ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ຈະໂທລະສັບ ປຶກສາຫາລື ກັບຜູ້ນຳ ຍີ່ປຸ່ນ ແລະ ຈີນ


ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໂທລະສັບໃນຫ້ອງ
ປະຊຸມໂຕະມົນຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 28 ມັງກອນ, 2017.
ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໂທລະສັບໃນຫ້ອງ ປະຊຸມໂຕະມົນຢູ່ທຳນຽບຂາວ, ນະຄອນຫຼວງ ວໍຊິງຕັນ. 28 ມັງກອນ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະຈັດການສົນທະ ນາທາງໂທລະສັບ
ໃນເວລາຕ່າງກັນ ກັບຜູ້ນຳປະເທດ ຍີປຸ່ນ ແລະ ຈີນ ໃນວັນອາທິດມື້ນີ້.

ການປະກາດຂອງທຳນຽບຂາວ ບໍ່ໄດ້ເວົ້າວ່າ ທ່ານ ທຣຳ ຈະປຶກສາ ຫາລືກັບນາຍົກລັດ
ຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ແລະ ປະທານປະເທດ ຈີນ ທ່ານ ສີ ຈິ່ງຜິງ ເລື່ອງ
ໃດ. ແນວໃດກໍຕາມ, ເບິ່ງຄືວ່າ ການສົນທະນາແມ່ນ ຈະກ່ຽວກັບ ຄວາມກັງວົນທີ່ມີເພີ່ມ
ຂຶ້ນ ຂອງທ່ານ ທຣຳ ຕໍ່ ເກົາຫຼີເໜືອ ແລະ ການທົດລອງຍິງລູກສອນໄຟ ຫຼາຍຄັ້ງຂອງ
ເຂົາເມື່ອບໍ່ດົນມານີ້.

ທ່ານ ທຣຳ ໄດ້ກ່າວເມື່ອບໍ່ດົນມານີ້ວ່າ “ຍຸກຂອງແຜນຍຸດທະສາດ ຄວາມອົດທົນກັບລະ
ບອບການປົກຄອງ ເກົາຫຼີເໜືອ ແມ່ນໄດ້ລົ້ມແຫຼວ, ມັນໄດ້ລົ້ມແຫຼວມາຫຼາຍປີແລ້ວ. ຈະ
ເວົ້າໂດຍກົງ, ກໍແມ່ນວ່າ ຄວາມອົດທົນແມ່ນ ໄດ້ໝົດລົງແລ້ວ.”

ການສົນທະນາທາງໂທລະສັບຈະເກີດຂຶ້ນ ກ່ອນກອງປະຊຸມບັນດາຜູ້ນຳ ປະເທດ G20
ທີ່ຈະຈັດຂຶ້ນໃນເມືອງ ແຮມເບີກ ປະເທດ ເຢຍລະມັນ ໃນກາງສັບປະດານີ້, ເຊິ່ງທ່ານ
ທຣຳ ມີກຳນົດວ່າ ຈະຈັດກອງປະຊຸມສອງ ຝ່າຍກັບທ່ານ ອາເບະ, ທ່ານ ສີ ແລະ ປະທາ
ນາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ.

ປະທານາທິບໍດີ ສະຫະລັດ ໄດ້ພົບປະກັບທ່ານ ມູນ ໃນວັນສຸກຜ່່ານ ມາ ຢູ່ ທຳນຽບຂາວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG