ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຈະ​ກ່າວ​ຄຳ​ປາ​ໄສ ກ່ຽວ​ກັບ ການ​ປິດ​ລັດ​ຖະ​ບານ ແລະ ຄວາມ​ໝັ້ນ​ຄົງ ຊາຍ​ແດນ


Miles Hubbert, 10, from Centreville, Md., says "what?," and cups his ear on hearing his word as he competes during the Scripps National Spelling Bee, in Oxon Hill.
Miles Hubbert, 10, from Centreville, Md., says "what?," and cups his ear on hearing his word as he competes during the Scripps National Spelling Bee, in Oxon Hill.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ຈະ​ທຳ​ການ​ປະ​ກາດ ທີ່​ສຳ​ຄັນ ກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານ ​ແລະ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ໃນການ​ກ່າວ​ຄຳ​ປາ​ໄສ ​ຕໍ່​ປະ​ເທດ​ຊາດ ໃນ​ວັ​ນ​ເສົາ​ມື້ນີ້.

ປະ​ທາ​ນາ​ທິ​ບໍ​ດີ​ທຣຳ ​ກ່າວ​ວ່າ ການ​ກ່າວ​ຄຳ​ປາ​ໄສ ​ຈາກ​ທຳ​ນຽບ​ຂາວ​ດັ່ງ​ກ່າວ ​ຈະມີ​ຂຶ້ນ​ໃນ​ເວ​ລາ ບ່າຍ 3 ໂມງ ແລະ​ຈະ​ເວົ້າ​ເຖິງ “ວິ​ກິດ​ການ​ມະ​ນຸດ​ສະ​ທຳໃນ​ເຂດ​ຊາຍ​ແດນ​ທາງ​ໃຕ້​ຂອງ​ພວກ​ເຮົາ.”

ການ​ປະ​ເຊີນ​ໜ້າ ​ລະ​ຫວ່າງ​ພັກ​ເດ​ໂມ​ແຄ​ຣັດ ແລະພັກ​ຣີ​ພັບ​ບ​ລີ​ກັນ ກ່​ຽວ​ກັບ​ເລື້ອງ​ໃຫ້​ທຶນ​ເພື່ອ​ສ້າງ​ກຳ​ແພງ ຢູ່​ຕາມ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກນັ້ນ ໄດ້​ພາ​ໃຫ້​ມີ​ການ​ປິດ​ລັດ​ຖະ​ບານ ຊຶ່ງ​ກ້າວ​ເຂົ້າ​ສູ່ມື້​ທີ 29 ໃນ​ວັນ​ເສົາ​ມື້ນີ້.

ທ່ານ​ທ​ຣຳ ຢາກ​ໄດ້​ເງິນ​ພາ​ສີ​ຫຼາຍກວ່າ 5 ຕື້​ໂດ​ລາ ເພື່ອ​ນຳ​ໄປ​ເປັນ​ທຶນ​ໃນ​ການສ້າງ​ກຳ​ແພງ ໃນ​ຂະ​ນະ​ທີ່​ພັກ​ເດ​ໂມ​ແຄ​ຣັດໄດ້​ສະ​ເໜີ​ໃຫ້​ເງິນ​ຫຼາຍກວ່າ 1 ຕື້​ໂດລາ ເພື່ອ​ນຳ​ໄປ​ໃຊ້​ໃນ​ເລື້ອງ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນແຕ່​ບໍ່​ແມ່ນ​ເພື່ອ​ສ້າງ​ກຳ​ແພງເປັນ​ການ​ສະ​ເພາະ.

ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 14 ມັງ​ກອນ 2019 ໂດຍ​ອົງ​ການ​ພາ​ສີ ແລະ​ຄຸ້ມ​ຄອງ ຊາຍ​ແດນ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າມີ​ພວກ​ທີ່​ມາ​ຈາກ ອາ​ເມ​ຣິ​ກາ​ກາງ 376 ຄົນ ຖືກ​ຈັບ ທີ່​ລັດ​ອາ​ຣິ​ໂຊ​ນາ ຍ້ອນ​ຂ້າມ​ຊາຍ​ແດນ ເຂົ້າ​ມາ​ໃນ​ສະ​ຫະ​ລັດ ແບບ​ຜິດ​ກົດ​ໝາຍ.
ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 14 ມັງ​ກອນ 2019 ໂດຍ​ອົງ​ການ​ພາ​ສີ ແລະ​ຄຸ້ມ​ຄອງ ຊາຍ​ແດນ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າມີ​ພວກ​ທີ່​ມາ​ຈາກ ອາ​ເມ​ຣິ​ກາ​ກາງ 376 ຄົນ ຖືກ​ຈັບ ທີ່​ລັດ​ອາ​ຣິ​ໂຊ​ນາ ຍ້ອນ​ຂ້າມ​ຊາຍ​ແດນ ເຂົ້າ​ມາ​ໃນ​ສະ​ຫະ​ລັດ ແບບ​ຜິດ​ກົດ​ໝາຍ.

​ແຫຼ່ງ​ຂ່າວ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ແຈ້ງວ່​າ ເງິນ​ຈຳ​ນວນ​ດັ່ງ​ກ່າວ​ແມ່ນ​ຈະ​ຮວມ​ຢູ່​ໃນ​ຮ່າງ​ກົດ​ໝາຍ​ການ​ໃຊ້​ຈ່າຍທີ່​ສະ​ພາ​ຕ່ຳ​ຈະ​ພິ​ຈາ​ລະ​ນາ​ໃນ​ອາ​ທິດ​ໜ້າ 524 ລ້ານໂດ​ລາ ເພື່ອ​ປັບ​ປຸງ​ດ່ານກວດ​ຄົນ​ເຂົ້າ​ເມືອງ​ແຫ່ງ​ຕ່າງໆ ແລະ 563 ລ້ານ​ໂດ​ລາເພື່ອ​ຈ້າງ​ຜູ້​ພິ​ພາກ​ສາ​ດ້ານ​ຄົນ​ເຂົ້າ​ເມືອງ.

ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບ​ການ​ສ້າງ​ກຳ​ແພງ ແລະ​ການ​ປິດ​ລັດ​ຖະ​ບານ ຍັງ​ໄດ້​ພາ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ກັນ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳແລະ​ປະ​ທານ​ສະ​ພາ​ຕ່ຳ ທ່ານນາງແນນຊີ ເພໂລຊີ ກ່ຽວ​ກັບ​ແຜນ​ການ​ເດີນ​ທາງ​ໄປ​ອັ​ຟ​ກາ​ນິ​ສ​ຖານ​ຂອງທ່ານ​ນາງ.

ທ່ານນາງເພໂລຊີ ໄດ້​ກ່າວ​ຫາ​ ທຳ​ນຽບ​ຂາວ​ ໃນ​ວັນ​ສຸກວານນີ້​ວ່າ ເປີດ​ເຜີຍ​ຂ່າວ​ກ່ຽວ​ກັບ​ແຜນ​ການ​ຂອງ​ທ່ານ​ນາງ ທີ່​ຈະ​ເດີນ​ທາງ​ໂດຍ​ເຮືອ​ບິນ​ໂດຍ​ສານ​ພາ​ນິດ ໄປອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດບໍ່​ຍອມ​ໃຫ້​ທ່ານ​ນາງໃຊ້​ເຮືອ​ບິນກອງ​ທັບ​ແລ້ວ.

ລົດ​ບັດ​ຂອງກອງ​ທັບ​ອາ​ກາດ ຈອດ​ຢູ່​ບໍ​ລິ​ເວນ​ຕຶກ​ລັດ​ຖະ​ສະ​ພາ ຫຼັງ​ຈາກ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໃຊ້​ອຳ​ນາດ ຝ່າຍ​ບໍ​ລິ​ຫານ ປະ​ຕິ​ເສດ​ບໍ່​ໃຫ້ປະ​ທານ ສະ​ພາ​ຕ່ຳ ​ທ່ານ​ນາງແນນ​ຊີ ເພ​ໂລ​ຊີ ໃຊ້​ເຮືອ​ບິນ​ທະ​ຫານ ບໍ່​ດົນ​ກ່ອນ​ທີ່​ທ່ານ​ນາງ​ຈະ​ອອກ​ເດີນ​ທາງ.
ລົດ​ບັດ​ຂອງກອງ​ທັບ​ອາ​ກາດ ຈອດ​ຢູ່​ບໍ​ລິ​ເວນ​ຕຶກ​ລັດ​ຖະ​ສະ​ພາ ຫຼັງ​ຈາກ​ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ ໃຊ້​ອຳ​ນາດ ຝ່າຍ​ບໍ​ລິ​ຫານ ປະ​ຕິ​ເສດ​ບໍ່​ໃຫ້ປະ​ທານ ສະ​ພາ​ຕ່ຳ ​ທ່ານ​ນາງແນນ​ຊີ ເພ​ໂລ​ຊີ ໃຊ້​ເຮືອ​ບິນ​ທະ​ຫານ ບໍ່​ດົນ​ກ່ອນ​ທີ່​ທ່ານ​ນາງ​ຈະ​ອອກ​ເດີນ​ທາງ.

ທ່ານນາງເພໂລຊີ ກ່າວ​ວ່າ ມັນ​ເປັນ “ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ ໃນ​ພາກ​ສ່ວນຂອງ​ປະ​ທາ​ນາ​ທິ​ບໍ​ດີ" ທີ່​ໄດ້​ເປີດ​ເຜີຍ​ລາຍ​ລະ​ອຽດ ກ່ຽວ​ກັບ​ແຜນ​ການ​ເດີນທາງ​ທີ່​ສຳ​ຄັນ ​ຂອງ​ທ່ານ​ນາງ ຊຶ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່າເປັນ​ໄພ​ຂົ່ມຂູ່​ເພີ້ມ​ຂຶ້ນ ຕໍ່​ຄວາມ​ປອດ​ໄພ ທາງ​ພາກ​ພື້ນ​ດິນ.

ທຳ​ນຽບ​ຂາວ​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ເປີດ​ເຜີຍ​ແຜນ​ການ​ເດີນ​ທາງ ໂດຍ​ເຮືອ​ບິນໂດຍ​ສານພາ​ນິດ​ຂອງ​ທ່ານ​ນາງ​ເພ​ໂລ​ຊີ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ​ຣຳ ​ໄດ້​ຍົກ​ເລີກ​ແຜນ​ການ​ເດີນ​ທາງ ​ໄປ​ຍັງ​ອັ​ຟ​ກາ​ນິ​ສຖານ​ ແລະ​ນະ​ຄ​ອນບ​ຣັ​ສ​ເຊີ​ລ​ສ໌ຂອງ​ທ່ານ​ນາງ​ເພ​ໂລ​ຊີ ໃນ​ວັນ​ພະ​ຫັດ​ຜ່ານນີ້ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ ​ຫຼ້າສຸດ ໃນ​ການ​ຕໍ່​ສູ້​ທາງ​ດ້ານ​ການ​ເມືອງ​ທີ່​ຂົມ​ຂື່ນກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານ​ທີ່​ດົນນານທີ່​ສຸດ​ໃນ​ປະ​ຫວັດ​ສາດ​ຂອງ​ສະ​ຫະ​ລັດ.

ໃນ​ຈົດ​ໝາຍ​ສະ​ບັບ​ນຶ່ງ​ທີ່​ສົ່ງ​ໄປ​ຫາ​ປະ​ທານ​ສະ​ພາ​ຕ່ຳ​ນັ້ນ ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດບໍ່​ໃຫ້​ທ່ານ​ນາງ​ເພ​ໂລ​ຊີ ແລະ​ສະ​ມາ​ຊິກ​ສະ​ພາ​ຈຳ​ນວນ​ນຶ່ງ ໃຊ້​ເຮືອ​ບິນກອງ​ທັບ ເພື່ອ​ເດີນ​ທາງ​ໄປ​ພົບ​ປະ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ​ຂອງ​ອົງ​ການ​ເນ​ໂຕ້ ທີ່​ນະຄອນບ​ຣັ​ສ​ເຊີ​ລ​ສ໌ ແລະ ​ທະ​ຫານ​ອາ​ເມ​ຣິ​ກັນ​ ຢູ່​ອັ​ຟ​ກາ​ນິ​ສ​ຖານໂດຍ​ຂຽນ​ວ່າ ​ໃນ​ຂະນະ​ທີ່ພວກ​ຄົນ​ງານ​ອາ​ເມ​ຣິ​ກັນ​ທີ່​ຍິ່ງ​ໃຫຍ່ 800,000 ຄົນບໍ່​ໄດ້​ຮັບ​ເງິນ​ເດືອນຢູ່ນີ້ ຂ້າ​ພະ​ເຈົ້າຈຶ່ງແນ່​ໃຈວ່າ​ ພວ​ກ​ທ່ານ​ຈະ​ເຫັນ​ພ້ອມ​ນຳ​ໃນ​ການ​ເລື່ອນງານ​ສາ​ທາລະ​ນະ​ນີ້ ແມ່ນ​ເໝາະ​ສົມ​ທີ່​ສຸດ."

ໂຄ​ສົກ​ຂອງ​ຫ້ອງ​ການ​ທ່ານ​ນາງ​ເພ​ໂລ​ຊີ ກ່າວ​ວ່າ ການ​ເດີນ​ທາງ​ໃນ​ຄັ້ງ​ນີ້​ແມ່ນ​ຈະ​ສະ​ໜອງ "ການ​ລາຍ​ງານ​ທີ່​ສຳ​ຄັນ​ ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ ແລະ​ ສືບ​ລັບພ້ອມ​ທັງເປັນ​ໂອ​ກາດໃຫ້​ທ່ານ​ນາງ​ເພ​ໂລ​ຊີ​ໄດ້​ຂອບ​ອົກ​ຂອບ​ໃຈ​ພວກ​ທະ​ຫານ.

ຈົດ​ໝາຍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ບໍ່​ໄດ້​ກ່າວ​ໂດຍ​ກົງ​ເຖິງ​ການ​ຮຽກ​ຮ້ອງ​ຂອງ​ທ່ານນາງ​ເພ​ໂລ​ຊີ​ໃນ​ມື້​ວັນ​ພຸດ ທີ່​ໃຫ້​ທ່ານ​ທ​ຣຳ ເລື່ອນ​ເວ​ລາ​ໃນ​ການ​ກ່າວ​ຄຳ​ປາ​ໄສຕໍ່​ປະ​ຊາດ ຊຶ່ງ​ກຳ​ນົດ​ໃສ່​ວັນ​ທີ 29 ມັງ​ກອນ ໄປ​ຈົນ​ກວ່າ ​ມີ​ການ​ອະ​ນຸ​ມັດ​ທຶນ

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG