ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ທ​ຣຳ ປະ​ຕິ​ຍານ​ວ່າ ຈະ​ຖິ້ມສົນ​ທິນ​ຍາ ​ວ່າ​ດ້​​ວຍ​​ການ​ຄ້າ​ອາ​ວຸດ ​ຂອງ​ສະ​ຫະ​ປະ​ຊາ​ຊາດ


ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຖືດຳລັດຝ່າຍບໍລິ
ຫານຂອງທ່ານ ທີ່ໄດ້ປະກາດວ່າ ສະຫະລັດ ຈະຖອນຕົວອອກ
ຈາກສົນທິສັນຍາວ່າດ້ວຍການຄ້າອາວຸດຂອງອົງການສະຫະປະຊາຊາດ ໃນການກ່າວຄຳປາໄສ ມີກອງປະຊຸມປະຈຳປີ ຂອງສະມາຄົມ NRA ທີ່ອິນດີແອນນາໂປລິສ, ທີ່ອິນດີແອນນາມ 26 ເມສາ 2019.
ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຖືດຳລັດຝ່າຍບໍລິ ຫານຂອງທ່ານ ທີ່ໄດ້ປະກາດວ່າ ສະຫະລັດ ຈະຖອນຕົວອອກ ຈາກສົນທິສັນຍາວ່າດ້ວຍການຄ້າອາວຸດຂອງອົງການສະຫະປະຊາຊາດ ໃນການກ່າວຄຳປາໄສ ມີກອງປະຊຸມປະຈຳປີ ຂອງສະມາຄົມ NRA ທີ່ອິນດີແອນນາໂປລິສ, ທີ່ອິນດີແອນນາມ 26 ເມສາ 2019.

ຊ້ອງ​ໜ້​າຝູງ​ຊົນ​ຫຼາຍ​ຮ້ອຍ​ຄົນ ໃນ​ສະ​ໜາມ​ກິ​ລາ ທີ່​ອິນ​ດີແອນ​ນາ​ໂປ​ລິ​ສ ປະ​ທາ​ນາ​
ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມໃນເອກ​ກະ​ສານສະບັບນຶ່ງ ທີ່ປະ​ຕິ​ເສດ
ຕໍ່ສົນ​ທິນ​ຍາ​ວ່າ​ດ້ວຍການ​ຄ້າ​ອາ​ວຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໂດຍເອີ້ນ​ມັນ​ວ່າ ເປັນ​ໄພ
ຂົ່ມ​ຂູ່ຕໍ່​ອະ​ທິ​ປະ​ໄຕ​ຂອງ​ຊາວ​ອາ​ເມ​ຣິ​ກັນ.

ທ່ານ​ທ​ຣຳ ກ່າວ​ວ່າ ການ​ເອົາ​ມາດຕະການ​ຂອງ​ທ່ານ ໃນລະຫວ່າງ​ການ​ກ່າວ​ຄຳ​ປາ​ໄສໄປໄດ້ເຄິ່ງນຶ່ງ​ ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ ຂອງສະ​ມາ​ຄົມ​ປືນ​ຍາວແຫ່ງ​ຊາດ ຫຼື NRA
ທີ່​ຮຽກ​ຮ້ອງ​ໃຫ້​ລັດຖະ​ສະ​ພາ “ບໍ່​ໃຫ້​ສືບ​ຕໍ່ອະນຸມັດສົນ​ທິ​ສັນ​ຍາດັ່ງກ່າວ​ແລະ​ໃຫ້ສົ່ງກັບ
​ຄືນມາ ຊຶ່ງການປະ​ຕິ​ເສດຕໍ່​ສົນ​ທິ​ສັນ​ຍາ ສະບັບນີ້ ແລ້ວ​ສົ່ງກັບ​ຄືນ​ມາ​ໃຫ້ຂ້າ​ພະ​ເຈົ້າ
ທັນທີ່ ໃນ​ຫ້ອງການຮູບຊົງໄຂ່ ຫຼື ໂອໂວລຂອງທຳ​ນຽບ​ຂາວ ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະເອົາໄປຖິ້ມ.”

ພວກສະມາຊິກຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA ຕົບມືໃຫ້ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນການໃຫ້ຄຳຖະແຫຼງການຂອງກອງປະຊຸມ ປະຈຳປີ ຄັ້ງທີ 148 ຂອງສະມາຄົມ NRA ທີ່ອິນດີແອນນາໂປລິສ, ທີ່ອິນດີແອນນາມ 26 ເມສາ 2019.
ພວກສະມາຊິກຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA ຕົບມືໃຫ້ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໃນການໃຫ້ຄຳຖະແຫຼງການຂອງກອງປະຊຸມ ປະຈຳປີ ຄັ້ງທີ 148 ຂອງສະມາຄົມ NRA ທີ່ອິນດີແອນນາໂປລິສ, ທີ່ອິນດີແອນນາມ 26 ເມສາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ໄດ້​ບອກ​ກັບ​ຝູງຊົນ​ທີ່​ເຂົ້າ​ມາ​ສະ​ໜັບ​ສະ​ໜຸນ​ທ່ານ​ວ່າ “ພວກ​ເຮົາ​ຈະ​ບໍ່
​ອະ​ນຸ​ຍາດ​ໃຫ້​ພວກ​ຂ້າລາຊະການຕ່າງ​ຊາດ ມາຢຽບຢ້ຳ​ສິດ​ເສ​ລີ ໃນກົດໝາຍດັດແກ້
ຂໍ້​ທີ​ 2 ​ຂອງ​ພວກ​ເຮົາ ກໍ​ຄື​ການ​ມີ​ສິດ​ຄອບຄອງ​ອາ​ວຸດ​ປືນ. ພວກ​ເຮົາ​ບໍ່​ຮັບຮອງເອົາ
ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ທ່ານ​ຄົງ​ຈະ​ດີ​ໃຈ​ແລ້ວ.”

ຂໍ້ດັດແກ້ທີ 2 ທີ່ປົກປ້ອງສິດ ​ຂອງພວກຄົນທີ່ມີ​ອາ​ວຸດ​ປືນ ແລະ​ການບັງ​ຄັບ​ໃຊ້ກົດໝາຍ
ທີ່ເຂັ້ມງວດ ​ແມ່ນ​ເຫດ​ຜົນ​ຕົ້ນ​ຕໍຂອງ​ອົງ​ການ​ດັ່ງ​ກ່າວ ຊຶ່ງ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ນຳ​ສະ​ເໜີ​ໄປ
​ໃນ​ວັນ​ສຸກ ຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ການ​ປະ​ກາດ​ກ່ຽວ​ກັບສະ​ມາ​ຄົມ​ປືນ​ຍາວແຫ່ງ​ຊາດ ຫຼື NRA

Trump Announces Withdrawal from UN Arms Trade Treaty
please wait

No media source currently available

0:00 0:02:04 0:00
XS
SM
MD
LG