ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຂົ່ມຂູ່ວ່າ ຈະບັງຄັບໃຫ້ ລັດຖະສະພາ ເລີກປະຊຸມ ຍ້ອນການຮັບຮອງ ບັນດາຜູ້ຖືກສະເໜີຊື່ ຂອງທ່ານ ບໍ່ໄປບໍ່ມາ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງກ່ຽວກັບ ໄວຣັສໂຄໂຣນາ ຢູ່ທີ່ສວນກຸຣາບ ຂອງທຳນຽບຂາວ, ວັນພຸດທີ 15 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຖະແຫລງກ່ຽວກັບ ໄວຣັສໂຄໂຣນາ ຢູ່ທີ່ສວນກຸຣາບ ຂອງທຳນຽບຂາວ, ວັນພຸດທີ 15 ເມສາ 2020, ໃນນະຄອນຫຼວງ ວໍຊິງຕັນ. (AP Photo/Alex Brandon)

ປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ຂົ່ມຂູ່ຈະປິດລັດຖະສະພາ ເພາະວ່າ ພວກສະມາຊິກສະພາ ບໍ່ຮັບຮອງເອົາບັນດາຜູ້ທີ່ທ່ານໄດ້ແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງຂັ້ນສູງຕ່າງໆໃນຄະນະລັດຖະບານຂອງທ່ານ ທີ່ປະກອບດ້ວຍ ຜູ້ທີ່ທ່ານໄດ້ສະເໜີຊື່ ໃຫ້ມາບໍລິຫານແລະກຳກັບນຳ ອົງການອິດສະຫລະ ກໍຄື ສຽງອາເມຣິກາ ຫຼື VOA ນັ້ນ.

“ຂ້າພະເຈົ້າມີອໍານາດຫຼາຍ” ທ່ານທຣໍາ ໄດ້ປະກາດໄປໃນວັນພຸດວານນີ້ ໂດຍອ້າງອີງເຖິງຄຳເວົ້າຢູ່ໃນມາດຕາ 2 ຂອງລັດຖະທຳມະນູນ ສະຫະລັດ ທີ່ອະນຸ ຍາດໃຫ້ປະທານາທິບໍດີ “ໃນວາລະໂອກາດທີ່ບໍ່ທຳມະດາ” ເພື່ອໃຫ້ປິດສະພາໃດສະພານຶ່ງ ຫຼືທັງສອງລັດຖະສະພາ ກໍໄດ້.

ທ່ານທຣຳ ໄດ້ກ່າວວ່າ “ສະພາສູງຄວນຈະປະຕິບັດໜ້າທີ່ຂອງຕົນ ແລະລົງຄະແນນສຽງກ່ຽວກັບບັນດາຜູ້ສະໝັກທີ່ຂ້າພະເຈົ້າໄດ້ສະເໜີຊື່ໄປນັ້ນ ຫຼືບໍ່ ຕົນຄວນປິດສະພາຢ່າງເປັນທາງການ ເພື່ອວ່າ ຂ້າພະເຈົ້າຈະສາມາດແຕ່ງຕັ້ງເອົາເອງ ໃນເວລາຢຸດພັກ. ພວກເຮົາມີຄົນຈຳນວນຫຼວງຫຼາຍ ທີ່ຈະເຂົ້າມາຮ່ວມໃນລັດຖະບານ. ແລະດຽວນີ້ ມີຄວາມຕ້ອງການຫຼາຍກວ່າທີ່ບໍ່ເຄີຍມີມາກ່ອນ ຍ້ອນເຊື້ອໄວຣັສ ແລະບັນຫາອື່ນໆ.”

ລັດຖະທຳມະນູນ ບັນຍັດໄວ້ວ່າ ບັນດາຜູ້ທີ່ຖືກສະເໜີຊື່ຈຳນວນນຶ່ງ ສຳລັບຕຳແໜ່ງຂັ້ນສູງໃນຄະນະລັດຖະບານ ຈະຕ້ອງໄດ້ຮັບການຮັບຮອງດ້ວຍຄະແນນສຽງສ່ວນຫຼາຍໃນສະພາສູງ. ເຖິງຢ່າງໃດກໍຕາມ ໃນວາລະໂອກາດເມື່ອລັດຖະສະພາ ບໍ່ເຂົ້າປະຊຸມ ປະທານາທິບໍດີ ອາດທຳການ “ແຕ່ງຕັ້ງໃນຍາມພັກ” ກໍໄດ້ ຊຶ່ງໝົດອາຍຸ ຖ້າຫາກ ຜູ້ສະໝັກບໍ່ໄດ້ຖືກຮັບຮອງເອົາພາຍໃນຕອນທ້າຍຂອງກອງປະຊຸມຄົບຄະນະຄັ້ງຕໍ່ໄປ.

ບໍ່ເຄີຍມີປະທານາທິບໍດີຄົນໃດ ໄດ້ໃຊ້ອຳນາດທີ່ສະເພາະເຈາະຈົງດັ່ງກ່າວ ເພື່ອຍຸບລັດຖະສະພາ ໃນມາດຕາ 2 ວັກ 3 ຂອງລັດຖະທຳມະນູນເລີຍ.

“ບາງທີມັນບໍ່ເຄີຍເຮັດມາກ່ອນ ບໍ່ມີຜູ້ໃດແນ່ໃຈວ່າ ມັນເຄີຍເກີດຂຶ້ນ” ທ່ານທຣໍາໄດ້ກ່າວໄປ ໃນລະຫວ່າງກອງປະຊຸມແຈ້ງສະພາບການກ່ຽວກັບໂຣກລະບາດຂອງໂຄໂຣນາໄວຣັສນັ້ນ ຢູ່ທີ່ສວນກຸຫຼາບຂອງທຳນຽບຂາວ. ທ່ານກ່າວອີກວ່າ “ແຕ່ພວກເຮົາຈະເຮັດເຊັ່ນນັ້ນ. ພວກເຮົາຕ້ອງການພວກຄົນເຫຼົ່ານີ້ ຢູ່ທີ່ນີ້. ພວກເຮົາຕ້ອງການພວກຄົນ ສຳລັບວິກິດການນີ້ ແລະພວກເຮົາບໍ່ຢາກຫຼິ້ນເກມການເມືອງອີກຕໍ່ໄປ.”

ທ່ານໄມໂກລ ແພກ ຜູ້ຖ່າຍທຳຮູບເງົາສາລະຄະດີ ຜູ້ທີ່ທ່ານທຣຳ ໄດ້ຄັດເລືອກໃຫ້ມາບໍລິຫານ ອົງການສື່ມວນຊົນໂລກຂອງສະຫະລັດ ຫຼື USAGM ນັ້ນ ແມ່ນເປັນຜູ້ນຶ່ງໃນ 15 ຄົນ ຜູ້ຖືກສະເໜີຊື່ ທີ່ລໍຖ້າການຮັບຮອງໂດຍສະພາສູງ. ທ່ານທຣຳ ໄດ້ກ່າວອ້າງເຖິງຄຳເວົ້າຂອງທ່ານແພກ ຊື່ຂອງອົງການ (ແຕ່ໄດ້ລະບຸຊື່ຂອງອົງການຈັດຕັ້ງນີ້ ທີ່ຜູ້ກ່ຽວຈະເຂົ້າໄປກຳກັບນັ້ນ ຜິດພາດໄປ ໂດຍເອີ່ນຊື່ຂອງອົງການໃນເມື່ອກ່ອນ ຂອງ USAGM ນັ້ນ ວ່າ ຄະນະສະພາປົກ ຄອງການກະຈາຍສຽງ ຫຼື BBG.)

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG