ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣໍາ ຂົ່ມຂູ່ ທີ່​ຈະ​ຢຸດ​​ເຊົາ ການຖະ​ແຫຼ​ງຂ່າວ ປະຈຳ​ວັນ ທີ່​ທຳນຽບຂາວ


ໂຄສົກທຳນຽບຂາວ ທ່ານ Sean Spicer ຖະ​ແຫລ​ງຂ່າວປະຈຳ​ວັນ ທີ່​ທຳນຽບຂາວ.
ໂຄສົກທຳນຽບຂາວ ທ່ານ Sean Spicer ຖະ​ແຫລ​ງຂ່າວປະຈຳ​ວັນ ທີ່​ທຳນຽບຂາວ.

ໃນ​ການ​ຂຽນ​ຂໍ້ຄວາມ​ລົງທາງ Twitter ຫຼາຍ​ເທື່ອ ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ປະທາ
ນາທິບໍດີດໍ​ໂນ​ລ ທຣຳ ​ໄດ້​ຂົ່ມ​ຂູ່​ ທີ່​ຈະ​ຢຸດເຊົາ​ການຖະ​ແຫລ​ງຂ່າວປະຈຳ​ວັນທີ່​ທຳນຽບ
ຂາວ. “ບາງທີ​ສິ່ງ​ທີ່​ດີ​ສຸດ ກໍຄື​ອາດ​ຈະ​ແມ່ນ​ການ​ລົບ​ລ້າງ “ການຖະ​ແຫລ​ງຂ່າວ” ທັງ​ໝົດໃນອະນາຄົດ ແລະການຂຽນຕອບ ເພື່ອ​ເຫັນ​ແກ່ຄວາມຖືກຕ້ອງ” ປະທານາທິບໍດີ
ທຣໍາ ໄດ້ຂຽນ​ຂໍ້ຄວາມ​ລົງ​ທາງ Twitter ທີ່ຕິດຕາມ​ມາ​ໂດຍກ່າວວ່າ ເພື່ອຄວາມຫ້າວ
ຫັນຂອງການເປັນປະທານາທິບໍດີຂອງທ່ານ ພະນັກງານຂອງ ທ່ານ ບໍ່ຄວນຄາດໝາຍ
ທີ່ຈະໃຫ້ຂໍ້ມູນ “ໃຫ້ເປັນທີ່ຖືກຕ້ອງທີ່ສຸດ.”

ສະມາຄົມນັກຂ່າວປະຈຳທຳນຽບຂາວ ໄດ້ຕອບໂຕ້ຄືນຢ່າງໄວ ປະນາມຂໍ້ສະເໜີດັ່ງ
ກ່າວ ແລະເນັ້ນໜັກເຖິງຄວາມສຳຄັນຂອງການຖະ​ແຫຼງຂ່າວ.

ປະທານສະມາຄົມນັກຂ່າວ ທ່ານ Jeff Mason ກ່າວຢູ່ໃນຖະແຫລງການວ່າ “ການ​
ຖະ​ແຫຼງຂ່າວ ແລະກອງປະຊຸມນັກຂ່າວຢູ່ທຳນຽບຂາວ ສະໜອງ​ໂອກາດ ອັນ​ສຳຄັນ​ແລະເປັນສັນຍາລັກ ​ໃຫ້ແກ່ບັນດານັກຂ່າວ​ໄດ້​ພາກັນ​ຖາມບັນດາເຈົ້າ ໜ້າທີ່ ໃນລະ
ດັບສູງຂອງລັດຖະບານສະຫະລັດ. ການຢຸດ​ເຊົາ​ໃນ​ການຖະ​ແຫຼ​ງ ຂ່າວ ຈະ​ຫລຸດ ຄວາມຮັບຜິດຊອບ ຄວາມ​ໂປ່​ງ​ໃສ ແລະ ການໃຫ້ໂອກາດແກ່ ຊາວອາເມຣິກັນໄດ້
ເຫັນ ຢູ່ໃນລະບົບຂອງສະຫະລັດ ບໍ່ມີນັກການເມືອງສຳຄັນ ຄົນໃດທີ່ ຢູ່ເໜືອຈາກ
ການຖືກສໍ້ຖາມ.”

ບັນດານັກຂ່າວໄດ້ຖາມໂຄສົກທຳນຽບຂາວ ທ່ານ Sean Spicer ກ່ຽວກັບ ການ​ຂຽນ​
ຂໍ້ຄວາມ​ລົງ​ທາງ Twitter tweet ລະຫວ່າງການ​ຖະ​ແຫຼງຂ່າວໃນ ວັນອັງຄານທີ່ຜ່ານ
ມາ. ທ່ານ Spicer ໄດ້ຕອບໂດຍເນັ້ນໜັກວ່າພະນັກງານ ທຳນຽບຂາວ ໄດ້ເຮັດວຽກ
ຍາວຫຼາຍຊົ່ວໂມງ ແລະປາກົດ​ເຫັນ​ວ່າສື່ມວນຊົນ ພາກັນຫາ​ທາງ​ຈັບຜິດ ຫລືຄວາມບໍ່
ຖືກຕ້ອງຢູ່ໃນການ​ຖະ​ແຫຼງຂ່າວ.

ທ່ານ Spicer ກ່າວວ່າ “ພວກເຮົາອອກມາທີ່ນີ້ ແລະພະຍາຍາມທີ່ຈະເຮັດທຸກສິ່ງຢ່າງ ທີ່ພວກເຮົາສາມາດ ເພື່ອສະໜອງທ່ານແລະປະຊາຊົນອາເມຣິກັນໃນ ສິ່ງທີ່ທ່ານເຮັດ
​ໃນ​ນາມເຂົາເຈົ້າ ສິ່ງທີ່ທ່ານເຮັດກໍຄື ຮັກສາໃຫ້ປະເທດມີຄວາມ ປອດໄພ ສິ່ງທີ່ທ່ານ
ເຮັດກໍເພື່ອໃຫ້ມີວຽກເຮັດງານທຳຫລາຍຂຶ້ນ.”

“ແລະບໍ່ເທົ່ານັ້ນ ພວກເຮົາ​ໄດ້​ເຫັນ​ມາ​ແລ້ວ​ຫຼາຍ​ເທື່ອ ໃນຄວາມພະຍາຍາມທີ່​ຈະ​ແຍກ
​ຄຳ​ເວົ້ານ້ອຍໆ ແລະເຮັດ​ໃຫ້​ເປັນເກມຂອງການ ‘ຈັບຜິດ’ ທີ່​ຂັດ​ກັບ​ນະ​ໂຍບາຍ​ໂຕ​
ຈິງ​ນັ້ນ”

ປະທານາທິບໍດີທຣໍາ ໄດ້ກ່າວ​ໂຈມ​ຕີສື່ມວນຊົນ ນັບຕັ້ງແຕ່ຕອນຕົ້ນຂອງການໂຄສະນາ
ຫາສຽງຂອງທ່ານ ໂດຍ​ມັກ​ຈະກ່າວຫາ ຕາໜ່າງຂ່າວທີ່ສຳຄັນໆວ່າ ອອກ “ຂ່າວປອມ” ໂຄສະນາຊວນເຊື່ອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG