ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ຂົ່ມຂູ່ຈະຢຸດໃຫ້ທຶນ ແກ່ອົງການອະນາໄມໂລກ ຢ່າງເປັນການຖາວອນ


ປະທານາທິບໍດີ ດໍໂນລ ທຣຳ ສະແດງທ່າທີ ໃນຂະນະທີ່ ຍ່າງອອກໄປຈາກກອງປະຊຸມ ກັບບັນດາຜູ້ບໍລິຫານ ດ້ານອຸດສາຫະກຳ ຮ້ານອາຫານ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາ ໃນຫ້ອງຮັບປະທານອາຫານ ຂອງທຳນຽບຂາວ, ວັນຈັນ ທີ 18 ພຶດສະພາ 2020 ທີ່ນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)
ປະທານາທິບໍດີ ດໍໂນລ ທຣຳ ສະແດງທ່າທີ ໃນຂະນະທີ່ ຍ່າງອອກໄປຈາກກອງປະຊຸມ ກັບບັນດາຜູ້ບໍລິຫານ ດ້ານອຸດສາຫະກຳ ຮ້ານອາຫານ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາ ໃນຫ້ອງຮັບປະທານອາຫານ ຂອງທຳນຽບຂາວ, ວັນຈັນ ທີ 18 ພຶດສະພາ 2020 ທີ່ນະຄອນຫຼວງວໍຊິງຕັນ. (AP Photo/Evan Vucci)

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ກ່າວວ່າ ການຢຸດໃຫ້ທຶນແກ່ອົງການອະນາໄມໂລກ ຫຼື WHO ຈະເລີ່ມຈາກເປັນການຊົ່ວຫາຢ່າງຖາວອນ ຖ້າຫາກອົງການນີ້ “ບໍ່ໝັ້ນໝາຍຈະປັບປຸງໃນດ້ານຕ່າງໆທີ່ສຳຄັນຢ່າງເໝາະສົມ ພາຍໃນ 30 ວັນຂ້າງໜ້າ.”

ໃນໜັງສືສະບັບນຶ່ງທີ່ສົ່ງຫາຜູ້ອຳນວຍການໃຫຍ່ອົງການ WHO ທ່ານເທໂດຣສ ອາດາໂນມ ເກບລີເຢສັສ ນັ້ນ ທ່ານທຣຳ ໄດ້ສະເໜີລາຍລະອຽດ ການຕ້ອງຕິຕ່າງໆ ທີ່ທ່ານກ່າວວ່າ ສະໜັບສະໜຸນຕໍ່ຄຳຮ້ອງຂອງທ່ານ ທີ່ວ່າ ອົງການນີ້ ໄດ້ສະແດງໃຫ້ເຫັນເຖິງ “ການຂາດຄວາມເປັນອິດສະຫລະຈາກສາທາລະນະລັດ ປະຊາຊາຊົນຈີນ ທີ່ໜ້າວິຕົກກັງວົນ” ໃນລະຫວ່າງການແຜ່ລະບາດຂອງໄວຣັສໂຄໂຣນາໃນທົ່ວໂລກຢູ່ນັ້ນ.

ທ່ານທຣຳ ໄດ້ຂຽນໃນໜັງສືວ່າ “ມັນເປັນທີ່ຈະແຈ້ງວ່າ ບາດກ້າວທີ່ຜິດພາດຊ້ຳແລ້ວຊ້ຳອີກໂດຍທ່ານແລະອົງການຂອງທ່ານ ໃນການຮັບມືກັບໂຣກລະບາດນັ້ນ ໄດ້ເຮັດມີຄວາມເສຍຫາຍຢ່າງໃຫຍ່ຫຼວງ ສຳລັບໂລກ. ພຽງທາງດຽວທີ່ຈະກ້າວໄປໜ້າສຳລັບອົງການອະນາໄມໂລກໄດ້ ກໍແມ່ນວ່າ ຖ້າອົງການດັ່ງກ່າວສາມາດພິສູດໃຫ້ເຫັນຢ່າງແທ້ຈິງວ່າ ຕົນມີຄວາມເປັນອິດສະຫລະຈາກຈີນ.”

ພາຍໃນຂໍ້ຕ້ອງຕິທີ່ສະເພາະເຈາະຈົງຂອງທ່ານນັ້ນ ທ່ານທຣຳ ໄດ້ກ່າວວ່າ ອົງ ການ WHO ໄດ້ກ່າວອ້າງຊໍ້າແລ້ວຊໍ້າອີກ ກ່ຽວກັບໄວຣັສດັ່ງກ່າວ ເປັນເລື້ອງ “ບໍ່ຖືກຕ້ອງຫຼືເຮັດໃຫ້ເຂົ້າໃຈຜິດຢ່າງໃຫຍ່ຫລວງ” ທີ່ວ່າ ອົງການນີ້ ບໍ່ໄດ້ ກົດດັນຈີນຢ່າງເໝາະສົມ ໃຫ້ຮັບເອົາບັນດານັກຊ່ຽວຊານຈາກຕ່າງປະເທດທັງຫຼາຍໃນເວລາອັນຄວນ ແລະວ່າ ຕົນໄດ້ຍົກຍ້ອງມາດຕະການຫ້າມເດີນທາງພາຍໃນປະເທດຂອງຈີນ ໃນຂະນະດຽວກັນນັ້ນ ຕໍ່ຕ້ານການຕັດສິນໃຈຂອງທ່ານທີ່ຫ້າມພວກນັກເດີນທາງຈາກຈີນ ບໍ່ໃຫ້ເຂົ້າມາໃນປະເທດ.

ທ່ານເທໂດຣສ໌ ໄດ້ກ່າວເມື່ອເດືອນແລ້ວນີ້ ກ່ຽວກັບການເຄື່ອນໄຫວ ຂອງທ່ານ ທຣຳ ທີ່ຈະໂຈະການໃຫ້ທຶນແກ່ອົງການ WHO ວ່າ “ພວກເຮົາເສຍໃຈນຳການຕັດສິນໃຈນັ້ນ.”

ໃນວັນຈັນວານນີ້ ທ່ານຍັງໄດ້ປົກປ້ອງມາດຕະການຮັບມືກັບໄວຣັສໂຄໂຣນາຂອງອົງການ WHO ໃນການກ່າວຄຳປາໄສຕໍ່ບັນດາສະມາຊິກຂອງປະເທດຕ່າງໆ ຢູ່ທີ່ກອງປະຊຸມຂອງອົງການ.

ທ່ານເທໂດຣສ໌ ໄດ້ກ່າວວ່າ “ອົງການ WHO ໄດ້ແຈ້ງເຕືອນຕັ້ງແຕ່ຫົວທີ ແລະພວກເຮົາໄດ້ແຈ້ງເຕືອນຢູ່ເລື້ອຍໆ. ພວກເຮົາໄດ້ແຈ້ງປະເທດທັງຫຼາຍໃຫ້ຊາບ, ໄດ້ອອກຂໍ້ຊີ້ນຳສຳລັບພະນັກງານສາທາລະນະສຸກທັງຫຼາຍ ພາຍໃນ 10 ວັນ ແລະໄດ້ປະກາດພາວະສຸກເສີນດ້ານສາທາລະນະສຸກໃນທົ່ວໂລກ ຊຶ່ງເປັນລະດັບເຕືອນໄພທີ່ສູງທີ່ສຸດ ໃນວັນທີ 30 ຂອງເດືອນມັງກອນ. ໃນເວລານັ້ນ ມີກໍລະນີຕິດເຊື້ອໄວຣັສຕ່ຳກວ່າ 100 ຄົນ ແລະ ບໍ່ມີການເສຍຊີວິດຢູ່ນອກປະເທດຈີນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG