ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທຣຳ ຂົ່ມຂູ່ ຈະເກັບພາສີ ຄັ້ງໃໝ່ ຕໍ່ຄູ່ການຄ້າ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ອນເຊັນບັນທຶກປະທານາທິບໍດີ ກ່ຽວກັບ ການເກັບພາສີ ແລະ ຂໍ້ຫ້າມການລົງທຶນຕ່າງໆຕໍ່ ຈີນ, ໃນຫ້ອງຮັບຮອງນັກການທູດຂອງ ທຳນຽບຂາວ. 22 ມີນາ, 2018, ນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ອນເຊັນບັນທຶກປະທານາທິບໍດີ ກ່ຽວກັບ ການເກັບພາສີ ແລະ ຂໍ້ຫ້າມການລົງທຶນຕ່າງໆຕໍ່ ຈີນ, ໃນຫ້ອງຮັບຮອງນັກການທູດຂອງ ທຳນຽບຂາວ. 22 ມີນາ, 2018, ນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ອອກຄຳເຕືອນຕໍ່ຄູ່ການຄ້າຂອງ ສະຫະລັດ ວ່ານອກ
ຈາກເຂົາເຈົ້າຈະຍົກເລີກ ຂໍ້ຈຳກັດຕ່າງໆທີ່ໄດ້ຕັ້ງໄວ້ຕໍ່ສິນຄ້າ ອາເມຣິກັນ ນັ້ນ, ເຂົາ
ເຈົ້າຈະປະເຊີນກັບ “ສິ່ງທີ່ໜັກກວ່າການຕອບໂຕ້ຈາກ ສະຫະລັດ ອາເມຣິກາ.”

ທ່ານ ທຣຳ ໄດ້ຂຽນໃນ ທວິດເຕີ ເມື່ອວັນອາທິດວານນີ້ວ່າ “ສະຫະ ລັດ ໄດ້ຢືນຢັດວ່າ
ທຸກປະເທດທີ່ໄດ້ຕັ້ງສິ່ງກີດກັ້ນທາງການຄ້າ ແລະ ພາສີຕໍ່ສິ້ນຄ້າທີ່ນຳເຂົ້າປະເທດ
ຂອງເຂົາເຈົ້ານັ້ນ, ໃຫ້ຍົກເລີກການກີດກັ້ນ ແລະ ພາສີພວກນັ້ນ, ບໍ່ເຊັ່ນນັ້ນ ກໍຈະໄດ້
ຮັບການຕອບໂຕ້ທີ່ໜັກກວ່າຈາກ ສະຫະລັດ ອາເມຣິກາ. ການຄ້າຕ້ອງມີຄວາມຍຸຕິ
ທຳ ແລະ ບໍ່ແມ່ນຖະໜົນເສັ້ນທາງດຽວອີກຕໍ່ໄປ.”

ທ່ານ ທຣຳ ແມ່ນໄດ້ສ້າງຄວາມລຳຄານໃຫ້ແກ່ຄູ່ການຄ້າທີ່ສຳຄັນຂອງ ສະຫະລັດ
ແລ້ວ, ລວມມີ ຈີນ, ການາດາ, ເມັກຊິໂກ, ສະຫະພາບ ຢູໂຣບ ແລະ ອິນເດຍ, ດ້ວຍ
ການເກັບພາສີ ເຫຼັກກ້າ, ອາລູມີນຽມ ແລະ ສິນຄ້າອື່ນໆຈາກປະເທດເຫຼົ່ານີ້.

ການຂົ່ມຂູ່ດັ່ງກ່າວແມ່ນການຕອບໂຕ້ ຕໍ່ການເກັບພາສີສິນຄ້າ ອາເມຣິກັນ ທີ່ມີມູນຄ່າ
ຫຼາຍພັນລ້ານໂດລາໂດຍ ສະຫະພາບ ຢູໂຣບ, ລວມມີເສື້ອຜ້າ ຈີນສ໌, ເຫຼົ້າເບີເບິນ
ແລະ ລົດຈັກ, ເຊິ່ງໃນທາງກັບກັນ ແມ່ນການຕອບໂຕ້ຄືນ ຕໍ່ການເກັບພາສີ ເຫຼັກກ້າ
ແລະ ອາລູມີນຽມຂອງທ່ານ ທຣຳ.

ສະຫະລັດ ມີກຳນົດທີ່ຈະເກັບພາສີິການນຳເຂົ້າສິນຄ້າ ຈີິນ ມູນຄ່າຫຼາຍກວ່າ 30 ພັນ
ລ້ານໂດລາ ພາຍໃນສອງອາທິດນີ້.

ເຊັ່ນດຽວກັນກັບ ສະຫະພາບ ຢູໂຣບ, ຈີນ ໄດ້ສັນຍາວ່າຈະຕອບໂຕ້ຄືນໃນທັນທີ,
ເຮັດໃຫ້ສອງປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນໂລກມີບັນຫາຂັດແຍ້ງກັນ.

ອົງຂ່າວ AP ໄດ້ອ້າງຄຳເວົ້າຂອງ ຮອງປະທານອາວຸໂສຂອງສະພາການຄ້າ ສະຫະ
ລັດ ທ່ານ ຈອນ ເມີຟີ ວ່າ ທ່ານຄາດວ່າ ສິນຄ້າ ສະຫະລັດ ມູນຄ່າ 75 ພັນລ້ານໂດລາ
ອາດໄດ້ຮັບຜົນກະທົບຈາກການເກັບພາສີຕ່າງປະເທດຄັ້ງໃໝ່ ໃນທ້າຍສັບປະດາ
ທຳອິດ ຂອງເດືອນກໍລະກົດ ທີ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG