ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວັນເວລາ ແລະ ສະຖານທີ່ ໃນການພົບປະ ສຸດຍອດ ສຫລ ເກົາຫຼີເໜືອ ກຳນົດກັນແລ້ວ


ປ. ດໍໂນລ ທຣຳ ກ່າວຕໍ່ສື່ມວນຊົນ ທີ່ທຳນຽບຂາວ ກ່ອນອອກເດີນທາງ ໄປຢ້ຽມຢາມດາລລັສ ໃນລັດເທັກຊັສ. (ວັນທີ 4 ພຶດສະພາ 2018)
ປ. ດໍໂນລ ທຣຳ ກ່າວຕໍ່ສື່ມວນຊົນ ທີ່ທຳນຽບຂາວ ກ່ອນອອກເດີນທາງ ໄປຢ້ຽມຢາມດາລລັສ ໃນລັດເທັກຊັສ. (ວັນທີ 4 ພຶດສະພາ 2018)

ເມື່ອມີການຖາມ ໂດຍພວກນັກຂ່າວ ໃນວັນສຸກວານນີ້ ຢູ່ເທິງເຮືອບິນປະຈຳຕຳແໜ່ງ
ແອຟອສວັນ ກ່ຽວກັບການພົບປະສຸດຍອດຄັ້ງຈະມາ ກັບຜູ້ນຳເກົາຫຼີເໜືອນັ້ນ ປະທາ
ນາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ບໍ່ຍອມແຈ້ງລາຍລະອຽດໃຫ້ຊາບ.

ປະທານາທິບໍດີທຣຳ ກ່າວວ່າ “ມັນຈະມີຂຶ້ນໃນໄວໆນີ້ ຂ້າພະເຈົ້າໄດ້ກຳນົດວັນເວລາ. ຂ້າພະເຈົ້າມີສະຖານທີ່. ທັງໝົດນີ້ ແມ່ນໄດ້ມີການຕົກລົງກັນແລ້ວ.”

ກ່ອນອອກເດີນທາງ ຈາກນະຄອນຫຼວງວໍຊິງຕັນ ເພື່ອໄປຢ້ຽມຢາມ ນະຄອນດາລລັສ ໃນລັດເທັກຊັສ ທາງພາກໃຕ້ ຂອງສະຫະລັດ ເປັນເວລານຶ່ງມື້ນັ້ນ ປະທານາທິບໍດີໄດ້
ສະແດງຮ່ອງຮອຍໃຫ້ເຫັນວ່າ ສະຖານທີ່ແລະວັນເວລາກ່ຽວກັບການພົບປະສຸດຍອດ ຄັ້ງປະຫວັດສາດດັ່ງກ່າວ ແມ່ນໄດ້ຮັບການຢືນຢັນ ກັບເຈົ້າໜ້າທີ່ເກົາຫຼີເໜືອແລ້ວ.

ທີ່ເດີ່ນກ້ຳໃຕ້ຂອງທຳນຽບຂາວ ປະທານາທິບໍດີເວົ້າວ່າ ລັດຖະບານສະຫະລັດແລະເກົາ
ຫຼີເໜືອ ແມ່ນໄດ້ຕິດຕໍ່ແລະຫາລືກັນເປັນປະຈຳ ຊຶ່ງຍັງຮວມທັງການປ່ອຍໂຕ ຊາວອາເມ
ຣິກັນ 3 ຄົນ ທີ່ເກົາຫຼີເໜືອຍັງຄຸມຂັງຢູ່ໃນເວລານີ້.

ທ່ານ ​ໂທ​ນີ ກິມ ​ແລະ​ທ່ານ ກິມ ຮັກ ຊອງ ​ໃນ​ເວລາ​ຖືກ​ຈັບ​ນັ້ນ ກໍາລັງ​ສອນໜັງສື ​ຢູ່​ທີ່ມະ
ຫາວິທະຍາ​ໄລ​ວິທະຍາສາດແລະ​ເທັກ​ໂນ​ໂລ​ຈີພຽງຢາງຊຶ່ງ​ເປັນ​ມະຫາວິທະຍາ​ໄລ​ເອກ
ກະ​ຊົນ​ພຽງ​ແຫ່ງ​ດຽວຢູ່​ໃນ​ປະ​ເທດ​ດັ່ງກ່າວ. ພວກ​ເພິ່ນ​ໄດ້​ຖືກ​ຈັບ​ໃນ​ເວລາທີ່​ຕ່າງ​ກັນ​ໃນ
​ປີ 2017 ​ແລະ​ຖືກ​ກ່າວ​ຫາ​ວ່າ ເຂົ້າຮ່ວ​ມກິດຈະ​ກໍາ​ທີ່ຕໍ່​ຕ້ານ​ລັດຖະບານ ​ແລະໄດ້​ພະຍາ
ຍາມຫາທາງ​ໂຄ່ນ​ລົ້ມລັດຖະບານ.

ຄົນກຳລັງເບິ່ງ ລາຍງານຂ່າວ ກ່ຽວກັບ ຊາວອາເມຣິກັນ 3 ຄົນ ທີ່ຍັງຖືກຂັງ ຢູ່ເກົາຫຼີເໜືອ ປະກອບ ດ້ວຍ ທ່ານກິມ ດົງ ຈຸລ (ຊ້າຍ) ໂທນີ ກິມ (ກາງ) ແລະ ກິມ ຮັກ ຊອງ (ວັນທີ 3 ພຶດສະພາ 2018)
ຄົນກຳລັງເບິ່ງ ລາຍງານຂ່າວ ກ່ຽວກັບ ຊາວອາເມຣິກັນ 3 ຄົນ ທີ່ຍັງຖືກຂັງ ຢູ່ເກົາຫຼີເໜືອ ປະກອບ ດ້ວຍ ທ່ານກິມ ດົງ ຈຸລ (ຊ້າຍ) ໂທນີ ກິມ (ກາງ) ແລະ ກິມ ຮັກ ຊອງ (ວັນທີ 3 ພຶດສະພາ 2018)

ຜູ້​ຖືກຄຸມຂັງ​ຄົນທີ 3 ​ແມ່ນ​ທ່ານ ກິມ ດອງ ຈຸລ ທີ່​ຖືກ​ຈັບຢູ່ເມືອງແຣສັນ ບ່ອນ​ເໜືອສຸດ
ຂອງ​ເກົາຫລີ​ເໜືອໃນ​ເດືອນ​ຕຸລາ 2015. ທ່ານ​ຖືກ​ຕັດສິນ​ໃຫ້ຈໍາ​ຄຸກ​ເປັນ​ເວລາ 10 ປີ ​ພ້ອມດ້ວຍການອອກ​ແຮງ​ງານໜັກ ​ໃນ​ປີ 2016 ພາຍຫລັງ​ທີ່​ໄດ້​ຖືກ​ຕັດສິນໂທດຖານ
ຈາລະກຳ.

ບຸກຄົນທັງ 3 ຄາດວ່າ ອາດຈະຖືກປ່ອຍໃນໄວໆນີ້ ຊຶ່ງອາດຈະເປັນວັນເສົາ ມື້ນີ້ກໍໄດ້ ອີງຕາມແຫຼ່ງຂ່າວຂອງເກົາຫຼີໃຕ້ ທີ່ອ້າງໂດຍອົງການຂ່າວຢອນຮັບ.

ອະດີດ​ເຈົ້າ​ຄອງນະຄອນ​ນີວຢອກ ທ່ານຣູດີ ຈູ​ລີ​ອາ​ນີ ຊຶ່ງ​ເປັນ​ສະມາຊິກ​ຜູ້​ນຶ່ງ ໃນ​ທີ​ມ
ງານ​ດ້ານ​ກົດໝາຍຂອງ​ທ່ານ​ທຣໍາກ່າວໃນຕົ້ນອາທິດນີ້​ວ່າ ຊາວ​ອາ​ເມຣິກັນຈຸດັ່ງກ່າວ
ຄາດວ່າ​ຈະ​ຖືກ​ປ່ອຍ​ຕົວ ​ໃນ​ວັນ​ພະຫັດ​ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG