ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ​ທ​ຣຳ ​ຂົ່ມ​ຂູ່​​ຂຶ້ນ​ພາ​ສີ ຖ້າ​ຫາກວ່າ ທ່ານ​ສີ ບໍ່​ເຂົ້າ​ຮ່ວມ ການເຈ​ລະ​ຈາ​ການ​ຄ້າ​ ກັບ​ທ່ານ


ປ. ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຍົກ​ມືໃຫ້ຕໍ່​ສື່ ຫຼັງ​ຈາກ​ທີ່​ໄດ້​ເດີນ​ອອກ​ຈາກເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ, 7 ມິ​ຖຸ​ນາ 2019, ຖານທັບ​ອາ​ກາດ ​ແອນດ​ຣູ, ລັດ​ແມ​ຣີ​ແລນ.
ປ. ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຍົກ​ມືໃຫ້ຕໍ່​ສື່ ຫຼັງ​ຈາກ​ທີ່​ໄດ້​ເດີນ​ອອກ​ຈາກເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ, 7 ມິ​ຖຸ​ນາ 2019, ຖານທັບ​ອາ​ກາດ ​ແອນດ​ຣູ, ລັດ​ແມ​ຣີ​ແລນ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຂົ່ມ​ຂູ່​ທີ່ຈະ​ຂຶ້ນ​ພາ​ສີ ທີ່​ມີ​ມູນ​ຄ່າ
​ເຖິງ 325 ພັນລ້ານ​ໂດ​ລາ ຕໍ່​ສິນ​ຄ້າ​ຕ່າງໆ ທີ່​ນຳ​ເຂົ້າ​ຈາກ​ຈີນ ຖ້າ​ຫາກວ່າ ປະ​ທານ
​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ບໍ່​ເຂົ້າ​ໄປ​ພົວ​ພັນ​ກັບການ​ເຈ​ລະ​ຈາ​ການ​ຄ້າ​ຄັ້ງ​ໃໝ່
ກັບ​ທ່ານໃນ​ທ້າຍ​ເດືອນ​ນີ້.

ທ່ານ​ ທ​ຣຳ ໄດ້​ບອກ​ກັບ​ຕາ​ໜ່າງ​ຂ່າວ CNBC ວ່າ ທ່ານ​ຄາດ​ຫວັງຈະ​ພົບ​ປະ​ກັບ
ທ່ານ​ສີທີ່​ນະ​ຄອນໂອ​ຊາ​ກະ ປະ​ເທດຍີ່​ປຸ່ນ ໃນ​ກອງ​ປະ​ຊຸມ ​ກຸ່ມ G-20 ຂອງ​ບັນ​ດາ
​ຜູ້​ນຳ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນ ໃນ​ວັນ​ທີ 28 ຫາ 29 ມິ​ຖຸ​ນາ
ຈະ​ມາ​ເຖິງ​ນີ້, ແຕ່​ວ່າ​ປັກ​ກິ່ງບໍ່​ໄດ້​ຢືນ​ຢັນ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ ​ເທື່ອ ເຖິງ​ການ​ພົບ​ປະ
​ກັນ​ຄັ້ງ​ນີ້. ທ່ານ​ທ​ຣຳໄດ້​ກ່າວ​ວ່າ ທ່ານ​ຈະຂຶ້ນ​ພາ​ສີເພີ້ມຈາກການເກັບພາ​ສີ ທີ່​ທ່ານ
​ໄດ້ສັ່ງ​ໄປແລ້ວ​ນັ້ນ ​ໃນ​ມູນ​ຄ່າ​ເຖິງ 200 ພັນລ້ານ​ໂດ​ລາ ຕໍ່​ສິນ​ຄ້າ​ຕ່າງໆ ທີ່​ສົ່ງ​ອອກ​
ຂອງ​ຈີນ ຖ້າ​ຫາກວ່າ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ບໍ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຄັ້ງ​ນີ້.

“ຂ້າ​ເຈົ້າ​ຄິດ​ວ່າ ເພິ່ນ​ຈະ​ເຂົ້າ​ຮ່ວມ,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ທ​ຣຳ ໄດ້​ກ່າວ​ໄປ
ແລະໄດ້​ກ່າວ​ຕໍ່​ວ່າ “ພວກ​ເຮົາຄາດ​ວ່າ ​ຈະ​ພົບ​ພໍ້​ກັນ.”

​ຜູ້​ນຳ​ສະ​ຫ​ະ​ລັດ ໄດ້​ກ່າວ​ວ່າ “ຈີນ​ແມ່ນ​ຕ້ອງ​ການ​ຢາກ​ເຮັດ​ຂໍ້​ຕົກ​ລົງ ຫຼາຍກວ່າ​
ຂ້າ​ພະ​ເຈົ້າ.”

ແຕ່​ວ່າ​ການ​ເຈ​ລະ​ຈາ​ເປັນ​ເວ​ລາ​ຫຼາຍໆ​ເດືອນ​ມາ​ນັ້ນ ລະ​ຫວ່າງສອງ​ປະ​ເທດທີ່​ມີ​
ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ນັ້ນໄດ້​ຍຸ​ຕິ​ລົງຢ່າງ​ນ້ອຍ​ໃນ​ເວ​ລານີ້. ວໍຊີ​ງຕັນ
ໄດ້​ກ່າວ​ຫາ​ປັກ​ກິງ ບໍ່​ເຮັດ​ຕາ​ຄຳ​ເວົ້າ​ຂອງ​ຕົນ ໃນ​ຫຼາຍໆ​ຂໍ້​ຕົກ​ລົງ​ທີ່​ສະ​ຫະ​ລັດ
​ຄິດ​ວ່າ ຕົນໄດ້​ເຫັນ​ດີ​ນຳ, ແຕ່​ວ່າ​ຈີນ ໄດ້​ປະ​ຕິ​ເສດ​ໃນ​ຂໍ້​ກ່າວ​ຫາ​ນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ ໄດ້​ກ່າວ​ວ່າ “ພວກ​ເຮົາ​ບໍ່​ຕ້ອງ​ການ​ສົງ​ຄາມ​ການ​ຄ້າ,
ແຕ່​ວ່າ​ພວກ​ເຮົາ​ກໍ​ບໍ່​ໄດ້​ຢ້ານ​ກົວ​ໃນ​ການ​ຕໍ່​ສູ້​ມັນ. ຖ້າ​ຫາກວ່າ​ສະ​ຫະ​ລັດ ແມ່ນ​ໄດ້ຮັບ​ການ​
ປຶກ​ສາ​ຫາ​ລື​ແບບ​ເທົ່າ​ທຽມ​ກັນ ແລ້ວ​ນັ້ນ. ປະ​ຕູ​ຂອງ​ພວກ​ເຮົາ​ແມ່ນ​ເປີດກວ້າງ. ແຕ່​ຖ້າ​
ຫາກວ່າ ສະ​ຫະ​ລັດ ຍັງ​ສືບ​ຕໍ່​ການ​ມີ​ຂໍ້​ຂັດ​ແຍ້ງ​ທາງ​ການ​ຄ້າ​ແລ້ວ​ນັ້ນ, ພວກ​ເຮົາ​ຈະ​ໂຕ້​
ຕອບ​ກັບ​ຄືນ​ ແລະ​ຢ່າງ​ສາ​ຫັດ​ເລີຍ.”

ການ​ຂົ່ມ​ຂູ່​ຂອງ​ທ່ານ​ທ​ຣຳ ຕໍ່​ການ​ຂຶ້ນ​ພາ​ສີຈີນ ໄດ້​ມີ​ຂຶ້ນ ທ່າມ​ກາງ​ການ​ເປັນ​ຫ່ວງ
​ເປັນ​ໃຍໂດຍ​ພວກ​ຜູ້​ນຳ​ທາງ​ທຸ​ລະ​ກິດ ທີ່​ຕັ້ງ​ຄຳ​ຖາມ​ທີ່​ວ່າ ທ່ານ​ແມ່ນ​ໃຊ້​ການ​ຂຶ້ນ​ພາ​ສີ
ໄປ​ໃນ​ທາງ​ທີ່​ຜິດ​ເບາະ ຫຼື​ບໍ່ ກໍ​ການ​ຂົ່ມ​ຂູ່​ທີ່​ຈະ​ຂຶ້ນ​ມັນ ໃນ​ທາງທີ່​ຈະ​ທຳ​ລາຍເສດ​ຖະ​ກິດ
​ຂອງ​ສະ​ຫະ​ລັດ. ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ ທ່ານ​ທ​ຣຳໄດ້ ​ຍົກ​ເລີກ​ການ​ຂຶ້ນ​ພາ​ສີ 5 ເປີ​ເຊັນ
ຕໍ່​ການ​ນຳ​ເຂົ້າ​ສິນ​ຄ້າຈາກ​ເມັກ​ຊິ​ໂກ ຖ້າ​ຫາກວ່າ ຊາຍ​ແດນ​ທາງ​ພາກ​ໃຕ້ ແມ່ນ​ບໍ່​ໄດ້​ຮັບ
​ຄວາມ​ພະ​ຍາ​ຍາມ ​ທີ່​ຈະ​ແກ້​ໄຂ​ກ່ຽວກັບການເດີນ​ທາງ​ເຂົ້າ​ມາ​ຍັງ​ສະ​ຫະ​ລັດ ຂອງ​ພວກ
​ຄົນ​ເຂົ້າ​ເມືອງໂດຍ​ຜ່ານ​ປະ​ເທດ​ເມັກ​ຊິ​ໂກ​ນັ້ນ. ທັງ​ສອງ​ປະ​ເທດ ໄດ້​ບັນລຸ​ຂໍ້​ຕົກ​ລົງ ​
ໂດຍຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ​ພວກ​ຄົນ​ເຂົ້າເມືອງ ​ຢ່າງ​ເ​ຂັ້ມ​ງວດ​ນັ້ນ.

ທ່ານ​ທ​ຣຳ ໄດ້​ໂທ​ລະ​ສັບ​ເຂົ້າ​ໄປ​ຍັງ​ຕາ​ໜ່າງ​ຂ່າວ​ທຸ​ລະ​ກິດ ແບບ​ບໍ່​ຄາດ​ຄິດ​ມາ​ກ່ອນ
ຫຼັງ​ຈາກມີ​ລາຍ​ງານກ່ອນໜ້າ​ນີ້ ທີ່ຜູ້​ບໍ​ລິ​ຫານສະ​ພາ​ການ​ຄ້າ​ຂອງ​ສະ​ຫະ​ລັດ ໄດ້ຕ້ອງ​ຕິ
​ທ່ານ​ທ​ຣຳ ​ກ່ຽວ​ກັບ​ການ​ຂົ່ມ​ຂູ່​ຂຶ້ນ​ພາ​ສີ​ສິນ​ຄ້າ​ຂອງ​ເມັກ​ຊິ​ໂກນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG