ປະຊາຊົນໄດ້ເຕົ້າໂຮມກັນໃນນະຄອນຫຼວງ ເຕຫະຣ່ານ ໃນວັນຈັນມື້ນີ້ ເພື່ອໄວ້ອາໄລໃຫ້ນາຍພົນລະດັບສູງທ່ານ ກາສເຊັມ ໂຊເລມານີ, ໂດຍຜູ້ທີ່ສືບທອດຕຳແໜ່ງຂອງທ່ານໄດ້ປະຕິຍານວ່າ ຈະແກ້ແຄ້ນສຳລັບການໂຈມຕີທາງອາກາດຂອງ ສະຫະລັດ ທີ່ໄດ້ສັງຫານລາວ, ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກໍໄດ້ຂົ່ມຂູ່ທີ່ຈະໂຈມຕີສະຖານທີ່ດ້ານວັດທະນະທຳຂອງ ອີຣ່ານ ຖ້າ ອີຣ່ານ ທຳການແກ້ແຄ້ນ.
ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ເທິງເຮືອບິນປະທານາທິບໍດີ Air Force One ໃນຕອນແລງວັນອາທິດວານນີ້ວ່າ “ເຂົາເຈົ້າໄດ້ຮັບອານຸຍາດທີ່ຈະຂ້າປະຊາຊົນຂອງພວກເຮົາ. ເຂົາເຈົ້າໄດ້ຮັບອະນຸຍາດທີ່ຈະທຳລະມານ ແລະ ເຮັດໃຫ້ຄົນຂອງພວກເຮົາບາດເຈັບສາຫັດ. ເຂົາເຈົ້າໄດ້ຮັບອະນຸຍາດທີ່ຈະໃຊ້ລະເບີດຂ້າງທາງ ແລະ ລະເບີດຄົນຂອງພວກເຮົາ ແລະ ພວກເຮົາບໍ່ຖືກອະນຸຍາດໃຫ້ແຕະຕ້ອງສະຖານທີ່ດ້ານວັດທະນະທຳຂອງເຂົາເຈົ້າຊັ້ນບໍ? ແນວນັ້ນມັນບໍ່ຖືກຕ້ອງ.”
ປະທານສະພາຕ່ຳທ່ານນາງ ແນນຊີ ເພໂລຊີ ໄດ້ກ່າວໃນຈົດໝາຍສະບັບນຶ່ງທີ່ຂຽນເຖິງເພື່ອນຮ່ວມພັກເດໂມແຄຣັດຂອງທ່ານນາງວ່າ ສະພາຕ່ຳຈະລົງຄະແນນສຽງໃນອາທິດນີ້ ກ່ຽວກັບ ກົດໝາຍອຳນາດໃນການເຮັດສົງຄາມ “ເພື່ອຈຳກັດການດຳເນີນການທາງທະຫານຂອງປະທານາທິບໍດີ ກ່ຽວກັບ ອີຣ່ານ.”
ທ່ານນາງ ເພໂລຊີ ໄດ້ຂຽນວ່າ “ມັນໃຫ້ການຢືນຢັນອີກຄັ້ງນຶ່ງ ກ່ຽວກັບ ຄວາມຮັບຜິດຊອບໃນການຄວບຄຸມທີ່ຖືກສ້າງຕັ້ງຂຶ້ນມາດົນນານຂອງລັດຖະສະພາ ດ້ວຍການອອກຄຳສັ່ງວ່າ ຖ້າບໍ່ມີການດຳເນີນການຂອງລັດຖະສະພາຕໍ່ໄປ, ການເປັນປໍລະປັກຂອງລັດຖະບານກັບ ອີຣ່ານ ຈະຢຸດພາຍໃນ 30 ວັນ.”
ທ່ານນາງໄດ້ເອີ້ນການໂຈມຕີທາງອາກາດໃນອາທິດທີ່ຜ່ານມາວ່າ “ເປັນການຍຸແຍ່ ແລະ ເກີນຂອບເຂດ,” ແລະ ໄດ້ກ່າວວ່າມັນສ້າງອັນຕະລາຍໃຫ້ກອງກຳລັງທະຫານ ສະຫະລັດ ໃນລະຫວ່າງການເຮັດໃຫ້ຄວາມເຄັ່ງຕຶງກັບ ອີຣ່ານ ຮຸນແຮງຂຶ້ນ.
ນາຍພົນ ຄຣິສ ແວນ ຮອລເລັນ ໄດ້ກ່າວຕໍ່ໂທລະພາບ Fox ວ່າ, “ຕອນນີ້ພວກເຮົາກຳລັງມຸ່ງໜ້າເຂົ້າໃກ້ວິກິດການຂອງສົງຄາມຫຼາຍ,” ທ່ານກ່າວຕື່ມວ່າ “ເຈົ້າຈະບໍ່ສາມາດອອກໄປທົ່ວ ແລະ ຂ້າ” ບຸກຄົນສຳຄັນຂອງໂລກທີ່ ສະຫະລັດ ຄັດຄ້ານ. ປະທານາທິບໍດີບໍ່ມີສິດທີ່ຈະພາພວກເຮົາໄປເຮັດສົງຄາມ” ໂດຍປາສະຈາກການອະນຸຍາດຈາກລັດຖະສະພາ.
ນາຍພົນ ລິນເຊ ແກຣມ, ນຶ່ງໃນພັນທະມິດຂອງທ່ານ ທຣຳ ໄດ້ກ່າວວ່າ, ທ່ານປະທານາທິບໍດີ “ໄດ້ເຮັດສິ່ງທີ່ຖືກຕ້ອງ” ແລະ ວ່າກຸ່ມຮັກສາຄວາມປອດໄພແຫ່ງຊາດຂອງທ່ານ “ແມ່ນກຳລັງເຮັດວຽກໄດ້ດີຫຼາຍ ໃນການຊ່ວຍເຫຼືອປະທານາທິບໍດີ ທຣຳ ນຳທາງການຍຸແຍ່ຂອງ ອີຣ່ານ.”
ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ທ່ານ ໄມຄ໌ ຈອນສັນ ກໍໄດ້ໃຫ້ການໜູນຫຼັງທ່ານ ທຣຳ ເຊັ່ນກັນ, ໂດຍຂຽນໃນທວິດເຕີວ່າ, “ຕອນນີ້ພວກເຮົາຕ້ອງສາມັກຄີກັນຕໍ່ຕ້ານການຮຸກຮານຂອງ ອີຣ່ານ ໃນຂະນະດຽວກັນກໍສູດມົນ ແລະ ເຮັດວຽກເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.