ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທ​ຣຳ ສະ​ເໜີ​ຂໍ້​ຕົກ​ລົງ ຄົນ​ເຂົ້າ​ເມືອງ ເພື່ອ​ຢຸດ​ ການ​ປິດ​ລັດ​ຖະ​ບານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ປິດ​ລັດ​ຖະ​ບານ​ບາງ​ສ່ວນ, ຄົນ​ເຂົ້າ​ເມືອງ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ໃນ​ຫ້ອງ​ຕ້ອນ​ຮັບ​ແຂກ​ການ​ທູດ​ຂອງ ທຳ​ນຽ​ບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ມັງ​ກອນ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ປິດ​ລັດ​ຖະ​ບານ​ບາງ​ສ່ວນ, ຄົນ​ເຂົ້າ​ເມືອງ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ໃນ​ຫ້ອງ​ຕ້ອນ​ຮັບ​ແຂກ​ການ​ທູດ​ຂອງ ທຳ​ນຽ​ບ​ຂາວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ມັງ​ກອນ, 2019.

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສິ້ນ​ສຸດ​ການປິດ​ສ່ວນ​ນຶ່ງ​ຂອງ​ລັດ​ຖະ​ບານ ສະ​ຫະ​ລັດ ດົນ
​ເກືອບ​ເດືອນ​ນັ້ນ, ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ສະ​ເໜີຂໍ້​ຕົກ​ລົງ​ຕໍ່​ພັກ​ເດ​ໂມ​ແຄ​ຣັດ
ກ່ຽວ​ກັບ ນະ​ໂຍ​ບາຍ​ຄົນ​ເຂົ້າ​ເມືອງ​ທີ່ເຄັ່ງ​ຄັດ​ຂອງ​ທ່ານ, ແຕ່​ມັນ​ໄດ້​ຖືກ​ປະ​ຕິ​ເສດ​ໂດຍ​
ພັກ​ຝ່າຍ​ຄ້ານ ແມ່ນ​ກະ​ທັ້ງ​ກ່ອນ​ທີ່​ທ່ານ​ໄດ້​ອອກ​ມາ​ເວົ້າ.

ທ່ານ ທ​ຣຳ ໄດ້​ກ່າວ​ ກ່ຽວ​ກັບ​ ພັກ​ເດ​ໂມ​ແຄ​ຣັດ​ວ່າ “ພວກ​ເຮົາ​ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ໃຫ້
​ການ​ສະ​ໜັບ​ສະ​ໜູນ​ທີ່​ກະ​ຕື​ລື​ລົ້ນ ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າຫຼາຍ​ຄົນ​ຄົງ​ຈະ​ເຮັດ. ພວກ
​ຝ່າຍ​ຊ້າຍ​ຫົວ​ຮຸນ​ແຮງ​ຈະ​ບໍ່​ມີ​ວັນ​ໄດ້​ຄວບ​ຄຸມ​ເຂດ​ຊາ​ຍ​ແດນ​ຂອ​ງ​ພວກ​ເຮົາ. ຂ້າ​ພະ​
ເຈົ້າ​ຈະ​ບໍ່​ມີ​ວັນ​ໃຫ້​ມັນ​ເກີດ​ຂຶ້ນ.”

ໃນ​ຄຳ​ປາ​ໄສ​ຂອງ​ທ່ານ, ເຊິ່ງ​ອອກ​ອາ​ກາດ​ສົດ​ຈາກ​ຫ້ອງ​ຕ້ອນ​ຮັບ​ແຂກ​ການ​ທູດ​ໃນ​
ທຳ​ນຽບ​ຂາວ​, ເມື່ອ​ຕອນ​ບ່າຍ​ຂອງວັນ​ເສົາ​ວານນີ້​, ທ່ານ ທ​ຣຳ ໄດ້​ຮຽ​ກ​ຮ້ອງ​ເຈົ້າ​ໜ້າ​
ທີ່​ລັດ​ຖະ​ບານ​ກາງ ສຳ​ລັບ​ການ​ຄວບ​ຄຸມ​ຄົນ​ເຂົ້າ​ເມືອງ 2,750 ຄົນ ແລະ ເງິນ ຫ້າ​ພັນ
​ເຈັດ​ຮ້ອຍ​ລ້ານ​ໂດ​ລາ​ ສຳ​ລັບ​ຮົ້ວ​ເຫຼັກຍາວ 370 ກິ​ໂລ​ແມັດ​ຢູ່​ຕາມ​ເຂດ​ຊາຍ​ແດນ​ຕິດ
​ກັບປະ​ເທດ ເມັກ​ຊິ​ໂກ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ເອົາ​ອະ​ນາ​ຄົດ​ຂອງ​ພວກ​ເຮົາກັບ​
ມາ​ຈາກສຽງຫົວ​ຮຸນ​ແຮງ​ຕ່າງໆ ຜູ້​ທີ່​ຢ້ານ​ການ​ປະ​ນີ​ປະ​ນອມ ແລະ ຮຽກ​ຮ້ອງ​ໃຫ້​ມີ
​ເຂດ​ຊາຍ​ແດນ​ເປີດ. ຍ້ອນ​ແນວ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ມາ​ທີ່ນີ້​ໃນ​ມື້ນີ້ ເພື່ອ​ແກ້​ໄຂ​ທາງ​
ຕັນ​ນີ້.”

ທ່ານ ທ​ຣຳ ໄດ້​ສ​ະ​ເໜີ​ຂໍ້​ຕົກ​ລົງ​ໃນ​ສອງ​ໂຄງ​ການ​ທີ່​ລັດ​ຖະ​ບານ​ຂອງ​ທ່ານໄດ້​ແນ​ເປົ້າ
​ໃສ່​ ສຳ​ລັບ​ການ​ລົບ​ລ້າງ​ໂຄງ​ການ​ເດັກ​ນ້ອຍ​ທີ່​ຖືກ​ພໍ່​ແມ່​ນຳເຂົ້າ​ມາ​ປະ​ເທດ​ຢ່າງ​ຜິດ
​ກົດ​ໝາຍ ຫຼື (DACA) ແລະ ການ​ປົກ​ປ້ອງ​ສະ​ຖາ​ນະ​ຊົ່ວ​ຄາວ ສຳ​ລັບ​ພວກ​ຍົກ​ຍ້າຍ​
ຖິ່ນ​ຖານຈາກ​ບາງ​ປະ​ເທດ ​ໃນ​ເຂດ​ອາ​ເມ​ຣິ​ກາ​ກາງ ແລະ ບັນ​ດາ​ປະ​ເທດ ອາ​ຟ​ຣິ​ກາ.

ກົດ​ໝາຍ​ເຊື່ອມ​ຕໍ່ໍ່ ຫຼື Bridge Act ຂອງ​ສອງ​ພັກ​ການ​ເມືອງ​ນັ້ນ ຈະ​ອະ​ນຸ​ຍາດ​ໃຫ້​ຜູ້
​ຍົກ​ຍ້າ​ຍ​ຖິ່ນ​ຖານ 740,000 ຄົນ​ຜູ້​ທີ່​ໄດ້​ເດີນ​ທາງ​ເຂົ້າ​ ສະ​ຫະ​ລັດ ຢ່າງ​ຜິດ​ກົດ​ໝາຍ​
ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ, ເຊິ່ງ​ມັກ​ຈະ​ຖືກ​ເອີ້ນ​ວ່າ “ນັກ​ຝັນ ຫຼື Dreamers” ນັ້ນ, ຮັກ​ສາ​
ໃບ​ອະ​ນຸ​ຍາດ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ແລະ ຢຸດ​ການ​ຖືກ​ເນ​ລະ​ເທດ​ເປັນ​ເວ​ລາ​ສາມ​ປີ
ຖ້າ​ໃບ​ອະ​ນຸ​ຍາດ​ຂອງ​ເຂົາ​ເຈົ້າ​ຫາກ​ຖືກ​ຖອນ.

ແຜນ​ການ​ດັ່ງ​ກ່າວ​ໄດ້​ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ ໂດຍ​ຜູ້​ບັນ​ຍາຍ​ອະ​ນຸ​ລັກ​ນິ​ຍົມ​ທີ່​ສຳ​ຄັນ
​ບາງ​ຄົນ.

ບໍ່​ດົນ​ກ່ອນ​ທ່ານ ທ​ຣຳ ອອກ​ມາ​ກ່າວ​ຄຳ​ປາ​ໄສ​ນັ້ນ, ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ
ແນນ​ຊີ ເພ​ໂລ​ຊີ ໄດ້​ຮຽກ​ຮ້ອງ​ໃຫ້​ລວບ​ລວມ​ຂໍ້​ສະ​ເໜີ​ທີ່​ຖືກ​ປະ​ຕິ​ເສດ​ກ່ອນ​ໜ້ານີ້
ຫຼາຍ​ຄັ້ງ ເຊິ່ງ​ເປັນ​ທີ່ “ຍອມ​ຮັບ​ບໍ່​ໄດ້” ນັ້ນ ແລະ ວ່າ​ຂໍ້​ສະ​ເໜີ​ຂອງ​ທ່ານ​ປະ​ທາ​ນາ​ທິ​
ບໍ​ດີ “ບໍ່​ແມ່ນ​ຄວາ​ມ​ພະ​ຍາ​ຍາມ​ຊື່​ສັດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG