ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ວ່າ​ ຈະ​ປິດ ຊາຍ​ແດນ ພາກ​ໃຕ້ ​ໄວ້ ຖ້າ​ ເມັກ​ຊິ​ໂກ ບໍ່ ສະ​ກັດ​ກັ້ນ ​ຄົນເຂົ້າ​ເມືອງ


ເດັກ​ຊາຍ​ຄົນ​ນຶ່ງ ນັ່ງ​ຢູ່​ພື້ນ​ໃນ​ຂະ​ນະ​ພວກ​ຄົນ​ເຂົ້າ​ເມືອງ​ຊາວ ຮອນ​ດູ​ຣາ​ສ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງຄົນ​ທີ່​ຢູ່ໃນຂະ​ບວນ​ການ​ເດີນ​ທາງ ເພື່ອ​ມາ​ສະ​ຫະ​ລັດ​ນັ້ນ ພາ​ກັນ​ລຽນ​ແຖວ ​ເພື່ອ​ເອົາ​ສາດ​ມາ​ນັ່ງ ຢູ່​ບ່ອນພັກຊົ່ວ​ຄາວ ​ສຳ​ລັບ​ຄົນ​ເຂົ້າ​ເມືອງ ຢູ່​ນະ​ຄອນ ກົວ​ເຕ​ມາ​ລາ ຊີ​ຕີ ຂອງ​ກົວ​ເຕ​ມາ​ລາ ໃນ​ວ​ັນ​ທີ 17 ຕຸ​ລາ, 2018.
ເດັກ​ຊາຍ​ຄົນ​ນຶ່ງ ນັ່ງ​ຢູ່​ພື້ນ​ໃນ​ຂະ​ນະ​ພວກ​ຄົນ​ເຂົ້າ​ເມືອງ​ຊາວ ຮອນ​ດູ​ຣາ​ສ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງຄົນ​ທີ່​ຢູ່ໃນຂະ​ບວນ​ການ​ເດີນ​ທາງ ເພື່ອ​ມາ​ສະ​ຫະ​ລັດ​ນັ້ນ ພາ​ກັນ​ລຽນ​ແຖວ ​ເພື່ອ​ເອົາ​ສາດ​ມາ​ນັ່ງ ຢູ່​ບ່ອນພັກຊົ່ວ​ຄາວ ​ສຳ​ລັບ​ຄົນ​ເຂົ້າ​ເມືອງ ຢູ່​ນະ​ຄອນ ກົວ​ເຕ​ມາ​ລາ ຊີ​ຕີ ຂອງ​ກົວ​ເຕ​ມາ​ລາ ໃນ​ວ​ັນ​ທີ 17 ຕຸ​ລາ, 2018.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ຂອງສະ​ຫະ​ລັດຂູ່​ວ່າ​ ຈະ​ສົ່ງ​ທະ​ຫານ​ໄປ​ປິດກັ້ນ​ຊາຍ​ແດນ
​ພາກ​ໃຕ້​ຂອງ​ສະ​ຫະ​ລັດ​ໄວ້ ຖ້າ​ຫາກເມັກ​ຊິ​ໂກບໍ່ສະ​ກັດ​ກັ້ນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ການ​ບຸກ
​ລຸກ” ຂອງ​ພວກ​ຄົນ​ເຂົ້າ​ເມືອງ ຈາກທະ​ວີ​ອາ​ເມ​ຣິ​ກາ​ກາງ ທີ່​ພວມ​ຈະ​ຂ້າມ​ເຂົ້າ​ໄປ​ໃນເມັກ
​ຊິ​ໂກຢູ່​ຊາຍ​ແດນ​ຂອງ​ປະ​ເທດ​ດັ່ງ​ກ່າວ ຕິດກັບກົວ​ເຕ​ມາ​ລານັ້ນໄວ້.

​ຂະ​ບວນການ​ເດີນ​ທາງຂອງ​ຄົນ​ເກືອບ​ຮອດ 3,000 ຄົນ ໄດ້​ອອກ​ຈາກນະ​ຄອນແຊນ ເປ​
ໂດ​ຣ ຊູລາ (San Pedro Sula) ໃນ​ຮອນ​ດູ​ຣາ​ສ ໃນ​ທ້າຍ​ອາ​ທິດ​ແລ້ວນີ້ ໄດ້​ເດີນ​ທາງ​
ຜ່ານ​ປ່າ​ດົງ ​ທີ່​ເຕັມ​ໄປ​ດ້ວຍ​ຂີ້ຕົມ ແລະ​ຖະ​ໜົນ​ຫົນ​ທາງ ຕ່າງໆ ທີ່​ຜ່ານ​ເຂດ​ຢູ່​ອາ​ໄສ​ຂອງ​
ຄົນ ເພື່ອ​ຈະ​ໄປມັກ​ຊິ​ໂກ ແລະ​ໃນ​ທີ່​ສຸດ​ກໍຈະ​ມາ​ເຖິງສະ​ຫະ​ລັດ.

ທ່ານ​ທ​ຣຳ ກ່າວ​ອ້າງວ່າມີ​ພວກ​ອາດ​ຊະ​ຍາ​ກອນຢູ່​ໃນ​ພວກ​ຄົນ​ເຂົ້າ​ເມືອງດັ່ງ​ກ່າວນັ້ນແລະ
​ກຳ​ລັງຮຽກ​ຮ້ອງ​ໃຫ້​ເມັກ​ຊິ​ໂກ “ໂດຍໃຊ້​ຖ້ອຍ​ຄຳ​ທີ່​ຮຸນ​ແຮງ” ໃຫ້​ຢຸດ​ພວກ​ເຂົາ​ເຈົ້າ​ໄວ້.

“ການຈູ່​ໂຈມ​ຕໍ່​ປະ​ເທດ​ຂອງ​ພວກ​ເຮົາ ຢູ່​ຕາມຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ພວກ​ເຮົາ
ລວມ​ທັງອົງ​ປະ​ກອບ​ກໍ່​ອາດ​ຊະ​ຍາ​ກຳ ແລະ ການ​ເທ​ຢາ​ເສບ​ຕິດເຂົ້າ​ມາໃນ​ປະ​ເທດ
ເຮົາ​ນຳ ແມ່ນ​ມີ​ຄວາມ​ສຳ​ຄັນ​ຕໍ່​ຂ້າ​ພ​ະ​ເຈົ້າໃນ​ນາມ​ ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຫລາຍກວ່າ
ການ​ຄ້າ ແລະຫຼື​ຂໍ້​ຕົກ​ລົງ USMCA (ຂໍ້​ຕົກ​ລົງລະ​ຫວ່າງ​ສະ​ຫະ​ລັດ ກັບ ເມັກ​ຊິ​ໂກ,
ແລະກາ​ນາດາ), ນັ້ນ​ຫລາຍ" ນັ້ນ​ຄື​ຄຳເວົ້າ​ຂອງ​ທ່ານ ທ​ຣຳ ທີ່​ຂຽນ​ລົງ​ໃນ​ທວີດ​ເຕີ
ໃນ​ວັນ​ພະ​ຫັດ​ວານນີ້.

"ເພິ່ນ​ກຳ​ລັງ​ທຳ​ການ​ຄິດໄລ່​ດ້ານ​ການ​ເມືອງ​ຢູ່" ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ມາເ​ຊໂລ ເອັບ
​ບ​ຣາດ (Marcelo Ebrard), ຜູ້ທີ່ກຳ​ລັງ​ຈະ​ຂຶ້ນເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​
ເທດ​ຂອງ​ເມັກ​ຊິ​ໂກ ກ່ຽວ​ກັບ​ຂໍ້​ຄວາມ​ທີ່​ທ່ານ ທ​ຣຳ ຂຽນ​ລົງໃນ​ທວີດ​ເຕີ, ຊຶ່ງ​ໝາຍ​ເຖິງ
ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ສະ​ຫະ​ລັດ ໃນ​ເດືອນ​ພະ​ຈິກ ທີ່​ຈະ​ມາ​ເຖິງນີ້. ທ່ານ ເອັບ
​ບ​ຣາດ ກ່າວ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ທາງວິ​ທະ​ຍຸ​ຂອງ​ທ້ອງ​ຖິ່ນ​ວ່າ ຄຳ​ເຫັນ​ຂອງ​ທ່ານ​ທ​ຣຳ
ແມ່ນເປັນ​ທີ່ ​“ສາ​ມາດ​ຄາດ​ເດົາ​ໄດ້”.ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ
​ຕ່າງ​ປະ​ເທດ​ສະ​ຫະ​ລັດເດີນທາງໄປ​ຍັງນະ​ຄອນ​ຫລວງ​ເມັກ​ຊິ​ໂກ​ຊີ​ຕີ້ ​ເພື່ອ​ເຂົ້າ​ຮ່ວມ​ປະ
​ຊຸມກັບ​ປະ​ທາ​ນາ​ທິ​ບໍ​ດີອັງຣິ​ເກ ເປ​ຍາ ນິ​ເອໂຕ (Enrique Pena Nieto) ທີ່​ກຳ​ລັງ​ຈະ
​ພົ້ນ​ຕຳ​ແໜ່ງ​ໄປ​ນັ້ນ ໃນ​ວັນ​ສຸກມື້ນີ້.

ເມັກ​ຊິ​ໂກ​ໄດ້​ສົ່ງ​ຕຳ​ຫລວດ ໄປ​ຍາມ​ຊາຍ​ແດນ​ຂອງ​ຕົນ​ ກັບ​ກົວ​ເຕ​ມາ​ລາຫ​ລາຍ​ຮ້ອຍ​ຄົນ
ເພີ້ມຂຶ້ນ ໃນ​ວັນ​ພະ​ຫັດ​ວານນີ້.

ເຖິງ​ແມ່ນ​ວ່າ ທ່ານ​ທ​ຣຳ ໄດ້​ຂູ່​ວ່າ​ຈະ​ໃຊ້​ທະ​ຫານ ​ໄປ​ຍາມ​ຊາຍ​ແດນ ເມັກ​ຊິ​ໂກກັບສະ​ຫະ​
ລັດ​ກໍ​ຕາມ ແຕ່​ວ່າ ພັນ​ໂທເຈມ​ມີ ເດ​ວິ​ສ (Jamie Davis) ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ ຢູ່
​ໃນ​ຖະ​ແຫງ​ການ​ສະ​ບັບ​ນຶ່ງວ່າ "ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບໍ່​ໄດ້​ຖືກມອບ​ໝາຍ ​ໃຫ້​ສະ
​ໜອງ​ການ​ສະ​ໜັບ​ສະ​ໜຸນ​ອັນໃດ​ເພີ້ມ​ເລີຍ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG