ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາຂູ່ວ່າ ຈະປິດ ລັດຖະບານ ລົງ ຖ້າທ່ານບໍ່ໄດ້ ຮັບທຶນ ກໍ່ສ້າງກໍາແພງ ຢູ່ ຊາຍແດນ ກັບເມັກຊິໂກ


ປະທານາທິບໍດີ ດໍໂນລ ທຣໍາກ່າວຕໍ່ພວກນັກຂ່າວ ຢູ່ທໍາບຽບຂາວ ໃນວັນທີ 8 ພຶດສະພາ, 2018
ປະທານາທິບໍດີ ດໍໂນລ ທຣໍາກ່າວຕໍ່ພວກນັກຂ່າວ ຢູ່ທໍາບຽບຂາວ ໃນວັນທີ 8 ພຶດສະພາ, 2018

ໃນວັນອາທິດວານນີ້ ປະທານາທິບໍດີ ດໍໂນລ ທຣໍາໄດ້ນາບຂູ່ວ່າ ຈະປິດການດໍາເນີນ
ງານຂອງລັດຖະບານລົງ ຖ້າຫາກວ່າ ລັດຖະສະພາບໍ່ໃຫ້ທຶນກໍ່ສ້າງກໍາແພງ ຢູ່ລຽບ
ຕາມຊາຍແດນ ສະຫະລັດ ກັບແມັກຊິໂກ ເພື່ອປ້ອງກັນບໍ່ໃຫ້ມີການເຂົ້າເມືອງຜິດ
ກົດໝາຍ.

ຜູ້ນໍາສະຫະລັດທ່ານນີ້ ໄດ້ຮຽກຮ້ອງໃຫ້ພວກສັງກັດພັກດີໂມແຄຣັດ ທີ່ເປັນຝ່າຍຄັດ
ຄ້ານ ຕ້ອງໄດ້ “ລົງຄະແນນສຽງສະໜັບສະໜຸນການປ້ອງກັນຄວາມໝັ້ນຄົງຢູ່ຊາຍ
ແດນ ຊຶ່ງລວມທັງການສ້າງກໍາແພງ!” ໃຫ້ທ່ານ ແລະໃຫ້ມີການປ່ຽນແປງນະໂຍບາຍ
ດ້ານຄົນເຂົ້າເມືອງທີ່ເຂັ້ມງວດຂຶ້ນອີກ. ແຕ່ວ່າ ມັນແມ່ນກຸ່ມພວກສະມາຊິກລັດຖະສະ
ພາຈາກພັກຣີພັບບລິກັນທີ່ມີຄວາມແຕກແຍກກັນ ພ້ອມກັບການຄັດຄ້ານຂອງພວກ
ສັງກັດພັກດີໂມແຄຣັດ ທີ່ມີຄວາມສາມັກຄີກັນ ທີ່ໄດ້ປະຕິເສດ ບໍ່ໃຫ້ມີການປ່ຽນແປງ
ທາງດ້ານຄົນເຂົ້າເມືອງ ທີ່ທ່ານທຣໍາໃຫ້ການສະໜັບສະໜຸນນັ້ນ ສອງຄັ້ງແລ້ວ.
ທ່ານທຣໍາຂຽນຄໍາຄິດເຫັນຢູ່ໃນທວີດເຕີ ໂດຍໄດ້ຮຽກຮ້ອງໃຫ້ສະຫະລັດ "ໃນທີ່ສຸດ
ໃຫ້ໄປໃຊ້ລະບົບການເຂົ້າເມືອງທີ່ອີງໃສ່ຄວາມສາມາດ! ພວກເຮົາຕ້ອງ ການຄົນເກັ່ງ
ເຂົ້າມາໃນປະເທດຂອງພວກເຮົາ.”

ການຮຽກຮ້ອງໃຫ້ສ້າງກໍາແພງຂອງທ່ານທຣໍາ ຊຶ່ງເປັນຄໍາໝັ້ນສັນຍາທີ່ທ່ານມັກເວົ້າ
ຫລາຍທີ່ສຸດ ຢູ່ໃນການໂຄສະນາຫາສຽງຂອງທ່ານ ໃນປີ 2016 ນັ້ນ ເຮັດໃຫ້ມີການ
ໃຊ້ຈ່າຍສູງເຖິງ 20 ຕື້ໂດລາ ແຕ່ວ່າ ລັດຖະສະພາທີ່ຜ່ານມາ ໄດ້ຈັດສັນງົບປະມານພຽງ
ແຕ່1.5 ຕື້ໂດລາ ເພື່ອຮັກສາຄວາມປອດໄພໃນຊາຍແດນເພີ້ມ. ພວກສັງກັດພັກເດໂມ
ແຄຣັດ ມັກຈະຄັດຄ້ານການສະເໜີສ້າງກໍາແພງ ພ້ອມໆກັນກັບພວກສັງກັດພັກຣີພັບ
ບລິກັນຈໍານວນນຶ່ງ. ໃນຂະນະດຽວກັນ ທ່ານທຣໍາກໍໄດ້ອ້າງວ່າ ແມັກຊິໂກ ຈະເປັນຜູ້
ຈ່າຍຄ່າສ້າງກໍາແພງ ແຕ່ວ່າ ພວກຜູ້ນໍາຂອງແມັກຊິໂກກັບເວົ້າແບບຍຶດໝັ້ນມາຕະ
ຫລອດວ່າ ພວກເຂົາເຈົ້າ ຈະບໍ່ຈ່າຍຄ່າກໍ່ສ້າງນັ້ນ ຊຶ່ງໄດ້ເຮັດໃຫ້ປະທານາທິບໍດີສະຫະ
ລັດ ຕ້ອງໄດ້ຂໍໃຫ້ ລັດຖະສະພາເອົາເງິນໃຫ້ ເພື່ອສ້າງກໍາແພງດັ່ງກ່າວ.

ການອັດການດໍາເນີນງານຂອງລັດຖະບານກາງລົງຂອງທ່ານທຣໍາ ຈະມີຂຶ້ນພ້ອມໆ
ກັນ ກັບການອະນຸມັດການໃຫ້ໃຊ້ຈ່າຍເງິນງົບປະມານສິ້ນສຸດລົງ ໃນຕອນທ້າຍຂອງ
ປີງົບປະມານນີ້ ຄືທ້າຍເດືອນກັນຍາ ຊຶ່ງເປັນເວລາ 5 ອາທິດກ່ອນການເລືອກຕັ້ງ
ລັດຖະສະພາທົ່ວປະເທດໃນວັນທີ 6 ເດືອນພະຈິກ ຊຶ່ງພວກສະມາຊິກລັດຖະສະພາ
ຕາມປົກກະຕິແລ້ວ ແມ່ນຈະພາກັນບັນລຸການຕົກລົງກັນ ໃນເວລາບໍ່ດົນ ກ່ອນເງິນງົບ
ປະມານຈະໝົດລົງ ຫລືບໍ່ກໍຫລັງຈາກມີງົບປະມານໃຫ້ ໃນເວລາຢຸດສະງັກລົງສັ້ນໆ
ດັ່ງທີ່ໄດ້ເກີດຂຶ້ນໃນປີກາຍນີ້ ແຕ່ກໍບໍ່ເປັນເຊັ່ນນັ້ນສະເໝີໄປໃນຂະນະທີ່ທ່ານຊອກຫາ
ສຽງສະໜັບສະໜຸນສຳລັບການສ້າງກໍາແພງຢູ່ຊາຍແດນ ທ່ານທຣໍາໄດ້ອອກຄໍາເຕືອນ
ໃໝ່ ຕໍ່ພວກຄົນເຂົ້າເມືອງ ທີ່ຊອກຫາທາງຂ້າມຊາຍແດນມາຈາກແມັກຊິໂກ ເຂົ້າມາຍັງ
ສະຫະລັດຢ່າງຜິດກົດໝາຍວ່າ ພວກເຂົາຈະຕ້ອງ “ໄດ້ຮັບຜົນກະທົບຕາມຊາຕາກໍາ”
ເຖິງແມ່ນວ່າພວກເຂົາເຈົ້າຈະມີເດັກນ້ອຍຕິດຕາມມານໍາກໍຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG