ປະທານາທິບໍດີດໍໂນລ ທຣຳ ໄດ້ເຊັນດຳລັດສະບັບນຶ່ງ ທີ່ບັງຄັບໃຫ້ວິທະຍາໄລຕ່າງໆ
ໃນ ສະຫະລັດ ຢືນຢັນການປົກປ້ອງເສລີພາບໃນການປາກເວົ້າ ຫຼືສ່ຽງສູນເສຍທຶນ
ຊ່ວຍເຫຼືອລັດຖະບານກາງ. ດຳລັດດັ່ງກ່າວແມ່ນສັນຍານຂອງການສົ່ງເສີມໃຫ້ພວກ
ຫົວອະນຸລັກນິຍົມ ຜູ້ທີ່ເວົ້າວ່າ ສຽງຂອງເຂົາເຈົ້າຖືກຢຸດຢັ້ງ ຢູ່ມະຫາວິທະຍາໄລ ຫົວ
ເສລີນິຍົມຕ່າງໆ. ແຕ່ບັນດານັກເຄື່ອນໄຫວ ເພື່ອສິດທິ ພົນລະເມືອງ ໄດ້ເປັນຫ່ວງວ່າ
ການເຄື່ອນໄຫວດັ່ງກ່າວ ແມ່ນມີຈຸດປະສົງທາງການເມືອງ, ແລະ ເຫັນວ່າມັນກົງກັນ
ຂ້າມກັບການໂຈມຕີຂອງທ່ານ ທຣຳ ເອງ ກ່ຽວກັບ ເສລີພາບໃນການເວົ້າ. ນັກຂ່າວວີ
ໂອເອປະຈຳທຳນຽບຂາວ ແພັດຊີ ວິດີຄູສວາຣາ ມີລາຍງານນີ້, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດ ມາສະເໜີທ່ານໃນອັດດັບຕໍ່ໄປ.
ຫຼັງຈາກການປະທ້ວງທີ່ຮຸນແຮງໄດ້ເກີດຂຶ້ນ ຢູ່ມະຫາວິທະຍາໄລລັດຄາລິຟໍເນຍ, ໃນ
ເມືອງ ເບີກລີ ເມື່ອທ້າຍປີ 2017, ເຊິ່ງໄດ້ບັງຄັບໃຫ້ໂຮງຮຽນຍົກເລີກ ງານຖະແຫຼງ
ຂອງບຸກຄົນທີ່ນິຍົມຂວາຈັດ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂົ່ມຂູ່ວ່າຈະຖອນທຶນ
ຊ່ວຍເຫຼືອຂອງລັດຖະບານກາງ.
ຫຼັງຈາກນັກເຄື່ອນໄຫວຫົວອະນຸລັກນິຍົມຜູ້ນຶ່ງຖືກຄົນຊົກໜ້າ ໃນເວລາຮັບເອົາຄົນຢູ່
ມະຫາວິທະຍາໄລໃນເມືອງເບີກລີ ນັ້ນ, ທ່ານ ທຣຳ ໄດ້ປອບອົກປອບໃຈລາວຢູ່ເວທີ
ກອງປະຊຸມໃຫຍ່ ການດຳເນີນການທາງການເມືອງຫົວອະນຸລັກນິຍົມໃນຕົ້ນເດືອນນີ້.
ໃນເວລານັ້ນ, ທ່ານ ທຣຳ ໄດ້ສັນຍາທີ່ຈະອອກດຳລັດ ຮຽກຮ້ອງໃຫ້ມະຫາວິທະຍາໄລ
ທັງຫຼາຍສະໜັບສະໜູນເສລີພາບໃນການປາກເວົ້າ ຫຼືປະເຊີນກັບການລົງໂທດ. ທ່ານ
ໄດ້ເຊັນດຳລັດດັ່ງກ່າວໃນວັນພະຫັດທີ່ຜ່ານມາ.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ “ຖ້າວິທະຍາໄລ ຫຼື ມະຫາວິ
ທະຍາໄລໃດບໍ່ອະນຸຍາດໃຫ້ເຈົ້າເວົ້າ. ພວກເຮົາຈະບໍ່ເອົາເງິນໃຫ້ເຂົາເຈົ້າ, ມັນງ່າຍ
ຫຼາຍ.”
ດຳລັດດັ່ງກ່າວ ແມ່ນເບິ່ງກັນວ່າເປັນການຮອງຮັບໃຫ້ພວກອະນຸລັກນິຍົມ, ຜູ້ທີ່ເວົ້າວ່າ
ເຂົາເຈົ້າໄດ້ຖືກປິດປາກຢູ່ມະຫາວິທະຍາໄລຫົວເສລີນິຍົມຕ່າງໆ, ດ້ວຍໂຮງຮຽນບາງ
ບ່ອນໄດ້ກີດກັ້ນພວກນັກເວົ້າທັງຫຼາຍ ຍ້ອນມີນັກຮຽນປະທ້ວງ.
ຫຼາຍຄົນໃນນັ້ນຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນພິທີເຊັນ, ລວມທັງນັກເຄື່ອນໄຫວຕໍ່ຕ້ານ
ການເຮັດແທ້ງລູກ ຜູ້ທີ່ເວົ້າວ່າ ລາວຖືກລ່ວງລະເມີດໂດຍບັນດາເຈົ້າໜ້າທີ່ໂຮງຮຽນ.
ນາງ ແອລເລັນ ວິດແມນ ນັກສຶກສາຈາກມະຫາວິທະຍາໄລ ໄມອາມີ ໃນລັດ ໂອໄຮໂອ
ກ່າວວ່າ “ຂ້າພະເຈົ້າໄດ້ເຫັນຊີວິດຖືກຊ່ວຍເຫຼືອໄວ້ ຜ່ານກິດຈະກຳນັກສຶກສາເພື່ອ
ການມີຊີວິດຂອງຂ້າພະເຈົ້າ. ແຕ່ຂ້າພະເຈົ້າບໍ່ເຄີຍຈິນຕະນາເຖິງຄວາມມຸ່ງຮ້າຍ ທີ່ຂ້າ
ພະເຈົ້າຈະປະເຊີນ ເມື່ອພະຍາຍາມທີ່ຈະບອກ ກ່ຽວກັບ ຄວາມເຊື່ອຂອງຂ້າພະເຈົ້າ.”
ດຳລັດດັ່ງກ່າວສ່ວນໃຫຍ່ຈະເປັນສັນຍາລັກ. ວິທະຍາໄລຕ່າງໆແມ່ນໄດ້ຕົກລົງທີ່ຈະ
ປົກປ້ອງເສລີພາບໃນການປາກເວົ້າແລ້ວ ເພື່ອທີ່ຈະໄດ້ຮັບທຶນຊ່ວຍເຫຼືອການຄົ້ນຄວ້າ
ຈາກລັດຖະບານກາງ.
ບັນດານັກເຄື່ອນໄຫວເພື່ອສິດທິພົນລະເມືອງ ໄດ້ເປັນຫ່ວງວ່າ ການເຄື່ອນໄຫວດັ່ງ
ກ່າວແມ່ນຄວາມພະຍາຍາມທາງການເມືອງ ທີ່ຈະລວບລວມການສະໜັບສະໜູນ
ຈາກທີ່ໝັ້ນຫົວອະນຸລັກນິຍົມຂອງທ່ານປະທານາທິບໍດີ. ມັນຍັງຖືກພິຈາລະນາວ່າ
ຂັດກັບການໂຈມຕີຂອງທ່ານ ທຣຳ ກ່ຽວກັບ ເສລີພາບຂອງການປາກ ເວົ້າ, ລວມທັງ
ການເອີ້ນລາຍງານຂ່າວທີ່ທ່ານບໍ່ມັກວ່າ “ຂ່າວປອມ.”
ແລະ ໄດ້ໂຈມຕີນັກກິລາ ຟຸດບອລ ອາເມຣິກັນ ທີ່ຄຸເຂົ່າໃນລະຫວ່າງການເຄົາລົບທຸງ
ຊາດ ເພື່ອປະທ້ວງຄວາມບໍ່ເທົ່າທຽມດ້ານເຊື້ອຊາດຜິວພັນ.
ນາງ ລາຕາ ນັອດ, ຈາກສູນກາງບົດແກ້ໄຂລັດຖະທຳມະນູນຂໍ້ທີນຶ່ງ ກ່າວວ່າ “ມັນມີ
ຄວາມໜ້າຊື່ໃຈຄົດ, ແລະ ອີກເທື່ອນຶ່ງ, ຂ້າພະເຈົ້າບໍ່ຄິດວ່າ ມັນມີຄວາມຈຳເປັນທີ່ພິ
ເສດຕໍ່ທ່ານປະທານາທິບໍດີ, ແຕ່ຂ້າພະເຈົ້າກໍ່ຄິດຢູ່ວ່າ ແທ້ຈິງແລ້ວການອອກມາສະ
ໜັບສະໜູນດຳລັດສະບັບນີ້ ກໍແມ່ນຍ້ອນຄວາມເຊື່ອໃນເສລີພາບໃນການປາກເວົ້າ
ທີ່ເບິ່ງຄືວ່າບໍ່ແມ່ນຈາກໃຈຈິງປານໃດ ຕາມທຸກໆຄຳເວົ້າທີ່ທ່ານໄດ້ກ່າວຜ່ານມາ.”
ດຳລັດດັ່ງກ່າວບໍ່ໄດ້ລະບຸວິທີ ຫຼື ດ້ວຍມາດຕະຖານຫຍັງ ທີ່ອົງການລັດຖະບານກາງ
ຕ່າງໆຈະຮັບປະກັນວ່າເປັນການປະຕິບັດຕາມ.
ທ່ານນາງ ລາຕາ ກ່າວວ່າ “ມັນມີອັນຕະລາຍເມື່ອມັນຖືກປະຕິບັດໃຊ້, ລັກສະນະການ
ເມືອງຂອງມັນອາດມີຢູ່ຫັ້ນ ພ້ອມກັບປະເພດຂອງກໍລະນີຕ່າງໆທີ່ມັນແທ້ຈິງແລ້ວ ນຳ
ມາຢູ່ຕໍ່ໜ້າແມ່ນຫຍັງກໍຕາມ ທີ່ຄະນະກຳມະການເອົາມາເຂົ້າກັນເພື່ອບັງຄັບໃຊ້ມັນ.”
ແຕ່ມັນໄດ້ສົ່ງຂໍ້ຄວາມທີ່ຈະແຈ້ງວ່າ ທ່ານ ທຣຳ ແມ່ນກະຕືລືລົ້ນທີ່ຈະສະໜັບສະໜູນ
ບູລິມະສິດຕ່າງໆ ຂອງພວກອະນຸລັກນິຍົມ, ຜູ້ທີ່ເວົ້າວ່າ ເສລີພາບໃນການປາກເວົ້າ
ຂອງເຂົາເຈົ້າແມ່ນກຳລັງຖືກໂຈມຕີ.
ອ່ານລາຍງານນີ້ເປັນພາສາອັງກິດ