ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຄາດຫວັງວ່າ ຢາວັກຊີນ COVID-19 ຈະອອກມາໃຫ້ໃຊ້ ພາຍໃນ ການເລືອກຕັ້ງເດືອນພະຈິກນີ້


ປະທານາທິບໍດີ ດໍໂນລ ທຣຳ ຍົກກຳປັ້ນ ໃນເວລາທີ່ທ່ານກ່າວຄຳປາໄສແລ້ວ, ໂຮງງານຜະລິດຈັກຊັກເຄື່ອງ Whirlpool, ເມືອງ ໄຄຼດ໌, ລັດ ໂອໄຮໂອ. 6 ສິງຫາ, 2020. (AP Photo/Susan Walsh)
ປະທານາທິບໍດີ ດໍໂນລ ທຣຳ ຍົກກຳປັ້ນ ໃນເວລາທີ່ທ່ານກ່າວຄຳປາໄສແລ້ວ, ໂຮງງານຜະລິດຈັກຊັກເຄື່ອງ Whirlpool, ເມືອງ ໄຄຼດ໌, ລັດ ໂອໄຮໂອ. 6 ສິງຫາ, 2020. (AP Photo/Susan Walsh)

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຄາດເດົາວ່າຢາວັກຊີນ COVID-19 ອາດຈະມີພ້ອມພາຍໃນປີການເລືອກຕັ້ງນີ້, ເຊິ່ງຍັງເວລາບໍ່ອີກບໍ່ຮອດ 90 ວັນ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເດີນຫຍ້າທິດໃຕ້ຂອງທຳນຽບຂາວ ໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າມີຄວາມຮູ້ສຶກໃນແງ່ບວກວ່າ ມັນຄົງຈະພ້ອມໃນປະມານວັນນັ້ນຫລະ.”

ທ່ານໄດ້ຮັບຮູ້ວ່າ “ມັນຈະບໍ່ສ້າງຄວາມເສຍຫາຍ” ຕໍ່ໂອກາດການຖືກເລືອກຕັ້ງໃຫ້ກຳຕຳແໜ່ງຂອງທ່ານຄືນ ຖ້າມີຢາວັກຊີນອອກມາໃຊ້ພາຍໃນການເລືອກຕັ້ງໃນວັນທີ 3​ ພະຈິກນີ້. ທ່ານກ່າວວ່າ “ຂ້າພະເຈົ້າບໍ່ໄດ້ເຮັດມັນເພື່ອການເລືອກຕັ້ງ. ຂ້າພະເຈົ້າຢາກໃຫ້ມັນອອກມາໄວເພາະວ່າ ຂ້າພະ ເຈົ້າຢາກຊ່ວຍຊີວິດຄົນຢ່າງຫຼວງຫຼາຍນັ້ນໄວ້.”

ຕໍ່ມາ, ໃນລະຫວ່າງການກ່າວຄຳປາໄສທີ່ໂຮງງານຜະລິດຈັກຊັກເຄື່ອງໃນລັດ ໂອໄຮໂອນັ້ນ, ທ່ານ ທຣຳ ໄດ້ກ່າວຢໍ້າວ່າມັນຈະມີຢາວັກຊີນອອກມາໃນໄວໆນີ້: ທ່ານເວົ້າວ່າ “ຂ້າພະເຈົ້າຫວັງວ່າມັນຈະມີພ້ອມກ່ອນທ້າຍປີນີ້.”

ປະຊາຄົມວິທະຍາສາດ, ເຊິ່ງລວມມີຜູ້ຊ່ຽວຊານດ້ານໂຣກຕິດຕໍ່ຄົນສຳຄັນເຊັ່ນ ດຣ. ແອນໂທນີ ຟາວຈີ, ຜູ້ທີ່ເປັນສະມາຊິກຂອງໜ່ວຍປະຕິບັດການໄວຣັສ ໂຄໂຣນາຂອງ ທຳນຽບຂາວ ນັ້ນ, ແນວໃດກໍຕາມ, ຄາດວ່າພວກຢາວັກຊິນ ທີ່ຢູ່ໃນການແຂ່ງຂັນຊຶ່ງຕອນນີ້ກຳລັງທຳການທົດລອງກັບມະ ນຸດຢູ່ນັ້ນ ຈະບໍ່ມີ ຄວາມພ້ອມຈົນກວ່າຈະຮອດທ້າຍປີນີ້ ຫຼື ຕົ້ນປີ 2021.

ໃນວັນພະຫັດວານນີ້,​ ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ຢາວັກຊີນ ແລະ ການປິ່ນ ປົວຮັກສາໂຣກສຳ ລັບຄົນໄຂ້ COVID-19 ໃນລະຫວ່າງການຢ້ຽມຢາມລັດ ໂອໄຮໂອ ທີ່ມີສອງພັກການເມືອງທີ່ສຳ ຄັນສຳລັບການເລືອກຕັ້ງ, ບ່ອນທີ່ການຢັ່ງ ຫາງສຽງໄດ້ສະແດງໃຫ້ເຫັນວ່າ ທ່ານມີຄະແນນເທົ່າກັບຜູ້ທີ່ຄາດວ່າຈະເປັນຜູ້ຖືກ ສະເໜີຊື່ຕາງໜ້າໃຫ້ພັກເດໂມແຄຣັດຄື ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ນັ້ນ.

ທ່ານ ທຣຳ ໄດ້ຄາດເດົາໃນລະຫວ່າງການກ່າວຄຳປາໄສຕໍ່ກຸ່ມຜູ້ສະໜັບສະໜູນ ໃນເວລາເດີນທາງຮອດເມືອງ ຄລີຟແລນ ໃນວັນພະຫັດວານນີ້ວ່າ “ພວກເຮົາຈະຊະນະຄັ້ງໃຫຍ່ກວ່າທີ່ເຮົາໄດ້ຊະນະເມື່ອສີ່ປີທີ່ຜ່ານມາອີກຢູ່ໃນລັດ ໂອໄຮໂອ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG