ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຂົ່ມຂູ່ວ່າ ຈະຂຶ້ນພາສີ ລົດ ທີ່ຜະລິດຢູ່ໃນ ຢູໂຣບ


ຄົນງານປະກອບລົດຢູ່ໂຮງງານຜະລິດລົດ ເຢຍຣະມັນ ຟົກ
ສໃນເມືອງ ສວິກາວ "Zwickau," ປະເທດ ເຢຍຣະມັນ. 22 ມັງກອນ, 2018.
ຄົນງານປະກອບລົດຢູ່ໂຮງງານຜະລິດລົດ ເຢຍຣະມັນ ຟົກ ສໃນເມືອງ ສວິກາວ "Zwickau," ປະເທດ ເຢຍຣະມັນ. 22 ມັງກອນ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂູ່ວ່າຈະເກັບພາສີລົດຈາກ ຢູໂຣບ
ຖ້າສະຫະພາບ ຢູໂຣບ ຈະແກ້ແຄ້ນແຜນການຂອງທ່ານ ທີ່ຈະວາງອັດຕາພາສີ ໃສ່
ຈຳພວກເຫຼັກກ້າ ແລະ ອາລູມີນຽມ ທີ່ສັ່ງມາຈາກ ຢູໂຣບ.

ໃນການຂຽນລົງໃນ ທວີດເຕີ້ ໃນຕອນເຊົ້າວັນເສົາວານນີ້ ທ່ານ ທຣຳ ກ່າວວ່າ ໃນແຕ່
ລະປີ ສະຫະລັດ ມີການຄ້າທີ່ບໍ່ກໍ້າເກິ່ງ “800 ພັນລ້ານ” ໂດລາ ຍ້ອນການຕົກລົງດ້ານ
ການຄ້າ ແລະ ນະໂຍບາຍການຄ້າ “ທີ່ໂງ່ຈ້າທີ່ສຸດ”. ທ່ານເວົ້າວ່າ ຖ້າ ອີຢູ ຈະ “ຂຶ້ນພາ
ສີ ແລະ ສິ່ງກີດຂວາງອື່ນໆ” ໃສ່ຜົນຜລິດຂອງ ອາເມລິກັນ “ພວກເຮົາກໍມີແຕ່ຈະເພີ່ມ
ພາສີໃສ່ລົດຂອງພວກເຂົາເຈົ້າເທົ່ານັ້ນເອງ.”

ປັດຈຸບັນນີ້ ສະຫະລັດ ເກັບພາສີລົດທີ່ ຢູໂຣບ ຜະລິດ 2.5 ເປີເຊັນ ແລະ ຢູໂຣບ ເກັບ
ພາສີລົດທີ່ ສະຫະລັດ ສ້າງຂຶ້ນ 10 ເປີເຊັນ.

ໃນຕົ້ນສັບປະດານີ້ ທ່ານ ທຣຳ ໄດ້ປະກາດວ່າ ທ່ານມີແຜນການ ວ່າຈະເກັບພາສີເຫຼັກ
ກ້າ 25 ເປີເຊັນ ແລະ 10 ເປີເຊັນ ສຳລັບອາລູມີນຽມ ທີ່ນຳເຂົ້າມາ. ທ່ານກ່າວວ່າ ພາສີ
ດັ່ງກ່າວຈະຖືກຈັດຕັ້ງປະຕິບັດເປັນໄລຍະຍາວນານ.

ໃນທວີດເຕີ້ຂອງທ່ານ ທຣຳ ທີ່ອອກໃນວັນເສົາວານນີ້ ປາກົດວ່າ ຈະເປັນການໂຕ້ຕອບ
ຕໍ່ຄຳເຕືອນຂອງທ່ານ ຈັອງ ຄລອດ ຈັງເກີ "Jean-Claude Junker" ປະທານຂອງ
ອົງການ ອີຢູ ທີ່ກ່າວວ່າ ອີຢູ ອາດຈະຕອບໂຕ້ ໂດຍການເກັບພາສີຜົນຜລິດຈາກ
ອາເມລິກາ ເຊັ່ນ ຈຳພວກ ເຫຼົ້າວິສກີ, ໂສ້ງ, ເສື້ອຈີນ ແລະ ລົດຈັກ ຮາລີເດວິດສັນ
ເປັນຕົ້ນ.

ທ່ານ ຈັງເກີ້ ໄດ້ບອກ ອົງການຂ່າວ ເຢຍຣະມັນ ວ່າ ເພິ່ນບໍ່ມັກຄຳເວົ້າ “ສົງຄາມການ
ຄ້າ” ແຕ່ທ່ານກ່າວວ່າ “ທ່ານບໍ່ມອງເຫັນວ່າ ອັນນີ້ຈະເປັນແນວອື່ນນອກຈາກວ່າ ຈະ
ແມ່ນພາກສ່ວນນຶ່ງຂອງຄວາມປະພຶດຄຶກັນກັບສົງຄາມ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG