ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣໍາ ກ່າວໂຈມຕີ ທ.ນ. ແຮຣິສ ພາຍຫລັງທີ່ ທ.ນ. ຖືກ ທ. ໄບເດັນ ເລືອກໃຫ້ເປັນຄູ່ຮ່ວມ ລົງແຂ່ງຂັນ ເປັນຮອງປະທານາທິບໍດີ


ອະດີດປະທານາທິບໍດີ Joe Biden ແລະສະມາຊິກສະພາສູງ Kamala Harris ພາກັນຢູ່ເທິງເວທີກ່ອນຈະເລີ້ມການໂຕ້ວາທີ ໃນຄືນທີ 2 ຂອງການເລືອກຕັ້ງເອົາຜູ້ຕາງໜ້າພັກເດໂມແຄຣັດ ເຂົ້າຮ່ວມການແຂ່ງຂັນເປັນປະທານາທິບໍດີປີ 2020 ທີ່ຈັດຢູ່ນະຄອນດີທຣອຍ, ລັດມິຊິແກນ ໃນວັນທີ 31 ກໍລະກົດ, 2019
ອະດີດປະທານາທິບໍດີ Joe Biden ແລະສະມາຊິກສະພາສູງ Kamala Harris ພາກັນຢູ່ເທິງເວທີກ່ອນຈະເລີ້ມການໂຕ້ວາທີ ໃນຄືນທີ 2 ຂອງການເລືອກຕັ້ງເອົາຜູ້ຕາງໜ້າພັກເດໂມແຄຣັດ ເຂົ້າຮ່ວມການແຂ່ງຂັນເປັນປະທານາທິບໍດີປີ 2020 ທີ່ຈັດຢູ່ນະຄອນດີທຣອຍ, ລັດມິຊິແກນ ໃນວັນທີ 31 ກໍລະກົດ, 2019

ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ໃນວັນພຸດວານນີ້ ເອີ້ນສະມາຊິກສະພາສູງຄາມາລາ ແຮຣິສ, ຄູ່ສະໝັກຂອງທ່ານໂຈ ໄບເດັນ ທີ່ຄາດວ່າຈະເປັນຜູ້ໄດ້ຮັບການແຕ່ງຕັ້ງຈາກພັກເດໂມແຄຣັດໃຫ້ຕາງໜ້າພັກລົງແຂ່ງຂັນເປັນປະທານາທິບໍດີນັ້ນ ວ່າ “ເປັນຄູ່ແຂ່ງຢູ່ຝ່າຍກົງກັນຂ້າມ ທີ່ທຸກຄົນໄຝ່ຝັນຢາກ ມີ.”

ທ່ານປະທານາທິບໍດີຂຽນລົງໃນທວີດເຕີວ່າ “ຄາມາລາ ແຮຣິສ ເລີ້ມຕົ້ນດ້ວຍຄວາມເຂັ້ມແຂງຢູ່ໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກເດໂມແຄຣັດ, ແລະຈົບລົງດ້ວຍ ຄວາມອ່ອນແອ, ຊຶ່ງໃນທີ່ສຸດກໍປົບອອກຈາກການແຂ່ງຂັນໄປ ໂດຍທີ່ເກືອບວ່າ ບໍ່ມີໃຜໃຫ້ການສະໜັບສະໜຸນເລີຍ.

ຫລັງຈາກການເລືອກເອົາທ່ານນາງແຮຣິສປະກາດອອກມາໃນວັນອັງຄານຜ່ານມາ, ທ່ານ ທຣໍາເວົ້າວ່າ ທ່ານຮູ້ສຶກແປກໃຈ ທີ່ຮູ້ວ່າທ່ານນາງຖືກທ່ານໄບເດັນ ເລືອກ ໃຫ້ເປັນຮອງປະທານາທິບໍດີ ແລະເອີ້ນການລົງສະໝັກ ຂອງທ່ານນາງ ແຮຣິສ ເປັນປະທານາທິບໍດີເອງນັ້ນວ່າ ຫລົ້ມແຫລວ.

ທ່ານກ່າວຢູ່ໃນກອງປະຊຸມຖະແຫລງຂ່າວຢູ່ໃນທໍານຽບຂາວ ໃນວັນອັງຄານຜ່ານ ມາວ່າ “ຂ້າພະເຈົ້າມີຄວາມປະຫລາດໃຈກວ່າສິ່ງໃດໝົດ ເພາະວ່າ ທ່ານນາງ ມີຜົນງານຂີ້ຮ້າຍຫລາຍຂະໜາດ…. ຢູ່ໃນການເລືອກຕັ້ງຂັ້ນຕົ້ນຕ່າງໆ.”

ທ່ານ ທຣໍາ ໄດ້ກ່າວຫາທ່ານນາງແຮຣິສວ່າ “ເປັນຄົນທີ່ບໍ່ດີຫລາຍທີ່ສຸດເລີຍ” ຕໍ່ ທ່ານ ເບຣດ ຄາວານໍ (Brett Kavanaugh) ທີ່ເປັນຜູ້ໄດ້ຮັບການແຕ່ງຕັ້ງ ໃຫ້ເຂົ້າຮັບຕໍາແໜ່ງຢູ່ສານສູງສຸດໃນຕອນນັ້ນ ຂະນະທີ່ທ່ານນາງ ຖາມທ່ານ ກ່ຽວກັບການກ່າວຫາວ່າໄດ້ປະພຶດຜິດທາງເພດສໍາພັນ ຢູ່ໃນການຮັບຟັງເພື່ອ ຢືນຢັນໃຫ້ທ່ານເຂົ້າຮັບຕໍາແໜ່ງໄດ້ນັ້ນ.

ທ່ານ ທຣໍາເວົ້າວ່າ “ຂ້າພະເຈົ້າຄິດວ່າ ທ່ານນາງເປັນຄົນທີ່ມີຈິດໃຈໂຫດທີ່ສຸດ, ໃຈບໍ່ດີທີ່ສຸດ, ເປັນຄົນທີ່ບໍ່ໃຫ້ກຽດຜູ້ໃດທັງນັ້ນຢູ່ໃນສະພາສູງຂອງສະຫະລັດ.”

ທ່ານ ທຣໍາຍັງກ່າວຫາທ່ານນາງ ແຮຣິສອີກວ່າ ທ່ານນາງ “ເປັນຄົນທີ່ບໍ່ດີຫຼາຍ” ແລະ “ບໍ່ໃຫ້ການນັບຖື” ຕໍ່ທ່ານໄບເດັນ ຕອນທີ່ມີການໂຕ້ວາທີກັນ ຢູ່ໃນການ ເລືອກຕັ້ງຂັ້ນຕົ້ນ ໃນປີກາຍນີ້ແລະພະຍາຍາມທີ່ຈະແຕ້ມສີໃສ່ຕົນເອງວ່າ ເປັນ ຜູ້ອຽງຊ້າຍຫລາຍທີ່ສຸດ, ກ່າວອ້າງຕົນເອງ “ເປັນຄົນທີ່ມີຫົວກ້າວໜ້າ ຫລາຍ ທີ່ສຸດ ຢູ່ໃນສະພາສູງ.”

ການດູໝິ່ນຂອງທ່ານທຣໍາ ຕໍ່ທ່ານນາງ ແຮຣິສ ບໍ່ຄືກັນກັບການຕໍາໜິຂອງທ່ານ ຕໍ່ທ່ານນາງຮີລລາຣີ ຄລິນຕັນ, ແມ່ຍິງຄົນທໍາອິດທີ່ຊອກຫາໂອກາດເປັນປະທາ ນາທິບໍດີໃນການເລືອກຕັ້ງປີ 2016 ນັ້ນ. ທ່ານ ທຣໍາເອີ້ນທ່ານນາງຄລິນຕັນວ່າ “ເປັນຄົນບໍ່ດີ” ຢູ່ໃນໄລຍະໂຄສະນາຫາສຽງ ແລະຂຽນຂໍ້ຄວາມລົງໃນທວີດເຕີ ອີກ ໃນຕອນຕົ້ນໆປີນີ້ ໂດຍເອີ້ນທ່ານນາງຄລິນຕັນວ່າ “ໜ້າສະອິດສະເອືອນ”.

ການຕິຕຽນຂອງທ່ານທຣໍາຕໍ່ທ່ານນາງແຮຣິສ ມີຂຶ້ນຫລັງຈາກທ່ານ ແລະທ່ານ ນາງອີວັງກາ, ລູກສາວຂອງທ່ານ ແລະທີ່ປຶກສາຂອງທໍານຽບຂາວ ໄດ້ເອົາເງິນ ບໍລິຈາກຫລາຍໆຄັ້ງ ໃຫ້ແກ່ການໂຄສະນາຫາສຽງ ຂອງທ່ານນາງ ໃຫ້ໄດ້ເປັນ ຫົວໜ້າພະແນກ ຍຸຕິທໍາຂອງລັດຄາລິຟໍເນຍໃນລະຫວ່າງປີ 2011 ຫາ 2014, ອີງຕາມຫ້ອງການຂອງລັດຄາລິຟໍເນຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG