມີຄວາມເປັນໄປໄດ້ວ່າ ທ່ານ ອາດລະງັບເອກະ
ສານບາງສະບັບໄວ້, ເຊິ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ໃນບັນດານັກວິຊາການ ເຄັນເນດີ
ຜູ້ທີ່ຢ້ານວ່າ ທ່ານປະທານາທິບໍດີ ອາດອ່ອນຂໍ້ຕໍ່ການຖືກກົດດັນ ຈາກບັນດາອົງການ
ສືບລັບ ທີ່ອາດຮູ້ສຶກ ອັບອາຍຂາຍໜ້າໂດຍການເປີດເຜີຍດັ່ງກ່າວ.

ທ່ານ ທຣຳ ໄດ້ຂຽນລົງໃນ Twitter ວ່າ “ໃຫ້ລໍຖ້າຂໍ້ມູນເພີ່ມເຕີມຕໍ່ໄປກ່ອນ, ໃນຖານະ
ປະທານາທິບໍດີ, ຂ້າພະເຈົ້າຈະອະນຸຍາດ ໃຫ້ແຟ້ມເອກະສານ JFK ທີ່ຖືກປົກປິດເປັນ
ຄວາມລັບເປັນເວລາດົນນານນັ້ນຖືກເປີດເຜີຍອອກ ມາ.”

ຕໍ່ມາ ທຳນຽບຂາວ ໄດ້ອອກຖະແຫຼງການສະບັບນຶ່ງ ສ້າງຄວາມເປັນໄປໄດ້ວ່າ ເອກະ
ສານບາງສະບັບອາດຈະຖືກລະງັບໄວ້.

ຖະແຫຼງການນັ້ນ ກ່າວວ່າ “ທ່ານປະທານາທິບໍດີ ເຊື່ອວ່າເອກະສານພວກ ນີ້ ຄວນມີໄວ້
ເພື່ອຜົນປະໂຫຍດ ກ່ຽວກັບ ຄວາມໂປ່ງໄສຢ່າງເຕັມທີ່ ນອກຈາກວ່າ ອົງການຕ່າງໆຈະ
ສະໜອງເຫດຜົນທີ່ໜ້າເຊື່ອຖື ແລະ ຄວາມປອດໄພແຫ່ງຊາດ ຫຼື ຂໍບັງຄັບໃຊ້ກົດໝາຍ
ທີ່ມີຄວາມກະຈ່າງ ແຈ້ງ.”

ກົດໝາຍປີ 1992 ທີ່ໄດ້ຮັບຜ່ານຢ່າງເປັນເອກະສັນ ໂດຍລັດຖະສະພາ ແລະ ຖືກລົງ
ນາມໂດຍປະທານາທິບໍດີ ຈໍຈ໌ ເອັດຈ໌ ດັບໂບຢູ ບຸຊ ໄດ້ ສັ່ງໄວ້ວ່າ ແຟ້ມເອກະສານທຸກໆ
ສະບັບທີ່ຍັງເຫຼືອ ຕ້ອງຖືກເປີດເຜີຍ ພາຍໃນ 25 ປີ ນອກຈາກວ່າປະທານາທິບໍດີຈະ
ເຂົ້າຂັດຂວາງ ຍ້ອນຜົນ ປະໂຫຍດດ້ານຄວາມປອດໄພແຫ່ງຊາດ. ວັນເສັ້ນຕາຍນັ້ນ
ແມ່ນວັນທີ 26 ຕຸລາ ສອງສາມມື້ຂ້າງໜ້ານີ້.

ໃນຂະນະທີ່ວັນທີສຳລັບການເປີດເຜີຍເອກະສານຫຍັບໃກ້ເຂົ້າມານັ້ນ, ເຈົ້າໜ້າທີ່ສະ
ພາຄວາມປອດໄພແຫ່ງຊາດກໍກ່າວຕໍ່ໜັງສືພິມ Washington Post ວ່າ ອົງການລັດ
ຖະບານຕ່າງໆໄດ້ຮຽກຮ້ອງໃຫ້ ທ່ານ ທຣຳ ຫ້າມເປີດເຜີຍເອກະສານບາງສະບັບ. ແຕ່
ທ່ານ ໂຣເຈີ ສໂຕນ ທີ່ເປັນເພື່ອນດົນນານກັບປະທານາທິບໍດີ ໄດ້ກ່າວຕໍ່ນັກທິດ
ສະດີແຜນການລັບທ່ານ ອາເລັກຊ ໂຈນສ ຈາກເວັບໄຊ ອະນຸລັກນິຍົມ Infowars ວ່າ
ທ່ານໄດ້ຮຽກຮ້ອງທ່ານ ທຣຳ ເປັນການສ່ວນຕົວ ໃຫ້ເປີດເຜີຍເອກະສານທັງໝົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG