ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄອ​ຍະ​ການ ຢູ່​ນິວຢອກ ​​ຮຽກ​​ເອົາ​ເອ​ກະ​ສານ ເສຍ​ພາ​ສີ​​ຂອງ​ ປ. ​ ທ​ຣຳ ຢູ່ໃນ 8 ປີ​ ຜ່ານ​ມາ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຢູ່ໃນ​ຊ່ວງຮັບ​ປະ​ທານ​ອາ​ຫານ​ຄ່ຳ​ຂອງກອງ​ປະ​ຊຸມ​ຂອງສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ພັກຣ​ີພັບ​ບ​ລິ​ກັນ ຕອນ​ໄປ​ພັກ​ຜ່ອນຢູ່ໃນ​ເມືອງ ບາ​ຕີ​ມໍ, ລັດ​ແມ​ຣີ​ແລນ ໃນວັນ​ທີ 12 ກັນ​ຍາ, 2019
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຢູ່ໃນ​ຊ່ວງຮັບ​ປະ​ທານ​ອາ​ຫານ​ຄ່ຳ​ຂອງກອງ​ປະ​ຊຸມ​ຂອງສະ​ມາ​ຊິກ​ສະ​ພາ​ຕ່ຳ​ຈາກ​ພັກຣ​ີພັບ​ບ​ລິ​ກັນ ຕອນ​ໄປ​ພັກ​ຜ່ອນຢູ່ໃນ​ເມືອງ ບາ​ຕີ​ມໍ, ລັດ​ແມ​ຣີ​ແລນ ໃນວັນ​ທີ 12 ກັນ​ຍາ, 2019

ບັນ​ດາ​ໄອ​ຍະ​ການໃນ​ນະ​ຄອນ​ນິວຢອກ ໄດ້​ອອກ​ຄຳ​ສັ່ງ​ຮຽກເອົາ​ເອ​ກະ​ສານເສຍ​ ພາ​ສີ​ສ່ວນ​ຕົວ ແລະ​ທຸ​ລະ​ກິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ໄລ​ຍະ 8 ປີ​ຜ່ານ​ມາ ​ຈາກ​ບໍ​ລິ​ສັດ​ທີ່ເຮັດ​ບັນ​ຊີໃຫ້​ທ່ານ​ມາ​ເປັນ​ເວ​ລາດົນ​ນານນັ້ນ.

ຫ້ອງ​ການ​ຂອງທະ​ນາຍ​ຄວາມ​ປະ​ຈຳ​ເຂດ​ແມນ​ແຮັດ​ຕັນ, ທ່ານ ໄຊ​ຣັ​ສ ແວັນ​ສ໌ (Cyrus Vance) ຈູ​ເນຍ ທີ່​ສົ່ງ​ຄຳ​ສັ່ງ​ຮຽກເອົາ​ເອ​ກະ​ສານ​ດັ່ງ​ກ່າວ ​ໃນເດືອນ​ແລ້ວນີ້ ບໍ່​ໄດ້​ໃຫ້​ຄຳ​ເຫັນ​ແຕ່​ຢ່າງ​ໃດ​ກ່ຽວ​ກັບ​ເລື້ອງດັ່ງ​ກ່າວໃນ​ວັນ​ຈັນ​ວານນີ້.

ບໍ​ລິ​ສັດບັນ​ຊີ ມາ​ຊາ​ສ໌ ຢູ​ເອັ​ສ​ເອ (Mazars USA) ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງວ່າ ຕົນ "ຈະ​ໃຫ້​ຄວາມ​ເຄົາ​ລົບ​ຕໍ່​ຂະ​ບວນ​ການ​ທາງ​ກົດ​ໝາຍ ແລະ​ຈະ​ປະ​ຕິ​ບັດ​ພາ​ລະທາງ​ກົດ​ໝາຍຂອງ​ຕົນຢ່າງ​ເຕັມ​ສ່ວນ.''

ທ່ານ​ມາກ ມູ​ເຄ​ຊີ (Marc Mukasey), ທະ​ນາຍ​ຄວາມ​ຂອງ​ອົງ​ການ​ທ​ຣຳ ກ່າວ​ວ່າ ທ່ານ​ກຳ​ລັງ "ປະ​ເມີນເບິ່ງ​ສະ​ຖາ​ນະ​ການ ແລະ​ຈະ​ໃຫ້​ຄຳ​ຕອບຕາມ​ຄວາມ​ເໝາະ​ສົ​ມ.''

ບັນ​ດາ​ໄອ​ຍະ​ການມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດໃນ​ເລື້ອງ​ການ​ຈ່າຍ​ເງິນ​ຂອງທ່ານ ໄມ​ໂຄລ ໂຄ​ເຮັນ (Michael Cohen), ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານທ​ຣຳ ໃຫ້​ແກ່ດາ​ວ​ໂປ້ ສ​ຕອມ​ມີ ດາ​ນຽ​ລສ໌ (Stormy Daniels) ພາຍ​ຫລັງ​ທີ່​ນາງ​ກ່າວ​ອ້າງວ່າ ນາງ​ໄດ້​ມີ​ເພດ​ສຳ​ພັນ​ກັບ​ທ່ານທ​ຣຳ.

ທ່ານ ໂຄ​ເຮັນ (Cohen) ທີ່​ຍອມ​ຮັບ​ວ່າໄດ້​ຈ່າຍ​ເງິນ​ດັ່ງ​ກ່າວ​ແທ້ນັ້ນ ກຳ​ລັງຖືກ​ຕັດ​ສິນ​ໃຫ້​ຖືກ​ຈຳ​ຄຸກເປັນ​ເວ​ລາ​ 3 ປີ ຍ້ອນ​ໄດ້​ລະ​ເມີດ​ການ​ໃຊ້​ເງິນ​ໂຄ​ສະ​ນາ​ຫາ​ສຽງ, ຫລີກ​ລ້ຽງ​ການ​ເສຍ​ພາ​ສີ ແລະ​ຄວາມ​ຜິດ​ທາງ​ອາ​ຍາ​ໃນກະ​ທົງ​ອື່ນໆ ​ອີກ.

ທ່ານທ​ຣຳ​ປະ​ຕິ​ເສດ​ວ່າ ຕົນ​ບໍ່ໄດ້​ມີ​ສາຍ​ສຳ​ພັນ​ທາງ​ເພດນັ້ນ ແລະ​ບໍ່​ໄດ້ເຮັດຫຍັງ​ຜິດແຕ່​ຢ່າງ​ໃດ​ເລີຍ.

ອ່ານ​ກ່ຽວ​ກັບ​ຂ່າວນີ້ ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG