ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ອະທິບາຍ ຮ່າງກົດໝາຍ ພາສີ ຕໍ່ບັນດາຜູ້ຊອກວຽກ ແລະ ຄົນຊັ້ນກາງ


ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ໃນຂະ
ນະທີ່ທ່ານເດີນທາງອອກຈາກສວນຫຍ້າທິດໃຕ້ຂອງທຳນຽບ
ຂາວ ດ້ວຍຍົນເຮລິຄັອບເຕີ ມາຣີນ ວັນ (Marine One). ຈາກນະຄອນຫຼວງ ວໍຊິງຕັນ. 16 ທັນວາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ໃນຂະ ນະທີ່ທ່ານເດີນທາງອອກຈາກສວນຫຍ້າທິດໃຕ້ຂອງທຳນຽບ ຂາວ ດ້ວຍຍົນເຮລິຄັອບເຕີ ມາຣີນ ວັນ (Marine One). ຈາກນະຄອນຫຼວງ ວໍຊິງຕັນ. 16 ທັນວາ, 2017.

ປະທານາທິບໍດີ ດໍໂນລ ທຣຳ ຍັງສືບຕໍ່ພັກດັນ ຮ່າງກົດໝາຍຂອງພັກຣີພັບບລິກັນ ກ່ຽວ
ກັບພາສີຂອງ ສະຫະລັດ ໃນວັນເສົາວານນີ້ ໂດຍກ່າວວ່າ “ໝົດທຸກຄົນຈະໄດ້ຮັບຜົນ
ປະໂຫຍດ” ຖ້າມັນຫາກຖືກລົງນາມໃຫ້ເປັນກົດໝາຍ. ທ່ານ ທຣຳ ໄດ້ຖະແຫຼງຕໍ່ພວກ
ນັກຂ່າວ ຢູ່ເດີ່ນຫຍ້າດ້ານໃຕ້ທຳນຽບຂາວ ກ່ອນຈະອອກເດີນທາງໄປພັກຜ່ອນທີ່ ແຄັມ
ເດວິດ ທີ່ພັກຂອງປະທານາທິບໍດີໃນລັດ ແມຣີແລນ ວ່າ “ແຕ່ຂ້າພະເຈົ້າຄິດວ່າ ຜົນປະ
ໂຫຍດອັນຍິ່ງໃຫຍ່ທີ່ສຸດ ກໍຈະແມ່ນເລື່ອງວຽກງານ ແລະ ສຳລັບຊົນຊັ້ນກາງ ພວກທີ່ມີ
ລາຍໄດ້ປານກາງ.”

ພວກນັກເຈລະຈາໃນສະພາສູງ ແລະ ສະພາຕໍ່າ ຈາກພັກຣີພັບບລິກັນ ໄດ້ພາກັນສະ
ຫລຸບເປັນສະບັບສຸດທ້າຍ ຂອງຮ່າງກົດໝາຍດັ່ງກ່າວຂອງພວກເພິ່ນ ໂດຍການຕົກລົງ
ກັນ ໃນຈຳນວນເງິນ 1 ພັນ 5 ຮ້ອຍຕື້ ໂດລາ ລຸນຫຼັງການຍອມຮັບເອົາຂໍ້ສະເໜີຂອງ
ສະມາຊິກສະພາສູງ ມາໂກ ຣູບິໂອ ຜູ້ຊຶ່ງຮຽກຮ້ອງໃຫ້ຂະຫຍາຍຜົນປະໂຫຍດ ໃຫ້
ກວ້າງອອກໄປ ສຳລັບພວກເດັກນ້ອຍ ໃນຄອຍຄົວທີ່ມີລາຍໄດ້ຕໍ່າ.

ພວກສະມາຊິກສະພາ ຈາກພັກຣີພັບບລິກັນ ຈາກທັງສະພາສູງແລະສະພາຕໍ່າ ໄດ້ໂຕ້
ຖຽງກັນຢ່າງໃຫຍ່ ເພື່ອແກ້ໄຂຄວາມແຕກຕ່າງຂອງພວກເພິ່ນ ແລ້ວກໍໄດ້ຕົກລົງກັນວ່າ
ຈະພາກັນລົງຄະແນນສຽງໃນຮ່າງຍັດຕິດັ່ງກ່າວໃນຕົ້ນສັບປະດາໜ້າ ໂດຍຕັ້ງໃຈວ່າ
ຈະຍຶ່ນໄປແລະໃຫ້ປະທານາທິບໍດີ ດໍໂນລ ທຣຳ ໄດ້ລົງນາມກ່ອນມື້ ຄຣິສມັສ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG