ປາກົດວ່າ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຕີລາຄາຕ່ຳ ນັກການທູດ
ລະດັບສູງຂອງທ່ານ ໃນວັນອາທິດວານນີ້ ໂດຍກ່າວວ່າ ລັດຖະມົນຕີການຕ່າງປະເທດ
ທ່ານ Rex Tillerson “ເສຍເວລາລ້າໆ” ທີ່ພະຍາຍາມຈະເຈລະຈາ ກັບຜູ້ນຳເກົາຫຼີເໜືອ.
ໃນຂໍ້ຄວາມທີ່ຂຽນລົງ Twitter ຫຼາຍຄັ້ງ ທ່ານປະທານາທິບໍດີ ເວົ້າວ່າ: “Rex ບໍ່ຕ້ອງ
ເສຍເວລາເຮື່ອແຮງ ພວກເຮົາຈະເຮັດ ສິ່ງທີ່ຈຳເປັນຈະຕ້ອງໄດ້ເຮັດດອກ!”
ຫຼາຍຊົ່ວໂມງຕໍ່ມາ ທ່ານທຣ້ຳ ໄດ້ບັນລະຍາຍວ່າ: “ເຮັດດີກັບມະນຸດຈະຫລວດ ມາ ໂດຍບໍ່ເກີດຜົນໄດ້ 25 ປີແລ້ວ ດ້ວຍເຫດໃດມັນຈຶ່ງຈະເກີດຜົນໃນເວລານີ້? ຄລິນຕັນ ໄດ້ລົ້ມແຫຼວມາແລ້ວ ບຸດສ໌ ກໍລົ້ມແຫຼວ ແລະ ໂອບາມາ ກໍລົ້ມແຫຼວ. ແຕ່ຂ້າພະເຈົ້າ ຈະບໍ່ລົ້ມແຫຼວ.”
ເກົາຫຼີເໜືອ ໄດ້ສະແດງອອກມາໃຫ້ເຫັນເປັນທີ່ຈະແຈ້ງແລ້ວວ່າ ຄຳເວົ້າເຢາະເຢີ້ຍ ວ່າ
Kim Jong Un ເປັນ “ມະນຸດຈະຫຼວດ” ທີ່ສືບທອດມາຈາກພໍ່ຂອງລາວ ໃນເວລາທີ່
ທ່ານ Kim Jong Il ເສຍຊີວິດໃນປີ 2011 ນັ້ນ ວ່າ ເປັນຄຳດູຖູກຢ່າງໃຫຽ່.
ທ່າມກາງຂໍ້ຄວາມຂອງທ່ານປະທານາທິບໍດີ ທີ່ຂຽນລົງ twitter ຕ່າງໆນາໆນັ້ນ ໂຄສົກ
ກະຊວງການຕ່າງປະເທດ ທ່ານນາງ Heather Nauert ກ່າວວ່າ ເກົາຫຼີເໜືອ “ຈະບໍ່ມີຄວາມສາມາດທາງດ້ານນິວເຄລຍ” ບໍ່ວ່າມັນຈະເກີດຂຶ້ນ ໂດຍຜ່ານທາງ
ການທູດ ແລະ ໂດຍກຳລັງ ກໍແມ່ນຈະ “ຂຶ້ນຢູ່ກັບລະບອບການປົກຄອງ ນັ້ນເອງ.”
ທ່ານນາງ ໄດ້ກ່າວຕື່ມວ່າ ຊ່ອງທາງດ້ານການທູດ ແມ່ນເປີດຢູ່ ສຳລັບ ທ່ານ Kim
“ໃນເວລານີ້. ແຕ່ມັນ ຈະບໍ່ເປີດຢູ່ຕະຫຼອດໄປ.”
ບັນດານັກວິເຄາະຫຼາຍຄົນ ໄດ້ໂຕ້ແຍ້ງວ່າ ແທ້ຈິງແລ້ວ ເກົາຫຼີເໜືອ ມີອາວຸດນິວເຄລຍ
ມາເປັນເວລາຫຼາຍປີແລ້ວ ແລະ ດຽວນີ້ ກຳລັງເຮັດວຽກ ເພື່ອພັດທະນາຄວາມອາດ
ສາມາດ ຂອງການຍິງລູກສອນໄຟຂີປະນາວຸດ ໂດຍຕິດຫົວລະເບີດນິວເຄລຍ ໃຫ້ໄປ
ເຖິງດິນແດນຂອງ ສະຫະລັດໄດ້.
ໃນມື້ກ່ອນນັ້ນ ທ່ານ Tillerson ໄດ້ຢູ່ໃນນະຄອນຫຼວງປັກກິ່ງ ຮັບຮູ້ວ່າ ສະຫະລັດ
ໄດ້ເປີດຊ່ອງທາງດ້ານການທູດໂດຍກົງ ເພື່ອເຈລະຈາກັບພຽງຢາງ ກ່ຽວກັບ
ການສືບຕໍ່ທົດລອງນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ.
ແຕ່ຢ່າງໃດກໍດີ ທ່ານລັດຖະມົນຕີການຕ່າງປະເທດ ກໍບໍ່ໄດ້ໃຫ້ລາຍລະອຽດໃດໆ
ກ່ຽວກັບ ການຕິດຕໍ່ສື່ສານກັບບັນດານັກການທູດ ຂອງເກົາຫຼີເໜືອ.