ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຂອບໃຈ ປ. ຣັດເຊຍ ທີ່ຕັດຈຳນວນ ນັກການທູດ ສະຫະລັດ ລົງ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ບັນດາ ນັກຂ່າວ.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວຕໍ່ບັນດາ ນັກຂ່າວ.

ປະທານາທິບໍດີ​ສະຫະລັດ ​ໄດ້​ກ່່າວປັດ​ປ່າຍ​ກ່ຽວ​ກັບການ​ຕັດສິນ​ໃຈ​ຂອງ​ຜູ້ນຳຣັດເຊຍ
ທ່ານ Putin ທີ່ໄດ້​ຂັບໄລ່ ​ນັກການ​ທູດສະຫະລັດ​ຫຼາຍຮ້ອຍ​ຄົນອອກ​ຈາກ ຣັດ​ເຊຍ ໂດຍໄດ້ກ່າວຂອບ​ໃຈ ຕໍ່​ທ່ານ​ແທນ ​ແລ​ະ ​ຢືນ​ຢັດວ່າການ​ເຄື່ອ​ນ​ໄຫວ​ນີ້ ຈະ​ປະຢັດ​ເງິນ
ສະຫະລັດ​ຢ່າງ​ຫລວງຫລາຍ.

ຢູ່​ໃນ​ຄຳ​ຖ​ະ​ແຫລ​ງຢ່າງ​ກວ້າງຂວາງ​ຕໍ່​ບັນດາ​ນັກ​ຂ່າວ ທີ່​ເດີ່ນຕີ​ກັອຟຂອງ​ທ່ານ ​ໃນ​
ພາ​ກກາງຂອງ​ລັດ New Jersey ​ໃນ​ວັນ​ພະຫັດ​ວານ​ນີ້ ປະທານາທິບໍດີ​ທຣໍາ ກ່າວ​ວ່າ
“ຂ້າພະ​ເຈົ້າ​ຢາກ​ຂໍຂອບ​ໃຈ​ຕໍ່​ທ່ານ ​ເພ​າະວ່າ​ພວກ​ເຮົາ​ພະຍາຍາມ​ທີ່​ຈະ​ຕັດ​ການ​ໃຊ້​
ຈ່າຍ​ຂອງ​ພວກ​ເຮົາ ​ແລະ​ເທົ່າ​ທີ່​ຄວາມ​ເປັນ​ຫ່ວງ​ຂອງ​ຂ້າພະ​ເຈົ້າ ນັ້ນ ຂ້າພະ​ເຈົ້າ​ຂໍ
​ຂອບ​ໃຈ​ ທີ່​ທ່ານ​ໄດ້​ປ່ອຍ​ໃຫ້​ພະນັກງານ​ຂອງ​ເຮົາຈຳນວນ​ຫຼວງ ຫລາຍ​ອອກ​ຈາກ
​ປະ​ເທດ ​ຍ້ອນວ່າ​ບັດ​ນີ້ ​ເຮົາ​ມີ​ການ​ໃຊ້​ຈ່າຍ​ໜ້ອຍ​ລົງ.” ປະທາ ນາທິບໍດີ ​ໄດ້​ກ່າວ​ເພີ້​ມ
ອີກ​ວ່າ “ພວກ​ເຮົາ​ຈະ​ເກັບ​ຮັກສາ​ເງິນ​ໄວ້​ໄດ້​ຫລາຍຂຶ້ນ.”

ບໍ່​ມີ​ປະຕິກິລິຍາ​ຢ່າງເປັນທາງ​ການໂດຍ​ທັນ​ທີ​ຈາກ​ກະຊວງ​ຕ່າງປະ​ເທດ ກ່ຽວ​ກັບຄຳ
​ຖ​ະ​ແຫລ​ງຂອງ​ປະທານ​າທິບໍດີ​ທຣໍາ. ​ເຖິງ​ຢ່າງ​ໃດ​ກໍ​ດີ ອົງການ​ຂ່າວຣອຍ​ເຕີ ​ໄດ້ອ້າງ​
ຄຳ​ເວົ້າ​ອະດີດ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດ​ ທີ່​ບໍ່​ປະສົງ​ອອກ​ຊື່ ທີ່​ກ່າວ​ວ່າ ​ກະຊວງ
ດັ່ງກ່າວ​ໄດ້ “ຕື່ນ​ຕົກ​ໃຈ​ແລະ​ກັງວົນ​ໃຈ” ​ໃນ​ຄຳ​ເວົ້າ​ຂອງ​ປະທານາ ທິບໍດີ.

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນຫລວງ Moscow ປະເທດຣັດເຊຍ.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນຫລວງ Moscow ປະເທດຣັດເຊຍ.

ຍັງບໍ່​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ປະທານາທິບໍດີ​ໄດ້​ເວົ້າ​ຕະຫລົກ​ຫລິ້ນຫລື​ບໍ່. ທ່ານ
Nicholas Burn ສາດສະດາຈານ ​ທີ່ສະ​ຖາ​ບັນລັດຖະບານ John F. Ken-nedy ​ຂອງມະຫາວິທະຍາ​ໄລ Harvard ກ່າວ​ວ່າ ຖ້າ​ປະທານາທິບໍດີ​ທຣໍາເວົ້າ​ຕະຫລົກຫລິ້ນ
“ທ່ານ​ຄວນ​ຮູ້​ດີກວ່າ​ນີ້” ​ແຕ່​ຖ້າ​ຫາກ​ທ່ານ​ບໍ່​ໄດ້​ເວົ້າ​ຕະຫລົກຫລິ້ນ ສະ​ນັ້ນ​ຄຳ​ເວົ້າຂອງ
​ທ່ານ ​ແມ່ນ “ບໍ່​ເຄີຍ​ມີ​ມາ​ກ່ອນ.”

ທຳນຽບຂາວ​ບໍ່​ໄດ້​ກ່າວໂດຍ​ທັນໃດ​ກ່ຽວ​ກັບ​ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ. ປະທາ
ນາທິບໍດີ​ທຣໍາ​ໄດ້​ຖືກ​ຕິຕຽນ​ວ່າ ບໍ່ໄດ້​ເອົາທ່າ​ທີ​ຢ່າງ​ແຂງ​ຂັນ​ຕໍ່ຣັດ​ເຊຍ.

In Wide-ranging Q&A, Trump Touches on Russia, US Diplomats, North Korea
please wait

No media source currently available

0:00 0:02:15 0:00

ຄໍາ​ສັ່ງ​ຂອ​ງປະທານາທິບໍດີ Putin ໃຫ້​ຂັບໄລ່​ພະນັກງານສະຖານທູດ​ ​ແລະ​ກົງສຸນ
ສະຫະລັດ ໄດ້​ເປັນ​ທີ່​ຄາດກັນ​ໄວ້​ມາ​ນານ​ແລ້ວ ຫລັງ​ຈາກ​ປະທານາທິບໍດີ Barack
Obama ​ໄດ້​ໄລ່​ນັກການທູດຣັດ​ເຊຍ 35 ຄົນແລະ​ປິດ​ບ່ອນ​ພັກຜ່ອນ ​ສອງ​ແຫ່ງ​ຂອງ
ຣັດ​ເຊຍ​ຢູ່​ໃນ​ສະຫະລັດ ຫລັງ​ຈາກ​ລາຍ​ງານ​ຂອງ​ອົງການ​ສືບ​ລັບ ສະຫະລັດ ທີ່​ເປີດ​ເຜິ​ຍ
ວ່າ ຣັດ​ເຊຍ​ໄດ້ແຊກ​ແຊງເຂົ້າ​ໃນ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງ ປະທານາທິບໍດີ​ສະຫະລັດ ​ໃນ​
ປີ 2016 ​ໂດຍໂຈມ​ຕີ​ເຈາະ​ຂໍ້​ມູນ ​ແລະ​ວິທີ​ອື່ນໆ​ເພື່ອ​ຊ່ວຍ​ໃຫ້​ທ່ານ​ທຣໍາ ຊະນະ​ການ​
ເລືອກ​ຕັ້ງ.

ມົສກູ​ໄດ້​ປະຕິ​ເສດຕໍ່ການ​ອ້າງ​ດັ່ງກ່າວ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

Trump Putin
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG