ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ກ່າວ​ວ່າ ການ​ພົບ​ປະ ສຸດຍອດ ຄັ້ງ​ທີ 3 ກັບ ທ່ານ​ກິມ ອາດ​ຈະ​ມີ​ຂຶ້ນ


ຜູ້​ຄົນ​ກຳ​ລັງ​ເບິ່ງ​ໂທ​ລະ​ພາບ ໃນ​ການ​ພົບ​ປະ ລະ​ຫວ່າງ ປ. ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ (ຂວາ) ກັບ​ຜູ້​ນຳ ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ສິງ​ກະ​ໂປ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ ປີ 2018.
ຜູ້​ຄົນ​ກຳ​ລັງ​ເບິ່ງ​ໂທ​ລະ​ພາບ ໃນ​ການ​ພົບ​ປະ ລະ​ຫວ່າງ ປ. ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ (ຂວາ) ກັບ​ຜູ້​ນຳ ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ທີ່​ສິງ​ກະ​ໂປ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ ປີ 2018.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທ່ານ​ດໍ​ໂນ​ລ ທ​ຣຳ ທີ່​ນັ່ງ​ຢູ່​ຄຽງ​ຂ້າງ​ ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທີ່​ທຳ​ນຽບ​ຂາວນັ້ນ ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ ທີ່​ຈະ​ພົບ​ປະ​ສຸດຍອດອີກ​ເທື່ອ​ນຶ່ງກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ເພື່ອ​ຫາ​ທາງ​ໃຫ້​ມີ​ການ​ບັນ​ລຸ​ຂໍ້​ຕົກ​ລົງ​ປົດ​ອາ​ວຸດນິວ​ເຄ​ລຍ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ການ​ພົບ​ປະ​ສຸດຍອດ​ຄັ້ງ​ທີ 3 ອາດ​ຈະ​ມີ​ຂຶ້ນ ມັນ​ຈະ​ດຳ​ເນີນ​ໄປ​ເປັນ​ຂັ້ນໆ ມັນ​ຈະ​ບໍ່​ມີ​ຂຶ້ນ​ຢ່າງ​ໄວ​ວາ.”

ມັນ​ອາດ “​ຈະ​ມີ​ການ​ຕົກ​ລົງ​ກັນ​ແບບ​ນ້ອຍໆ​ເກີດ​ຂຶ້ນ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ເວ​ລາ​ມີ​ການ​ຖາມ​ວ່າ ທ່ານຈະ​ຮັບ​ເອົາ​ຂໍ້​ຕົກ​ລົງ​ໃດໆ​ບໍທີ່​ບໍ່​ເຖິງ​ຂັ້ນ​ກັບ​ປົດ​ອາ​ວຸດ​ນິວ​ເຄ​ລຍເພື່ອ​ໃຫ້​ຂັ້ນ​ຕອນ​ດຳ​ເນີນຕໍ່​ໄປ ທີ່​ປະ​ທາ​ນາ​ທິ​ບໍ​ດີ ​ມູນ​ແຈ​ອິນ ແຫ່ງ​ເກົາ​ຫຼີ​ໃຕ້ ໃນ​ການ​ໃຫ້​ຄວາມເຫັນ​ຂອງ​ທ່ານ ໄດ້​ກ່າວ​ເຖິງຂັ້ນຕອນ​ທີ່​ພວມ​ດຳ​ເນີນ​ການ​ຢູ່​ໃນ​ເວ​ລານີ້

ປ. ດໍ​ໂນ​ລ ທ​ຣຳ ພົບ​ປະ ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 11 ເມ​ສາ 2019.
ປ. ດໍ​ໂນ​ລ ທ​ຣຳ ພົບ​ປະ ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາ​ຫຼີ​ໃຕ້ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 11 ເມ​ສາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ແຕ່​ໃນ​ປັດ​ຈຸ​ບັນ​ນີ້ ພວກ​ເຮົາກຳ​ລັງ​ເວົ້າ​ເຖິງ​ການຕົກ​ລົງ​ກັນ​ຂະ​ໜາດ​ໃຫຍ່” ຊຶ່ງ “ພວກ​ເຮົາ​ຈະ​ຕ້ອງ​ໄດ້​ກຳ​ຈັດ​ອາ​ວຸດ​ນິ​ວ​ເຄ​ລຍ​ໃຫ້ໝົດ​ໄປ.”

ທ່ານ​ທ​ຣຳ​ ທີ່ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ອີກ​ຄົນ​ນຶ່ງ ເວົ້າ​ວ່າ ທ່ານ​ໄດ້​ຕັດ​ສິນໃຈ​ທີ່​ຈະ​ບໍ່​ລົງ​ໂທດ​ຢ່າງ​ໜັກ​ຕື່ມ​ຂຶ້ນ​ຕໍ່​ພຽງ​ຢາງ ແຕ່​ຢາກ​ໃຫ້ “ການ​ລົງ​ໂທດ​ທີ່​ມີ​ຢູ່ໃນ​ເວ​ລານີ້​ດຳ​ເນີນ​ຕໍ່​ໄປ.”

ທ່ານ​ມູນ​ໄດ້​ເຫັນ​ພ້ອມ​ກັບ​ການ​ພົບ​ປະ​ສຸດຍອດ​ລະ​ຫວ່​າງ​ຜູ້​ນຳ​ຂອງ​ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ເໜືອ ຊຶ່ງ​ບໍ່​ເຄີຍ​ມີ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ ລະ​ຫວ່າງ​ກັນເລີຍນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫຼີ​ໃຕ້ ແຈ້ງ​ໃຫ້​ທ່ານ​ທ​ຣຳ​ຊາບ​ວ່າ ການ​ພົບ​ປະ​ສຸດຍອດ​ເທື່ອ​ທຳ​ອິດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຢູ່​ສິງ​ກະ​ໂປ ກັບ​ທ່ານ​ກິມ ໃນ​ປີ​ກາຍນີ້ ພາ​ໃຫ້​ມີ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຫຼວງ​ຫຼາຍ​ຢູ່​ໃນ​ແຫຼມ​ເກົາ​ຫຼີແລະ​ການພົບ​ປະ​ສຸດຍອດ​ຄັ້ງ​ທີ 3 ແມ່ນ​ຍັງ​ຈຳ​ເປັນ ທີ່​ຈະ​ຕ້ອງ​ໄດ້​ມີ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG