ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຂົ່ມຂູ່ ຈະປິດ ຊາຍແດນ ສຫລ ກັບ ເມັກຊິໂກ ຖ້າ ລັດຖະສະພາ ບໍ່ອະນຸມັດເງິນ 5 ຕື້ໂດລາ


ລົດຕຳຫຼວດລາດຕະເວນຖະໜົນຫຼວງ ຂອງນະຄອນ ແຊນ ດີເອໂກ ຈອດຕັນທາງຫຼວງເສັ້ນທີ່ມາຈາກປະເທດ ເມັກຊິໂກ ຫຼັງຈາກ ຊາຍແດນລະຫວ່າງ ເມັກຊິໂກ ກັບ ສະຫະລັດ ໄດ້ປິດເປັນການຊົ່ວຄາວ ໃນບໍລິເວນເມືອງ ແຊນ ອີຊີໂດຣ ຂອງນະຄອນ ແຊນ ດີເອໂກ, ລັດຄາລີຟໍເນຍ, ວັນທີ 25 ພະຈິກ 2018.
ລົດຕຳຫຼວດລາດຕະເວນຖະໜົນຫຼວງ ຂອງນະຄອນ ແຊນ ດີເອໂກ ຈອດຕັນທາງຫຼວງເສັ້ນທີ່ມາຈາກປະເທດ ເມັກຊິໂກ ຫຼັງຈາກ ຊາຍແດນລະຫວ່າງ ເມັກຊິໂກ ກັບ ສະຫະລັດ ໄດ້ປິດເປັນການຊົ່ວຄາວ ໃນບໍລິເວນເມືອງ ແຊນ ອີຊີໂດຣ ຂອງນະຄອນ ແຊນ ດີເອໂກ, ລັດຄາລີຟໍເນຍ, ວັນທີ 25 ພະຈິກ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນວັນສຸກວານນີ້ ໄດ້ຂົ່ມຂູ່ອີກ ຄັ້ງນຶ່ງວ່າ
ຈະປິດຊາຍແດນ ລະຫວ່າງ ສະຫະລັດກັບເມັກຊິໂກທັງໝົດ ແລະຈະຕັດການຊ່ອຍເຫຼືອ
ແກ່ ປະເທດ ຮອນດູຣາສ ກົວເຕມາລາ ແລະ ແອລຊາລວາ ດໍ ຖ້າຫາກລັດຖະສະພາ ບໍ່
ອະນຸມັດເງິນງົບປະມານ ເພື່ອກໍ່ສ້າງກຳແພງ.

ໃນຂໍ້​ຄວາມ​ທີ່​ຂຽນ​ລົງທວີ​ດ​ເຕີ້​ ຫຼາຍ​ສະ​ບັບ​ນັ້ນ ປະທານາທິບໍດີ ທຣຳ ຍັງໄດ້ຂໍຮ້ອງໃຫ້
​ປ່ຽນ “ກົດໝາຍຄົນເຂົ້າເມືອງທີ່ບໍ່ມີເຫດມີຜົນ ຊຶ່ງເຮັດໃຫ້ປະເທດຂອງ ພວກເຮົາຕ້ອງໄດ້ແບກຮັບພາລະ.”

ການ​ໃຫ້ຄຳເຫັນເຫຼົ່ານັ້ນ ມີ​ຂຶ້ນໃນຂະນະທີ່ ​ການ​ປິດລັດຖະບານ ສະຫະລັດ ເປັນບາງ
ສ່ວນ ​ກ້າວເຂົ້າສູ່ວັນທີ 7 ແລະ ການປະເຊີນໜ້າກັນ ໃນເລື່ອງງົບປະມານການໃຊ້ຈ່າຍ
ລະຫວ່າງ ທ່ານ ທຣຳ ຜູ້ທີ່ຕ້ອງການເງິນ 5 ຕື້ ໂດລາເພື່ອກໍ່ສ້າງກຳແພງ ກັບບັນດາ
ສະມາຊິກສະພາ ພັກເດໂມແຄຣັດ ຜູ້ທີ່ສະໜັບສະໜຸຸນ ໃຫ້ເພີ້ມງົບປະມານ​ພຽງເລັກ
ນ້ອຍໂດຍລວມ ເພື່ອການຮັກສາຄວາມປອດໄພຢູ່ຊາຍແດນ ແຕ່ຫາກ ຄັດຄ້ານຕໍ່ການ
ກໍ່ສ້າງກຳແພງ ຢ່າງເດັດຂາດນັ້ນ ຍັງຄົງດຳ​ເນີນ ​ຕໍ່​ໄປ.

ຕົວຢ່າງຂອງກຳແພງ ຕັ້ງຢູ່ໃນນະຄອນ ແຊນ ດີເອໂກ ໃກ້ໆກັບ ຊາຍແດນລະຫວ່າງ ສະຫະລັດ ກັບເມັກຊິໂກ, ດັ່ງເຫັນໄດ້ ຈາກຟາກ ເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ທັນວາ 2018.
ຕົວຢ່າງຂອງກຳແພງ ຕັ້ງຢູ່ໃນນະຄອນ ແຊນ ດີເອໂກ ໃກ້ໆກັບ ຊາຍແດນລະຫວ່າງ ສະຫະລັດ ກັບເມັກຊິໂກ, ດັ່ງເຫັນໄດ້ ຈາກຟາກ ເມືອງ ທີຮວນນາ ຂອງເມັກຊິໂກ, ວັນທີ 22 ທັນວາ 2018.

ການປິດຊາຍແດນ ລະຫວ່າງ ສະຫະລັດ ກັບ ເມັກຊິໂກ ຈະໝາຍເຖິງ ການລົບກວນ
ໃນສາຍສຳພັນດ້ານການຄ້າ ທີ່ມີມູນຄ່າ 1 ພັນ 6 ຮ້ອຍ 80 ລ້ານໂດລາຕໍ່ວັນ ລະຫວ່າງ
ທັງສອງປະເທດ ອີງຕາມສຳນັກງານ ຂອງຜູ້ແທນການຄ້າ ສະຫະລັດ.

ສ່ວນພວກນັກເຄື່ອນໄຫວ ເພື່ອອົບພະຍົບ ໄດ້ເອີ້ນການເຄື່ອນໄຫວປິດເຂດຊາຍແດນ
ດັ່ງກ່າວນັ້ນ ວ່າ “ເປັນຕາອັບອາຍຂາຍໜ້າ.”

ປະທານາທິບໍດີ ທຣຳ ໄດ້ປະຕິເສດທີ່ຈະໃຫ້ຄຳເຫັນກ່ຽວກັບວ່າ ທ່ານ ອາດຈະຍອມຮັບ
ເອົາເງິນໃນຈຳນວນທີ່ຕ່ຳກວ່າ 5 ຕື້ໂດລາ ສຳລັບກຳແພງ ຫຼືບໍ່. ເມື່ອ​ຖືກ​ຖາມ ​ໃນ​ວັນ​ພຸດ
​ຜ່ານ​ມານີ້ວ່າ ທ່ານຄຶດວ່າ ການ​ປິດ​ລັດ​ຖະ​ບານ​ລົງ​ນີ້ ຈະ​ແກ່​ຍາວ​ໄປ​ດົນ​ປານ​ໃດ, ທ່ານ​
ທ​ຣຳ ໄດ້ບອກ​ພວກ​ນັກ​ຂ່າວ​ວ່າ “ມັນຈ​ະດົນປານ​ໃດ​ກໍ​ໄດ້.”

ບັນດາສະມາຊິກ ພັກເດໂມແຄຣັດ ໄດ້ຖິ້ມໂທດໃສ່ ປະທານາທິບໍດີ ທຣຳ ​ທີ່​ໄດ້ “ເຮັດ
ໃຫ້ປະເທດ ກ້າວເຂົ້າສູ່ຄວາມວຸ້ນວາຍ”
ໂດຍກ່າວຕື່ມວ່າ ໃນສອງສາມສັບປະດາ
ຜ່ານມານີ້ ທ່ານ ທຣຳ ໄດ້ກ່າວວ່າ ທ່ານ “ພູມໃຈ” ທີ່ຈະຮັບເອົາການປິດ ລັດຖະບານ
ຍ້ອນທຶນງົບປະມານໃຊ້ຈ່າຍ ເພື່ອກຳແພງຢູ່ຊາຍແດນນັ້ນ ເປັນຂອງ “ທ່ານເອງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG