ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ກ່າວຕໍ່ກອງປະຊຸມເທັກໂນໂລຈີ ວ່າ ພວກເຮົາຈະຢູ່ຄຽງຂ້າງທ່ານສະເໝີ

Trump Transition
please wait
Embed

No media source currently available

0:00 0:01:26 0:00

ໃນວັນພຸດວານນີ້ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ພົບປະກັບ
ພວກບໍຣິຫານຂັ້ນສູງຈາກ ບໍຣິສັດເທັກໂນໂລຈີທີ່ໃຫຽ່ທີ່ສຸດຂອງ ສະຫະລັດ ຊຶ່ງຫຼາຍໆຄົນ
ໃນຈຳນວນດ່ັງກ່າວແມ່ນຜູ້ທີ່ຕ້ອງຕິເພິ່ນຫຼາຍທີ່ສຸດ ໃນລະຫວ່າງການໂຄສະນາຫາສຽງ
ຂອງເພິ່ນ ແຕ່ກໍບໍ່ມີນໍ້າສຽງອັນເປັນປໍຣະປັກໃດໆ ໃນການສົນທະນາດັ່ງກ່າວຂອງພວກ
ເພິ່ນໃນມື້ວານນີ້.

ທາງສຳນັກງານຂອງທ່ານ ທຣຳ ເວົ້າວ່າ ເພິ່ນຢາກເລີ້ມຕົ້ນດ້ວຍ “ການສົນທະນາ ແລະການຮ່ວມງານກັນ” ເພື່ອຊຸກຍູ້ສິ່ງໃໝ່ໆ ແລະສ້າງໜ້າວຽກໃຫ້ຫຼາຍຂຶ້ນ.

ປະທານບໍລິສນັດ Apple ທ່ານ Tim Cook, ຂວາ, ແລະເຈົ້າຂອງ ຜູ້ກໍ່ຕັ້ງບໍລິສັດ PayPal ທ່ານ Peter Thiel, ກາງ, ກຳລັງຟັງປະທານາບໍດີສະຫະລັດ ທີ່ຖືກເລືອກ ທ່ານ Donald Trump ທີ່ຖະແຫຼງໃນການພົບປະກັນທາງດ້ານເທັກໂນໂລຈີ ທີ່ຕຶກ Trump Tower ໃນນະຄອນ New York, 14 ທັນວາ, 2016.

ການພົບປະດັ່ງກ່າວທີ່ ສູນກາງຂອງທ່ານ ທຣຳ ໃນນະຄອນ ນິວຢັອກ ມີລວມທັງ ທ່ານນາງ Sheryl Sandberg ຫົວໜ້າການບໍຣິຫານ Facebook ທ່ານ Jeff
Bezos ຫົວໜ້າ ບໍຣິຫານ ອາມາຊອນ ທ່ານ Elon Musk ຫົວໜ້າບໍຣິຫານ Tesla ແລະທ່ານ Larry Page ຜູ້ກໍ່ຕັ້ງ Google.

ທ່ານ ທຣຳ ໄດ້ເລີ້ມຕົ້ນການປະຊຸມດ້ວຍນໍ້າສຽງເປັນກັນເອງແລະສັນມິດ.

ປະທານບໍລິສັດຮ່ວມ Oracle ທ່ານນາງ Safra Catz, ກາງ, ກຳລັງຍ່າງເຂົ້າຕຶກ Trump Tower ກ່ອນກອງປະຊຸມທາງດ້ານເທັກໂນໂລຈີ ໃນນະຄອນ New York City, 14 ທັນວາ, 2016.
ປະທານບໍລິສັດຮ່ວມ Oracle ທ່ານນາງ Safra Catz, ກາງ, ກຳລັງຍ່າງເຂົ້າຕຶກ Trump Tower ກ່ອນກອງປະຊຸມທາງດ້ານເທັກໂນໂລຈີ ໃນນະຄອນ New York City, 14 ທັນວາ, 2016.

ທ່ານ ທຣຳ ກ່າວວ່າ “ບໍ່ມີໃຜຄືກັບພວກທ່ານທີ່ຢູ່ໃນຫ້ອງນີ້ ພວກເຮົາຢາກໃຫ້ພວກ
ທ່ານ ສືບຕໍ່ເຮັດສິ່ງທີ່ປະດິດຄິດສ້າງໃໝ່ໆທີ່ພວກທ່ານໄດ້ເຮັດມາແລ້ວ ສິ່ງໃດ
ທີ່ພວກເຮົາ ຈະຊ່ອຍໄດ້ ໃຫ້ວຽກງານເດີນໄປ ພວກເຮົາ ແມ່ນຕຽມພ້ອມສະເໝີ
ທີ່ຈະຊ່ອຍ.”

ທ່ານ ທຣຳ ໄດ້ເຊື້ອເຊີນ ໃຫ້ພວກຫົວໜ້າບໍຣິຫານເຫຼົ່ານີ້ເອີ້ນຫາເພິ່ນໂດຍກົງໂລດ ຖ້າພວກເຂົາເຈົ້າຢາກໂອ້ລົມກັບເພິ່ນ ແລະແນະນຳວ່າຈະໃຫ້ໄດ້ພົບກັນອີກເລື້ອຍໆ ອາດເປັນສາມເດືອນຕໍ່ເທື່ອ.

ຫ້ອງການຂອງທ່ານ ທຣຳ ເວົ້າວ່າ ທ່ານ ທຣຳ “ເປັນຄົນເປີດອົກ ແລະຕັ້ງໃຈຟັງ” ໃນເວລາ ສົນທະນາກັນ ແລະວິທີຂອງເພິ່ນ “ຖືກຕ້ອນຮັບເປັນຢ່າງດີ” ໂດຍບັນດາ ຜູ້ບໍຣິຫານເທັກ ໂນໂລຈີທັງຫຼາຍ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG