ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ກ່າວ ຂອບອົກຂອບໃຈ ຊາອຸດີ ອາຣາເບຍ ທີ່ຊ່ອຍຫຼຸດຜ່ອນ ລາຄານ້ຳມັນ ຂອງໂລກ ລົງ


ກະສັດ ຊາລມານ ຂອງຊາອຸດີ ອາຣາເບຍ ຊົງກ່າວພະຣາ
ຊະດຳຣັດ ນະໂຍບາຍ ປະຈຳປີ ຢູ່ໃນຫໍປະຊຸມ ສະພາ Shura Council, ວັນທີ 19 ພະຈິກ 2018, ທີ່ນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ.
ກະສັດ ຊາລມານ ຂອງຊາອຸດີ ອາຣາເບຍ ຊົງກ່າວພະຣາ ຊະດຳຣັດ ນະໂຍບາຍ ປະຈຳປີ ຢູ່ໃນຫໍປະຊຸມ ສະພາ Shura Council, ວັນທີ 19 ພະຈິກ 2018, ທີ່ນະຄອນຫຼວງ ຣີຢາດ ຂອງຊາອຸດີ ອາຣາເບຍ.

ໃນວັນພຸດວານນີ້ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຂອບ
ອົກຂອບໃຈ ຊາອຸດີ ອາຣາເບຍ ສຳລັບການຫລຸດຜ່ອນລາຄານ້ຳມັນຂອງ
ໂລກລົງ ນຶ່ງວັນ ຫຼັງຈາກທີ່ ໄດ້ກ່າວໄປວ່າ ສະຫະລັດ ຈະບໍ່ຫັນຫລັງໃຫ້
ຣີຢາດ ເຖິງແມ່ນວ່າ ຣີຢາດ ມີຄວາມຮັບຜິດຊອບ ໃນການສັງຫານ
ນັກຂ່າວຊາວຊາອຸດີ ຜູ້ທີ່ອາໄສຢູ່ໃນ ສະຫະລັດນັ້ນ ກໍຕາມ.

ຈາກບ້ານພັກຕາກອາກາດ ທີ່ຕັ້ງຢູ່ແຄມຝັ່ງມະຫາສະໝຸດແອັດແລນຕິກ
ໃນລັດຟລໍຣີດາ ຂອງທ່ານທຣຳ ນັ້ນ ທ່ານໄດ້ຍ້ອງຍໍ ຊາອຸດີ ຜູ້ທີ່ເປັນທີສອງ
ລອງຈາກ ສະຫະລັດ ໃນຖານະຜູ້ຜະລິດນ້ຳມັນ ຫາກແຕ່ເປັນຜູ້ສົ່ງອອກ
ທີ່ໃຫຍ່ທີ່ສຸດຂອງໂລກ ທີ່ໄດ້ສົ່ງນຳມັນດິບພຽງພໍ ໃຫ້ແກ່ຕະຫຼາດໂລກ
ເພື່ອຮັກສາລາຄານ້ຳມັນ ໄວ້ຢູ່ຄືເກົ່າ.

“ລາຄານໍ້າມັນກຳລັງຫລຸດລົງ” ທ່ານທຣຳ ໄດ້ກ່າວຢູ່ໃນທວີດເຕີ. ທ່ານກ່າວ
ອີກວ່າ “ດີຍິ່ງ! ຄືກັນກັບການຕັດພາສີໃຫຍ່ ສຳລັບ ອາເມຣິກາ ແລະ ໂລກ.
ໃຊ້ຕາມໃຈເລີຍ! 54 ໂດລາຕໍ່ຖັງ ຈາກທີ່ມີລາຄາ 82 ໂດລາ. ຂອບໃຈ ຊາອຸດີ
ອາຣາເບຍ ແຕ່ໃຫ້ຫລຸດລົງຕ່ຳກວ່ານັ້ນອີກ!”

ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບ ສື່ມວນຊົນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 20 ພະຈິກ 2018.
ປະທານາທິບໍດີ ດໍໂນລ ທຣຳ ໂອ້ລົມກັບ ສື່ມວນຊົນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 20 ພະຈິກ 2018.

ກ່ອນອອກເດີນທາງຈາກວໍຊິງຕັນ ເພື່ອສະຫຼອງວັນພັກ Thanksgiving
ທ່ານ ທຣຳ ໄດ້ບອກບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ວ່າ ຄວາມໝັ້ນຄົງ
ແຫ່ງຊາດ ແລະຜົນປະໂຫຍດທາງດ້ານເສດຖະກິດຂອງສະຫະລັດ ແມ່ນມີ ນ້ຳໜັກເໜືອກວ່າ ຄວາມກັງວົນໃດໆ ໃນເລື້ອງຂອງສິດທິມະນຸດ. ທ່ານ
ກ່າວວ່າ ການຫັນຫຼັງໃຫ້ແກ່ຊາອຸດີ ອາຣາເບຍ ເຖິງແມ່ນວ່າມີເລື້ອງການ
ສັງຫານ ທ່ານ ຈາມາລ ຄາຊອກກີ ກໍຕາມ “ຈະເປັນຄວາມຜິດພາດ
ຢ່າງໜັກ.”

ທ່ານທຣຳ ໄດ້ປະກາດວ່າ “ພວກເຮົາຈະຢູ່ຄຽງຂ້າງກັບ ຊາອຸດີ ອາຣາເບຍ.”
ທ່ານໄດ້ໃຫ້ຂໍ້ສັງເກດວ່າ ການຄັດຄ້ານຕໍ່ ອີຣ່ານ ຂອງຣາຊະອານາຈັກ ແລະ
ການຊື້ ເຄື່ອງຍຸດໂທປະກອນຂອງອາເມຣິການັ້ນ ໝາຍເຖິງ ການອີງຕາມ
ທ່ານປະທານາທິບໍດີ “ຫຼາຍຮ້ອຍພັນໜ້າວຽກ ແລະ ຫຼາຍພັນລ້ານໂດລາ
ຂອງການລົງທຶນ.”

ສ່ວນຣັດເຊຍ ແລະຈີນ “ແມ່ນຈະບໍ່ໄດ້ຮັບຂອງຂວັນອັນນັ້ນ” ທ່ານທຣຳ
ໄດ້ກ່າວ ກ່ອນທີ່ຈະເວົ້າຕື່ມວ່າ ລາຄານ້ຳມັນ ຈະສູງຂຶ້ນ ຖ້າຫ່າກ ສາຍ
ສຳພັນ ລະຫວ່າງ ສະຫະລັດ ກັບ ຊາອຸດີ ອາຣາເບຍ ແຕກຫັກ.

ລັດຖະມົນຕີວ່າການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໃນການໃຫ້ສຳ
ພາດ ກັບສະຖານີວິທະຍຸ ໃນເມືອງແຄນຊັດ ໄດ້ປົກປ້ອງ ທ່າທີເຂົ້າຂ້າງ
ຊາອຸດີ ອາຣາເບຍ ຂອງທ່ານທຣຳ ໃນຂະນະທີ່ ໃຫ້ຂໍ້ສັງເກດວ່າ ສະຫະລັດ
ໄດ້ວາງມາດຕະການລົງໂທດຕໍ່ ຊາວຊາອຸດີ ທີ່ເຊື່ອວ່າ 17 ຄົນ ມີສ່ວນ
ກ່ຽວຂ້ອງ ໃນການສັງຫານທ່ານຄາຊອກກີ.

ທ່ານພອມພຽວ ໄດ້ກ່າວອີກວ່າ “ພວກເຮົາຈະຕ້ອງໝັ້ນໃຈວ່າ
ອາເມຣິກາ ຈະເປັນຕົວແທນເພື່ອສິດທິມະນຸດ ສະເໝີໄປ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG