ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣໍາ ກ່າວຕໍ່ ນາຍົກລັດຖະມົນຕີອີຣັກ ວ່າ ກຳລັງທະຫານ ສຫລ ຈະຖອນອອກ ໃນບໍ່ຊ້ານີ້


ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ ນາຍົກລັດຖະມົນຕີອີຣັກ ທ່ານ ມຸສຕາຟາ ອາລ-ກາດຮີມີ ທີ່ທຳນຽບຂາວ ວັນທີ 20 ສິງຫາ 2020.
ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ ນາຍົກລັດຖະມົນຕີອີຣັກ ທ່ານ ມຸສຕາຟາ ອາລ-ກາດຮີມີ ທີ່ທຳນຽບຂາວ ວັນທີ 20 ສິງຫາ 2020.

ໂດຍນັ່ງຢູ່ຄ່ຽງຂ້າງນາຍົກລັດຖະມົນຕີຄົນໃໝ່ອີຣັກ ໃນທຳນຽບຂາວ ປະທານາ ທິບໍດີດໍໂນລ ທຣໍາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ກຳລັງທະຫານສະຫະລັດ ທີ່ເປັນແຂກຢູ່ໃນປະເທດຂອງທ່ານ ຈະ “ຖອນອອກໄປ” ແລະ “ພວກເຮົາ ຈະຖອນອອກ ໄປໃນບໍ່ຊ້ານີ້” ແຕ່ວ່າການປະກາດ ບໍ່ໄດ້ແຈ້ງໃຫ້ຊາບເຖິງກຳນົດເວລາ ທີ່ສະເພາະເຈາະຈົງ.

ປະທານາທິບໍດີກ່າວໃນການຕອບຄຳຖາມບັນດານັກຂ່າວວ່າ “ໃນຈຸດໃດຈຸດນຶ່ງ ແນ່ນອນ ພວກເຮົາຈະຖອນອອກໄປ. ພວກເຮົາໄດ້ຕັດກຳລັງລົງມາສູ່ລະດັບຕໍ່າ ທີ່ສຸດ. ພວກເຮົາຫວັງວ່າ ວັນໃດວັນນຶ່ງ ພວກເຮົາບໍ່ຕ້ອງຢູ່ທີ່ນັ້ນ ແລະຫວັງວ່າ ຊາວອີຣັກ ຈະໃຊ້ຊີວິດຂອງເຂົາເຈົ້າເອງ ແລະສາມາດປ້ອງກັນໂຕເຂົາເຈົ້າເອງ ຊຶ່ງພວກເຂົາເຈົ້າໄດ້ເຮັດມາແລ້ວ ກ່ອນທີ່ພວກເຮົາໄດ້ເຂົ້າໄປພົວພັນ.”

ເມື່ອຖືກຖາມໂດຍບັນດານັກຂ່າວ ເພື່ອຂໍຄວາມກະຈ່າງແຈ້ງກ່ຽວກັບເສັ້ນຕາຍ ທ່ານທຣໍາ ໄດ້ອ້າງອີງໃສ່ລັດຖະມົນຕີຕ່າງປະເທດຜູ້ທີ່ໄດ້ຢູ່ໃນຫ້ອງ.

ທ່ານໄມຄ໌ ພອມພຽວ ໄດ້ຕອບວ່າ “ໂດຍໄວເທົ່າທີ່ພວກເຮົາສາມາດເສັດສິ້ນ ການປະຕິບັດງານ. ປະທານາທິບໍດີໄດ້ສະແດງໃຫ້ເຫັນຢ່າງເປັນທີ່ຈະແຈ້ງວ່າ ທ່ານຕ້ອງການຢາກໃຫ້ຫລຸດກຳລັງຂອງພວກເຮົາລົງມາສູ່ລະດັບຕໍ່າທີ່ສຸດໂດຍ ໄວເທົ່າທີ່ພວກເຮົາສາມາດເຮັດໄດ້. ນັ້ນແມ່ນການປະຕິບັດງານທີ່ທ່ານໄດ້ມອບ ໃຫ້ພວກເຮົາເຮັດ ແລະພວກເຮົາໄດ້ປະຕິບັດງານກັບຮ່ວມອີຣັກເພື່ອໃຫ້ບັນລຸຜົນ ດັ່ງກ່າວ.”

ສະຫະລັດມີກຳລັງປະມານ 5,000 ຄົນຢູ່ໃນອີຣັກ ຊຶ່ງມີໜ້າທີ່ໃນການປະຕິບັດ ງານຕໍ່ຕ້ານການກໍ່ການຮ້າຍ ແລະເຝິກແອບກຳລັງຮັກສາຄວາມປອດໄພອີຣັກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG