ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງບັນດາຜູ້ນຳໂລກທີ່ເຕົ້າ
ໂຮມກັນ ໃນກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃຫ້ “ໂດດດ່ຽວ ອີຣ່ານ
ຕາບໃດທີ່ການຮຸກຮານຂອງເຂົາເຈົ້າ ຍັງດຳເນີນຕໍ່ໄປຢູ່,” ທ່ານໄດ້ກ່າວຫາຜູ້ນຳ
ອີຣ່ານ ທັງຫຼາຍ ກ່ຽວກັບ ການກະຈາຍ “ເຫດຈະລາຈົນ, ການເສຍຊີວິດ ແລະ ການ
ກໍ່ວິນາດສະກຳ.”
ທ່ານ ທຣຳ ໄດ້ກ່າວໃນຄຳປາໄສ ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ
ໃນວັນອັງຄານວານນີ້ວ່າ “ເຂົາເຈົ້າບໍ່ໄດ້ເຄົາລົບປະເທດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ ຫຼື
ເຂດຊາຍແດນຂອງເຂົາເຈົ້າ ຫຼື ສິດທິອະທິປະໄຕຂອງປະເທດຕ່າງໆ. ໃນທາງກົງກັນ
ຂ້າມ, ພວກຜູ້ນຳ ອີຣ່ານ ແມ່ນໄດ້ປຸ້ນເອົາແຫຼ່ງຊັບພະຍາກອນຂອງປະເທດ ເພື່ອເຮັດ
ໃຫ້ຕົນເອງຮັ່ງມີ ແລະ ກະຈາຍຄວາມຮຸນແຮງໄປທົ່ວພາກຕາເວັນອອກກາງ ແລະ
ໄກອອກໄປ.”
ທ່ານ ທຣຳ ໄດ້ຢືນຢັນວ່າ ຂໍ້ຕົກລົງນິວເຄລຍປີ 2015 ໃນຍຸກຂອງທ່ານ ໂອບາມາ ເພື່ອ
ຍຸຕິໂຄງການອາວຸດນິວເຄລຍຂອງ ອີຣ່ານ, ເຊິ່ງທ່ານໄດ້ຖອນສະຫະລັດ ອອກນັ້ນ, ໄດ້
“ເປັນສິ່ງທີ່ບໍ່ຄາດຄິດ ຂອງບັນດາຜູ້ນຳ ອີຣ່ານ” ແລະ ໄດ້ຂະຫຍາຍງົບປະມານກອງທັບ
ຂອງເຂົາເຈົ້າ ເກືອບ 40 ເປີເຊັນເພື່ອ “ສະໜັບສະໜູນລັດທິກໍ່ການຮ້າຍ ແລະ ໄດ້ເປັນ
ທຶນໃນການສ້າງຄວາມຫາຍະນະ ແລະ ການຂ້າຄົນ ໃນປະເທດ ຊີເຣຍ ແລະ ເຢເມນ.”
ທ່ານປະທານາທິບໍດີໄດ້ກ່າວວ່າ ລັດຖະບານຂອງທ່ານໃນເດືອນທີ່ຜ່ານມາໄດ້ເລີ່ມ
“ວາງມາດຕະການລົງໂທດຢ່າງໜັກຕໍ່ ອີຣ່ານ ຄືນອີກ ເຊິ່ງຖືກຍົກເລີກພາຍໃຕ້ຂໍ້ຕົກລົງ
ອີຣ່ານ” ແລະ ວ່າການລົງໂທດເພີ່ມເຕີມຈະມີຂຶ້ນອີກໃນວັນທີ 5 ພະຈິກ ແລະ ຕໍ່ໆໄປ.
ທ່ານ ທຣຳ ໄດ້ເວົ້າວ່າ “ພວກເຮົາບໍ່ສາມາດອະນຸຍາດໃຫ້ຜູ້ນຳໜ້າໃນການສະໜັບສະ
ໜູນລັດທິກໍ່ການຮ້າຍຂອງໂລກ ມີອາວຸດທີ່ອັນຕະລາຍທີ່ສຸດຂອງໂລກ. ພວກເຮົາບໍ່ສາ
ມາດອະນຸຍາດໃຫ້ລະບອບການປົກຄອງ ທີ່ຮ້ອງໂຮວ່າ ອາເມຣິກາ ຈົ່ງດັບສູນ ແລະ
ຂົ່ມຂູ່ ອິສຣາແອລ ດ້ວຍການທຳລາຍລ້າງ.”
ຫຼັງຈາກນັ້ນ, ໃນການໃຫ້ສຳພາດກັບນັກຂ່າວ ໃນຂະນະທີ່ທ່ານນັ່ງຄຽງຂ້າງປະທານາ
ທິບໍດີ ໂຄລອມເບຍ ທ່ານ ອີວານ ດູເກ ນັ້ນ, ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າ
ພວກເຮົາຈະສາມາດເຮັດໃຫ້ ອີຣ່ານ ເປັນຄືກັນກັບທີ່ ສະຫະລັດ ໄດ້ເປັນກັບ ເກົາຫຼີ
ເໜືອ.”
ທ່ານ ທຣຳ ໄດ້ກ່າວວ່າ “ມັນແມ່ນຂ້າພະເຈົ້າຜູ້ທີ່ເວົ້າວ່າ ບໍ່, ບໍ່ແມ່ນເຂົາເຈົ້າ,” ກ່ຽວກັບ
ການພົບປະກັບບັນດາເຈົ້າໜ້າທີ່ ອີຣ່ານ ໃນລະຫວ່າງກອງປະຊຸມສະຫະຊາຊາດ.
ທ່ານໄດ້ເວົ້າຕື່ມວ່າ ການເຈລະຈາດັ່ງກ່າວຈະບໍ່ສາມາດເກີດຂຶ້ນໄດ້ຈົນກວ່າລັດຖະ
ບານ ເຕຫະຣ່ານ ປ່ຽນແປງການປະພຶດຂອງເຂົາເຈົ້າ.
ປະທານາທິບໍດີ ສະຫະລັດ ໄດ້ເວົ້າວ່າ “ບໍ່ດັ່ງນັ້ນ ພວກເຂົາເຈົ້າກໍຈະມີບັນຫາທີ່ຮ້າຍ
ແຮງກວ່າປະເທດໃດໆຢູ່ໃນໂລກ.”
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງທ່ານ, ທ່ານ ຈອນ ໂບລຕັນ, ໄດ້ປະກາດ
ຄຳເຕືອນທີ່ຮຸນແຮງຕໍ່ ເຕຫະຣ່ານ ໃນການກ່າວຄຳປາໄສ ທີ່ນະຄອນ ນິວຢອກ ຕໍ່ກຸ່ມ
ສົ່ງເສີມ ສະຫະລັດ ທີ່ສາມັກຄີກັນຕໍ່ຕ້ານປະເທດ ອີຣ່ານ ທີ່ມີອາວຸດນິວເຄລຍ ໃນວັນ
ອັງຄານວານນີ້.